spot_img
Homeຂ່າວການພັດທະນາໂຮງໄຟຟ້າຫົງ​ສາ ຈະ​ເປີດ​ນຳ​ໃຊ້​ 9 ທັນວາ​ນີ້ ສະຫລອງວັນຊາດ ຄົບຮອບ 40 ປີ!

ໂຮງໄຟຟ້າຫົງ​ສາ ຈະ​ເປີດ​ນຳ​ໃຊ້​ 9 ທັນວາ​ນີ້ ສະຫລອງວັນຊາດ ຄົບຮອບ 40 ປີ!

Published on

hongsa power

​​ມາຮອດ​ປັດຈຸບັນ ການ​ກໍ່ສ້າງໂຄງການ​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ​ຫົງ​ສາ ຫລື ບໍລິສັດ ​ໄຟຟ້າ​ຫົງ​ສາ ຈຳກັດ ​ ມີ​ຄວາມ​ພ້ອມ​ເກືອບ 100% ແລ້ວ ​ທີ່​ຈະ​ເປີດ​ນຳ​ໃຊ້​​ໃນ​ວັນ​ທີ 9 ທັນວາ​ນີ້ຢ່າງ​ເປັນ​ທາງ​ການ ​ເພື່ອ​ຄໍານັບຮັບຕ້ອນ ການ​ສະ​ເຫລີ​ມສະຫລອງ ​ວັນ​ສະຖາປະນາ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຄົບຮອບ 40ປີ (2 ທັນວາ 1975 – 2 ທັນວາ 2015).

ໂຮງໄຟຟ້າພະລັງງານ​ຄວາມ​ຮ້ອນດັ່ງກ່າວ ສ້າງເປັນ​ໂຮງງານ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ​ເປັນ​ທີ່​ຍອມຮັບ​ຂອງຊຸມ​ຊົນ, ລັດຖະບານ​ລາວ​ໄດ້​ນຳ​ໃຊ້​ມາດຕະຖານ​ສິ່ງ​​ແວດ​ລ້ອມ ​ຈາກ​ທະນາຄານ​ໂລກ ມາ​ເປັນ​ແນວທາງ​ໃນ​ການຈັດ​ຕັ້ງ​ປະຕິ​ບັດ ​ບັນດາ​ກິດຈະກຳ​ຂອງ​ໂຄງການ. ດັ່ງ​ນັ້ນ ທາງບໍລິສັດ ຈຶ່ງ​ໄດ້​ໃຫ້​ຄວາມສຳຄັນຍິ່ງ ຕໍ່ວຽກງານດັ່ງກ່າວ ນັບແຕ່​ເລີ່​ມ​​ອອກ​ແບບ ​ໄປຮອດການນຳໃຊ້​ ອຸປະກອນ​​ດັກ​ຈັບ​ສິ່ງ​ເສດ​ເຫລືອ​ ໃນ​ຂະ​ບວນການ​ຜະລິດ​ໄຟຟ້າ ທີ່​ມີ​ປະສິດທິພາບ​ລະດັບ​ສາກົນ. ແຕ່ເຖິງຢ່າງ​ໃດ​ກໍ​ຕາມ ຕະຫລອດ​ໄລຍະ​ການ​ກໍ່ສ້າງ ​ແລະ ອາຍຸ​ການ​ສຳ​ປະທານ 25 ປີ, ​ບໍລິສັດ​ໄດ້​ມີ​ການ​ວັດ​ແທກ​ ຄຸນ​ນະພາ​ບດ້ານ​ສິ່ງ​ແວດ​ລ້ອມ, ​ໂດຍມີ​ໜ່ວຍ​ງານ​ກ່ຽວຂ້ອງ ​ຂອງ​ລັດຖະບານ ໄດ້​ຕິດຕາມ​ກວດກາ​ ຢ່າງ​ເຂັ້ມ​ງວດ, ມີ​ຄວາມ​ໝັ້ນ​ໃຈ​ວ່າ​ ໂຮງ​ໄຟຟ້າ​ແຫ່ງ​ນີ້ ຈະ​ບໍ່​ກໍ​ໃຫ້​ເກີດ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສຸຂະພາບ​ຂອງ​ປະຊາຊົນ ​ທີ່​ອາ​ໄສ​ຢູ່​ເຂດ​ພື້ນ​ທີ່​ເມືອງ​ຫົງ​ສາ ​ແລະ ບໍລິ​ເວນ​ໃກ້​ຄຽງ​ຢ່າງ​ແນ່ນອນ ສຳລັບ​ວັດ​ຖຸດິບ​ທີ່​ນຳ​ໃຊ້​ ເຂົ້າ​ໃນ​ຂະ​ບວນການ​ຜະລິດ​ ມີ​ບໍ່​ຖ່ານ​ຫີນ​ ທີ່​ມີ​ປະລິມານ​ສຳຮອງ ຫລາຍເຖິງ 577 ລ້ານ​ໂຕນ, ຄາດ​ວ່າ​ຈະ​ນຳ​ໃຊ້ ​ເຂົ້າ​ໃນ​ການ​ຜະລິດ​ປະມານ 380 ລ້ານ​ໂຕນ ຕະຫລອດ​ໄລຍະ​ການ​ສຳ​ປະທານ 25ປີ.

ເຂື່ອນ​ນ້ຳ​ເລືອກ ​ແລະ ​ເຂື່ອນ​ນ້ຳ​ແກນ, ​ເຊິ່ງ​ເປັນ​ແຫ​ລ່ງນ້ຳ​ ທີ່​ນຳ​ມາ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ກະ​ແສ​ໄຟຟ້າ, ​ໂດຍ​ ໂຮງ​ໄຟຟ້າ​ພະລັງ​ງານ​ຄວາມ​ຮ້ອນຫົງສາ ຈຳ​ເປັນ​ຕ້ອງ​ໃຊ້​ນ້ຳຈຳນວນບໍ່​ໜ້ອຍ ​ເພື່ອ​ເປັນ​ຕົວ​ຂັບ​ເຄື່ອນ ​ເພາະວ່າ​ຄວາມ​ຮ້ອນ​ ບໍ່​ສາມາດ​ຜະລິດ​ກະ​ໄຟຟ້າ​ໂດຍ​ກົງ​ໄດ້ ຈຶ່ງ​ໄດ້​ໃຊ້​ແຮງ​ດັນ​ອື່ນ​ເຂົ້າ​ຊ່ວຍ​ກໍ​ຄື ຕ້ອງ​ມີ​ນ້ຳ​ຢ່າງ​ພຽງພໍ. ນ້ຳ​ໃນ​ເຂື່ອນ​ ​ ຍັງ​ສາມາດສະໜອງ​ໃຫ້ແກ່​ ເນື້ອ​ທີ່​ປູກເຂົ້າ​ຂອງ​ປະຊາຊົນ​ປະມານ 350 ​ເຮັກຕາ, ທັງ​ສາມາດນຳ​ໄປ​ຜະລິດ​ນ້ຳ​ປະປາ​ ຮັບ​ໃຊ້​ຊາວ​ເມືອງ​ຫົງ​ສາ​ໄດ້​ອີກ, ສ່ວນ​ບໍ່​ຫີນ​ປູນ​ຢູ່​ເມືອງ​ເງິນ ກໍ​ເປັນ​ແຫລ່ງວັດຖຸ​ດິບ​ແຫ່ງ​ໜຶ່ງ ທີ່​ນຳ​ໃຊ້​ເຂົ້າ​ໃນຂະ​ບວນການ​ ດັກ​ຈັບ​ຄາບ​ອນ​ໄດ​ອ໋ອກ​ໄຊ ຈາກ​ຂະ​ບວນການ​ເຜົາ​ໄໝ້ ໄດ້ອີກດ້ວຍ.

ໂຮງ​ໄຟຟ້າ​ພະລັງ​ງານ​ຄວາມ​ຮ້ອນ ຕັ້ງ​ຢູ່​ເມືອງ​ຫົງ​ສາ, ​ແຂວງ​​ໄຊ​ຍະ​ບູລີ ມີ​ເນື້ອ​ທີ່​ທັງ​ໝົດ 76,2 ກິ​ໂລ​ແມັດ, ປະກອບ​ມີ​ບໍ່​ຖ່ານ​ຫີນ​ລິກ​ໄນ ທີ່​ສາມາດນຳ​ມາ​ໃຊ້​ຜະລິດ​ໄຟຟ້າ​ໄດ້ 14,3 ລ້ານ​ໂຕນ/ປີ, ມີ​ເຄື່ອງ​ຜະລິດ​ກະ​ແສ​ໄຟຟ້າ​ທັງ​ໝົດ 3 ໜ່ວຍ, ​ມີ​ກຳລັງ​ຕິດ​ຕັ້ງໜ່ວຍ​ລະ 626 ​ເມ​ກາ​ວັດ, ມີ​ລະບົບ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ຂະໜາດ​ແຮງ​ດັນ 500 ກິ​ໂລ​ໂວ​ນ ​ແລະ 115 ກິ​ໂລ​ໂວ​ນ, ມີ​ເຂື່ອນ​ເກັບ​ກັກ​ນ້ຳ 2 ​ແຫ່ງ​ຄື: ​ເຂື່ອນ​ນ້ຳ​​ແກນ ​ແລະ ​ເຂື່ອນ​ນ້ຳ​ເລື​ອກ, ມີ​ເນື້ອທີ່​ຈັດ​ສັນ​ເພື່ອ​ພັດທະນາ​ກະສິກຳ, ສູນ​ອົບຮົມ​ວິຊາ​ຊີບ ​ແລະ ຈັດ​ສັນ​​ບ້ານ​​ໃໝ່, ມີ​ລະບົບ​ພື້ນຖານ​ໂຄງ​ລ່າງທີ່​ມີ​ຄຸນ​ນະພາ​ບສາມາດ​ ເປັນ​ເສັ້ນທາງ​ເສດຖະກິດ​ທີ່​ສຳຄັນ​ຂອງ​ທັງ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ ​ເສັ້ນທາງຄົມມະນາຄົມ ເຊື່ອມ​ຕໍ່​ລະຫວ່າງ ລາວ-​ໄທ (​ແຂວງນ່ານ ປະ​ເທດ​ໄທ-​ເມືອງຫົງ​ສາ ​ໄຊ​ຍະ​ບູລີ-ຫລວງ​ພະ​ບາງ-ອຸດົມ​ໄຊ ສປປ ລາວ) ອີກດ້ວຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...