spot_img
Homeຂ່າວພາຍ​ໃນຜົນຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ

ຜົນຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ

Published on

1-1

ວັນ​ທີ 24 ພະຈິກ​ນີ້, ກອງ​ປະຊຸມ​ລັດຖະບານ​ສະໄໝ​ສາມັນ​ປະຈຳ​ເດືອນ​ພະຈິກ ໄດ້​​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ​ລັດ ຖະມົນຕີ, ມີ​ບັນດາ​ທ່ານຮອງ​ນາຍົກລັດຖະມົນຕີ ​ແລະ ສະມາຊິກ​ລັດຖະບານ​​ເຂົ້າ​ຮ່ວມ. ກອງ​ປະຊຸມ​ໄດ້​ປຶກສາຫາ​ລື, ປະກອບ​ຄຳ​ຄິດ​ຄຳເຫັນ ​ແລະ ຮັບຮອງ​ເອົາ​ທາງ​ດ້ານຫຼັກການຕໍ່​ການ​ປັບປຸງ ​ບັນດາຮ່າງ​ກົດໝາຍ​ຈຳນວນ​ໜຶ່ງ​ດັ່ງນີ້:
1. ຮ່າງກົດໝາຍ​ວ່າ​ດ້ວຍການລົງ​ທຶນຂອງ​ລັດຖະບານສະບັບ​ປັບປຸງ, ຈຸດປະ​ ສົງເພື່ອຄຸ້ມ​ຄອງ, ຕິດຕາມ, ກວດກາການ​ລົງທຶນ​ຂອງ​ລັດ​ແນ​ໃສ່ຮັບປະກັນ​ໃຫ້​ແຜນ ການ​ລົງທຶນ ສອດຄ່ອງ​ກັບທິດທາງ​ນະ​ໂຍບາຍ ​ແລະ ​ແຜນ​ພັດທະນາເສດຖະກິ​ດ-ສັງຄົມ​ແຫ່​ງຊາດທັງ​ມີ​ປະສິດທິພາບ, ມີ​ປ​ະສິດທິຜົນ​ສູງ, ມີ​ຄວາມ​ໂປ່​​ງ​ໃສ, ຮັບປະກັນ​ການ​ດຸ່ນດ່ຽງ​ຂອງ​ເສດຖະກິດ​ມະຫາ​ພາກ, ປັບປຸງ​ເສດຖະກິດ​ຂອງ​ລັດ​ໃຫ້ ​ເຂັ້ມ​ແຂງ, ສາມາດ​ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​​ໃຫ້ພາກສ່ວນ​ເສດ ຖະກິດ​ອື່ນ​ເຂົ້າ​ຮ່ວມ​ໃນ​ການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​​ໃຫ້ມີ​ການ​ຂະຫຍາ​ ຍຕົວຢ່າງ​ຕໍ່​ເນື່ອງ ​ແລະ ຍືນ​ຍົງທັງ​ເປັນ​ການ​ຍົກ​ລະດັບຊີວິດ​ການ​ເປັນ​ຢູ່ ​ຂອງ​ປະຊາ ຊົນ​ໃຫ້​ດີ​ຂຶ້ນ, ປະກອບສ່ວນ ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ- ປ້ອງ​ກັນຄວາມ​ສະຫງົບ ​ແລະ ຮັກສາ​ສະພາບ​ແວດລ້ອມ.
2. ຮ່າງກົດໝາຍ​ວ່າ​ດ້ວຍງົບ​ປະມານສະບັບ​ປັບ​ປຸງ​ແນ​ໃສ່​ເພື່ອ​ຄຸ້ມ​ຄອງ​ການ​ ເກັບ​ລາຍຮັບ​ເຂົ້າ​ງົບປະມານ​ໃຫ້​ຖືກຕ້ອງ, ຄົບ​ຖ້ວນ, ປະຕິບັດ​ລາຍຈ່າຍ​ ງົບປະມານ​ ໃຫ້​ໂປ່​ງ​ໃສ,​ ປະ​ຢັດ​ມັດທະຍັດ, ມີ​ປະສິດທິຜົນ, ​ເອກະ​ພາບ​ໃນ​ຂອບ​ເຂດທົ່ວ​ ປະ​ເທດ, ຍົກ​ສູງ​ຄວາມ​ຮັບຜີ​ດຊອບ​ຂອງ​ອົງການ​ລັດ​ທຸກຂັ້ນ, ​ເພີ່ມ​ຖານ​ແຫຼ່ງ ລາຍ​ຮັບ, ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ ການ​ເງິນ​ດ້ວຍຕົນ​ເອງ​​ເທື່ອ​ລະກ້າວ, ​ເຮັດ​ໃຫ້ການ​ເງິນ​ແຫ່ງ ຊາດ​ມີ​ສະຖຽນ​ລະ​ພາບ ​​ແລະ ສາມາດ​ເຊື່ອມ​ໂຍງ​ເຂົ້າ​ ກັບ​ລະ ບົບການ​ເງິນ​ສາກົນ ​ແນ​​ໃສ່​ປະ ກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ ການ​ພັດທະນາ​ເສດຖະກິດ- ສັງຄົມ​ແຫ່ງ​ຊາດ​ໃຫ້​ຕໍ່​ເນື່ອງ ​ແລະ ຍືນ​ຍົງ.
3. ຮ່າງກົດໝາຍ​ວ່າ​ດ້ວຍສ່ວຍ​ສາ​ອາກອນສະບັບ​ປັບປຸງ​ເພື່ອ​ຄຸ້ມ​ຄອງ, ກວດກາ ​ແລະ ດັດສະ​ເລ່ຍລາຍ​ໄດ້​ຂອງຜູ້​ດຳ​ເນີນ​ການຜະລິດ​ທຸລະ​ກິດ, ສັງຄົມ ​ແລະ ພົນ ລະ​ເມືອງ​ທຸກຄົນ​ຢ່າງ​ຍຸຕິ​ທຳ,​ ຊຸກ​ຍູ້​ສົ່ງ​ເສີມການ​ຜະລິດ​ທຸລະ​ກິດ​ໃຫ້​ ມີ​ການຂະຫຍາຍຕົວ​ຢ່າງ​​ແຂງ​ແຮງ​ແນ​ໃສ່​ຮັບປະກັນ​ກາ​ນ​ເກັບ​ພັນທະ​ອາກອນ​ ເຂົ້າ​ງົບປະມານ ​ແຫ່ງ​ລັດ​​ໃຫ້​ຖືກຕ້ອງ, ຄົບ​ຖ້ວນ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດ ທະນາ​ເສດຖະກິດ-ສັງຄົມ​ຂອງ ຊາດ.
4. ກົດໝ​າຍວ່າ​ດ້ວຍ​ລັດຖະບານສະບັບ​ທຳ​ອິດ​ໄດ້​ປະກາດ​ໃຊ້​ໃນ​ປີ 1995 ​ແລະ ອີງ​ ໃສ່​ສະພາບ​ການ​ຂະຫຍາຍຕົວຂອງ​ເສດຖະກິດ-ສັ​ງຄົມ, ກົດໝາຍວ່າ​ດ້ວຍ​ລັດ ຖະບານ​ໄດ້ ມີ​ການ​ຄົ້ນຄວ້າ​ປັບປຸງ​​ໃຫ້​ສອດ ຄ່ອງ​ ​ແລະ ປະກາດ​ໃຊ້​ໃນ​ປີ 2003 ​ແລະ ຜ່ານ​ການຈັດຕັ້ງ ປະຕິບັດ​ມາ​ເປັນ​ເວລາ 10 ປີ ກ່ວາ, ​ເຫັນ​ວ່າ​ມີ​ຜົນສຳ​ເລັດ ​ໃນ​ຫຼາຍ​ດ້ານ, ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ-ສັງຄົມ​ມີ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ລະບົບການ​ເມືອງ​ມີ​ສະຖຽນລະ​ພາບ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ ​ແຕ່​ເຖິງ ​ຢ່າງ​ໃດ​ກໍ​ຕາມ​ເພື່ອ​ເຮັດ​ໃຫ້ກົດໝາຍ​ວ່າ​ດ້ວຍ​ລັດຖະບານ​ມີ​ຄວາມ​ ສອດຄ່ອງກັບ​ການ​ພັດທະນາ​​ເສດຖະກິດ-ສັງຄົມ​ໃນ​ໄລຍະ​ໃ​ໝ່ທັງສອດຄ່ອງ​ກັບ​ເນື້ອ ​ໃນ​ ການ​ປັບປຸງ​ລັດຖະທຳ​ມະນູນ, ກົດໝາຍ ​ແລະ ນິຕິ​ກຳ​ຕ່າງໆ​ທີ່​ກ່ຽວຂ້ອງຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້ຄົ້ນຄວ້າປັບປຸງ​ ກົດໝາຍ​ວ່າ​ດ້ວຍລັດຖະບານ ​ແຫ່ງ ສປປ ລາວ ສະບັບທີ່​ນຳ​ໃຊ້​ໃນ​ປະຈຸ​ບັນ​ເພື່ອ​ກຳນົດ​ຫຼັກການ​ຈັດຕັ້ງ, ການ​ເຄື່ອນ​ໄຫວ ​ແລະ ລະບອບ​ລະບຽບ, ວິທີ​ການ​ເຮັດ​ວຽກຂອງ​ລັດຖະບານ​ເພື່ອ​ເຮັດ​ໃຫ້ການ​ ຄຸ້ມ​ຄອງ ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ, ການ​ປ້ອງກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ,​  ການ​ພົວພັນຕ່າງປະ​ເທດ, ການ​ນຳ​ໃຊ້ຊັບພະຍາກອນ​ທຳ​ມະຊາດ ​ແລະ ການ​ປົກ ​ປັກ​ຮັກສາ​ສິ່ງແວດ​ລ້ອມ​ໃຫ້​ມີ​ປະສິດທິ​ພາບ, ຮັບປະກັນ​ການ​ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການແນໃສ່ເຮັດໃຫ້ປະເທດມີຄວາມຮັ່ງມີເຂັ້ມ ແຂງ, ຊີວິດ ການເປັນຢູ່ຂອງປະຊາຊົນດີ ຂຶ້ນ, ສັງຄົມມີຄວາມສະຫງົບ, ຍຸຕິທຳ ແລະ ສີວິໄລ.
5. ສຳລັບການປັບປຸງຮ່າງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນທີ່ໄດ້ປະກາດໃຊ້ມາແຕ່ປີ 2003 ມາເຖິງປະຈຸບັນເຫັນວ່າເນື້ຶ້ອໃນບາງໝວດ, ບາງມາດຕາ ຍັງບໍ່ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ບໍ່ສອດ ຄ່ອງກັບສະພາບຕົວຈິງຂອງ ການພັດທະນາໃນໄລຍະໃໝ່. ສະນັ້ນຈຶ່ງມີຄວາມຈຳເປັນ ຕ້ອງໄດ້ມີການປັບປຸງ ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອກຳນົດຫຼັກການພື້ນຖານກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ລະບອບແບບແຜນວິທີເຮັດວຽກຂອງອົງການປົກຄອງ ທ້ອງຖິ່ນເພື່ອປັບປຸງ ແລະ ສ້າງອົງການປົກຄອງທ້ອງຖິ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໂປ່ງໃສ ແລະ ເປັນລະ ບົບໃນທົ່ວປະເທດ, ຮັບປະກັນການປະຕິບັດ ລັດຖະທຳມະນູນ, ກົດໝາຍ, ແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການ ຕ່າງ ປະເທດຕາມການແບ່ງຂັ້ນຄຸ້ມຄອງ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ແນໃສ່ເຮັດໃຫ້ປະ ເທດຊາດມີຄວາມມັ່ງຄັ່ງເຂັ້ມ ແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງ ດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ຕໍ່ບັນດາຮ່າງກົດໝາຍ ເຫຼົ່ານີ້, ກອງປະຊຸມໄດ້ມີທິດຊີ້ ນຳໃຫ້ພາກສ່ວນທັງໝົດທີ່ ກ່ຽວຂ້ອງ ນຳໄປປັບປຸງຕື່ມ ຕາມການປະກອບຄຳເຫັນ ຂອງສະມາຊິກລັດ ຖະບານ ເປັນຕົ້ນການຈັດກອງປະຊຸມ ສຳມະນາວິຊາການເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ຮັດກຸມເພື່ອນຳສະເໜີສະພາແຫ່ງຊາດພິຈາລະນາ ຮັບຮອງ, ເມື່ອປະກາດໃຊ້ແລ້ວ ສາມາດປະຕິບັດໄດ້ຍາວນານ ແລະ ບໍ່ຂັດກັບກົດໝາຍສະບັບອື່ນທີ່ໄດ້ປະກາດໃຊ້ທັງ ສອດຄ່ອງກັບສັນຍາ, ສົນທິສັນຍາ ແລະ ກົດໝາຍສາກົນ ທີ່ ສປປ ລາວ ເປັນພາຄີ.
ຕອນທ້າຍກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ສະມາຊິກລັດຖະບານນຳເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບໃນກອງປະຊຸມຄັ້ງນີ້ ລວມທັງ ບັນດາວຽກງານທີ່ເປັນຈຸດສຸມໃນເດືອນທັນວາ 2015 ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ:
1. ແຕ່ນີ້ຮອດເດືອນທັນ ວາປີ 2015 ຈະມີຫຼາຍວຽກ ແລະ ມີຫຼາຍເຫດການສຳຄັນ ຕ່າງໆຂອງຊາດ ໂດຍສະເພາະ ແມ່ນການກະກຽມສະເຫຼີມສະ ຫຼອງວັນຊາດທີ 2 ທັນວາ ຄົບ ຮອບ 40 ປີ ຊຶ່ງໃນໂອກາດ ດັ່ງກ່າວກໍມີບຸນພະທາດຫຼວງ, ບຸນປີໃໝ່ສາກົນ, ຈະມີການວາງສິນຄ້າວຽງຈັນ 2015, ການໂຮມຊຸມນຸມໃຫຍ່, ການ ສວນສະໜາມຂອງກ້ອນກຳ ລັງຕ່າງໆ, ການຕ້ອນຮັບແຂກ ການນຳຂັ້ນສູງຈາກຕ່າງປະ ເທດຈຳນວນໜຶ່ງ ທີ່ຈະມາ ຢ້ຽມຢາມ ຈຶ່ງສະເໜີໃຫ້ທຸກ ພາກສ່ວນເອົາໃຈ ໃສ່ກະກຽມ ໃຫ້ດີ ເປັນຕົ້ນດ້ານເນື້ອໃນ, ບັນຫາຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ, ຄວາມສະ ຫງົບປອດໄພຮອບດ້ານ ແລະ ການປະດັບປະດາຕົບແຕ່ງ ດ້ວຍທຸງຊາດ, ທຸງພັກ, ທຸງທິວ, ຕິດຕັ້ງດອກໄຟປະດັບປະດາ, ປ້າຍຄຳຂັວນຕາມຄະນະໂຄສະນາໄດ້ສົ່ງໃຫ້ ໂດຍມອບໃຫ້ຂະແໜງການ ແລະ ອົງການ ອ້ອມຂ້າງ ສູນກາງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າ ການຈັດຕັ້ງປະຕິບັດດ້ວຍງົບ ປະມານຂອງຕົນເອງ ຫຼື ນຳໃຊ້ ການປຸກລະດົມ. ເຮັດໃຫ້ຕົວ ເມືອງກໍຄືສຳນັກງານ-ອົງການ ໃຫ້ມີຄວາມສະອາດຈົບງາມ ອັນສຳຄັນແມ່ນເຮັດໃຫ້ງານ ດັ່ງກ່າວ ມີບັນຍາກາດທີ່ດີ ແລະ ມີຜົນສຳເລັດຢ່າງຈົບ ງາມ.
2. ໃນໂອກາດດັ່ງກ່າວນີ້ ພວກເຮົາຈະມີກອງປະຊຸມໂຕະມົນລະດັບສູງຄັ້ງທີ 12, ກອງປະຊຸມສະຫຼຸຸບ ແລະ ຍ້ອງຍໍວຽກງານ 3 ສ້າງ ແລະ ກອງປະຊຸມຜູ້ຊົງ ຄຸນວຸດທິທົ່ວປະເທດ ຈຶ່ງສະເໜີໃຫ້ພາກສ່ວນ ກ່ຽວຂ້ອງກະກຽມໃຫ້ດີ ໂດຍ ສະເພາະແມ່ນດ້ານເນື້ອໃນ.
3. ​ເດືອນ​ທັນວາ​ນີ້ຈະ​ມີກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງສະພາ​ແຫ່​ງ​ຊາດ, ສະ​ເໜີ​ໃຫ້ ບັນດາ​ສະຫາຍ​ສະມາຊິກ​ລັດຖະບານ​ເຂົ້າ​ຮ່ວມ ​ແລະ ກະກຽມ​ບົດ​ປະ​ກອບ ​ຄຳ​ເຫັນ ​ແລະ ບົດ​ຊີ້​ແຈງ​ຕ່າງໆ​ທີ່​ສະພາ​ຕັ້ງຂໍ້ ຊັກ​ຖາມ​ໃຫ້​ຈະ​ແຈ້ງ, ຮັດກຸມ ​ແລະ ຖືກ​ກັບ​ຄວາມ​ເປັນ​ຈິງ.
4. ​ໃຫ້​ສືບຕໍ່​ເອົາ​ໃຈ​ໃສ່​ຈັດຕັ້ງຜັນ​ຂະຫຍາຍ​ດຳລັດ​ວ່າ ດ້ວຍ​ການຈັດຕັ້ງປະຕິບັດ​ແຜນ ພັດທະນາ​ເສດຖະກິດ-ສັງຄົມ ສົກ​ປີ 2015-2016 ສະບັບ ​​ເລກທີ 277/ນຍ ລົງ​ວັນ​ທີ 18 ກັນຍາ 2015 ​ໃຫ້​ມີ​ໝາກ​ມີ​ຜົນຕົວ​ຈິງພ້ອມ​ກັນນັ້ນກໍ​ໃຫ້​ ສືບຕໍ່ ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະ​ມານ ​ໃຫ້​ໄດ້ຕາມ​ແຜນ ​ແລະ ມີ​ມາດຕະການ​ທີ່​ຮັດກຸມ​ສອດ ຄ່ອງ​ ​ເພື່ອ​ຈຳ​ກັດ​ການ​ຕົ​ກ​ເຮ່ຍ​ເສຍ ຫາຍ.
5. ​ໃຫ້​ຂະ​ແໜງ​ການ​ກ່ຽວ ຂ້ອງ​ເອົາ​ໃຈ​ໃສ່​ຊີ້ນຳ​ກ່ຽວ​ກັບ ການ​ເກັບ​ກ່ຽວ​ຜົນ​ຜະລິດ​ລະດູນາປີ​ໃຫ້​ໄດ້​ຮັບ​ຜົນ​ດີ ​ແລະ ສືບຕໍ່ກະກຽມ​ການ​ຜະລິດ​ລະດູ ​ແລ້ງທີ່​ຈະ​ມາ ​ເຖິງນີ້​ໃຫ້​ດີ​ກ່ວາ ​ເກົ່າ.
6. ກອງ​ປະຊຸມ​ປະຈຳ​ເດືອນ​ທັນວາ 2015 ຄາດ​ວ່າຈະ​ຈັດ​ໃສ່​ວັນ​ທີ 21-22 ຈຶ່ງ​ສະເໜີ​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງກະ ກຽມ​ເນື້ອ​ໃນ​ທີ່​ຈະລາ​ຍງານຕໍ່​ ກອງ​ປະ​ຊຸມ​ລັດ ຖະບານ​ໃຫ້ທັນເວລາ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...