Homeປະເພນີ-ວັດທະນະທຳການແຂ່ງຂັນຕີຄີ ປະເພນີບູຮານ ສະຫລອງບຸນນະມັດສະການ ພະທາດຫລວງ

ການແຂ່ງຂັນຕີຄີ ປະເພນີບູຮານ ສະຫລອງບຸນນະມັດສະການ ພະທາດຫລວງ

Published on

666666

ການ​ແຂ່ງຂັນ​ຕີຄີ ​ແມ່ນກິລາ​ພື້ນ​ເມືອງ ​ເຊິ່ງ​ເປັນ​ກິ​ດຈະ​ກຳ​ໜຶ່ງ​ທີ່​ຈັດ​ຂຶ້ນໃນ​ຕອນ​ບ່າຍມື້​ສຸດ​ທ້າຍ​ຂອງ​ ບຸນ​ນະມັດສະການ​ພະທາດ​ຫລວງ ​ເພື່ອ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ລະຫວ່າງບ້ານ ຕໍ່​ບ້ານ ​ແລະ ​ສ້າງ​ຄວາມ​ສາມັກຄີ ຮັກ​ແພງ​ລະຫວ່າງພະນັກງານ​ລັດຖະບານ ​ກັບປະຊາຊົນ, ພ້ອມ​ຍັງ​ເປັນກິດຈະກຳ​ທີ່​ສາມາດ​ດຶງ​ດູດ​ຄວາມສົນ​ໃຈ​ຂອງ​ມວນ​ຊົນ​ລາວ ​ແລະ ຕ່າງປະ​ເທດ ​ເຂົ້າ​ຊົມ ​ແລະ ​ເຊຍ​ດັງ​ຟົດ​ສະ​ນັ່ນທົ່ວສະໜາມ​ຫລວງ (​ເດີ່ນ​ທາດຫລວງ).

ການ​ແຂ່ງຂັນ​ກິລາ​ພື້ນ​ເມືອງ​ນີ້ ຈາກ​ເມື່ອ​ກ່ອນ​ຕ້ອງ​ຕີ​ໃຫ້​ໄດ້​ໄລຍະ​ໄກ​ທີ່​ສຸດ ຈຶ່ງ​ຈະ​ເປັນ​ຜູ້​ຊະນະ, ​ໄດ້​ພັດທະນາ​ເປັນ​ການ​ແຂ່ງ​ຂັນ​ແບບ​ທີ​ມ ກະຕິ​ກາ​ການ​ແຂ່ງຂັນ ຈຶ່ງ​ຖືກ​ປັບ​ປ່ຽນ​ໄປ​ເປັນ​ການ​ຕີ​ລູກຄີ ​ໃຫ້​ເຂົ້າ​ປະຕູ​ຂອງ​ອີກ​ຝ່າຍ​ໜຶ່ງ ​ໂດຍ​ມີ​ອຸປະກອນ​ທີ່​ເຮັດ​ຈາກ​ພູມ​ປັນຍາ​ດັ່ງ​ເດີມ ນັ້ນ​ກໍ​ຄື “​ໄມ້ຕີ” ທີ່​​ເຮັດ​ຈາກ​ໄມ້​ໄຜ່ ທີ່​ມີ​ບໍລິ​ເວນ​ເຫງົ້າ ຫລື ​ໂຄນ​ຕົ້ນ​​ເດ່​ອອກ​ມາ​ເປັນ​ຮູບຊົງ​ໂຄ້ງ(ບາງ​ຄົນ​ກໍ​ໃຊ້​ໄມ້​ອື່ນ​ແທນ), ສ່ວນ “ລູກ​ຄີ” ​​ແມ່ນ​ໝາກບານ​ນ້ອຍ​ທີ່​ເຮັດ​ດ້ວຍ​ແພ ຫລື ປະ​ຍຸກ​ໃຊ້​ວັດຖຸ​ອື່ນ​ເຮັດ​ເປັນ​ລູກ​ຄີ. ປະຕູ ກໍ​ມີ​ລັກສະນະ​ຄື​ປະຕູ​ບາ​ນ​ເຕະ ​ແຕ່​ມີ​ຂະໜາດ​ນ້ອຍ​ກວ່າ ​ໂດຍ​ມີ​ຜູ້​ເຂົ້າ​ແຂ່ງຂັນ​ທີ​ມລະ 11 ຄົນ ຫລື ຫລາຍ​ກວ່າ​ນັ້ນ.

ພາຍຫລັງ ​ສຳ​ເລັດ​ພິທີ​ຕັກບາດ ຖວາຍ​ສັງຄະ​ທານໃນຕອນເຊົ້າຂອງມື້ຂຶ້ນ 15 ຄ່ຳເດືອນ 12 ລາວ ປີ​ມະ​​ແມ ພສ 2558 ກົງກັບວັນພຸດທີ 25 ພະຈິກ 2015 ຢູ່​ບໍລິ​ເວນ​ເດີ່ນ ​ແລະ ວັດ​ທາດຫລວງ. ຕອນບ່າຍຂອງມື້ດຽວກັນ ກໍມີຂະບວນແຫ່ລູກຄີ ອອກຈາກກົມມະລຽນທາດ ເພື່ອທຳການແຂ່ງຂັນຕາມ ປະເພນີ. ບໍລິເວນໃຈກາງເດີ່ນພະທາດຫລວງໃນເວລານີ້ ໄດ້ຖືກນິມິດໃຫ້ກາຍເປັນເດີ່ນກິລາ ໂດຍມີນັກ ກິລາ 2 ທີມຈາກຝ່າຍ ລັດຖະບານ ແລະ ທີມຝ່າຍປະຊາຊົນ ເພື່ອທຳການແຂ່ງຂັນຕີຄີ. ຜົນຂອງການແຂ່ງຂັນຕີຄີ ຍັງສາມາດທວາຍຊາຕາຂອງບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າ ສືບຕໍ່ກັນມາ); ຫາກປີໃດ ຝ່າຍລັດຖະບານຊະນະ ແມ່ນປີນັ້ນ ຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ ເຂົ້າໝາກ ປາແພງ, ມີໂຈນ ຂີ້ລັກງັດແງະຫລາຍ, ເກີດພະຍາດລະບາດ…ຖ້າປີໃດ ຝ່າຍປະຊາຊົນຊະນະ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍ, ເຂົ້າປາອາຫານ ເຫລືອຢູ່ເຫລືອກິນ, ປະຊາຊົນຢູ່ເຢັນ ເປັນສຸກ ບ້ານເມືອງສະຫງົບສຸກ ປອດໄພ.

ສ່ວນໃນຕອນຄໍ່າ,ກໍຈະມີພິທີວຽນທຽນ ແລະ ສຸດທ້າຍແມ່ນການຈູດບັ້ງໄຟບູຊາພະທາດ​ເຊິ່ງປະກອບດ້ວຍເຄື່ອງສິບຫົກເຊັ່ນ: ບັ້ງໄຟດອກ,ບັ້ງໄຟຊ້າງ, ບັ້ງໄຟມ້າບັ້ງໄຟພະນຽງ,  ບັ້ງໄຟຕະໄລ ແລະ ບັ້ງໄຟດອກໄມ້ຢ່າງລະສິບຫົກ. ຈາກນັ້ນກໍມີການຄົບງັນກັນຕາມປະເພນີ.

ຂອບໃຈບົດຄວາມຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...