ລັດຖະບານພິຈາລະນາຮັບຮອງການປັບປຸງຮ່າງກົດໝາຍຈໍານວນໜຶ່ງ

12243370_452641781606274_8514107127070192723_n 12301747_452641778272941_7844453778134496793_n

ຂປລ. ວັນທີ 24 ພະຈິກ 2015 ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ພະຈິກໄດ້ໄຂຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.ກອງປະຊຸມໄດ້ປຶກສາຫາລື, ປະກອບຄຳຄິດຄໍາເຫັນ ແລະ ຮັບຮອງເອົາທາງດ້ານຫຼັກການ ຕໍ່ການປັບປຸງບັນດາຮ່າງກົດໝາຍຈໍານວນໜຶ່ງ ດັ່ງນີ້:
1. ຮ່າງກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບປັບປຸງ ຈຸດປະສົງເພື່ອຄຸ້ມຄອງ, ຕິດຕາມ, ກວດກາການລົງທຶນຂອງລັດ ແນໃສ່ຮັບປະກັນໃຫ້ແຜນການລົງທຶນ ສອດຄ່ອງກັບທິດທາງນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທັງມີປະສິດທິພາບ, ມີປະສິດທິຜົນສູງ, ມີຄວາມໂປ່ງໄສ, ຮັບປະກັນການດຸ່ນດ່ຽງຂອງເສດຖະກິດມະຫາພາກ, ປັບປຸງເສດຖະກິດຂອງລັດໃຫ້ເຂັ້ມແຂງ,ສາມາດສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ພາກສ່ວນເສດຖະກິດອື່ນ ເຂົ້າຮ່ວມໃນການພັດທະນາເສດຖະກິດແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ ທັງເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສະພາບແວດລ້ອມ.
2. ຮ່າງກົດໝາຍວ່າດ້ວຍງົບປະມານ ສະບັບປັບປຸງ ແນໃສ່ເພື່ອຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງ, ຄົບຖ້ວນ, ປະຕິບັດລາຍຈ່າຍງົບປະມານ ໃຫ້ໂປ່ງໃສ, ປະຢັດມັດທະຍັດ, ມີປະສິດທິຜົນ, ເອກະພາບໃນຂອບເຂດທົ່ວປະເທດ, ຍົກສູງຄວາມຮັບຜິດຊອບຂອງອົງການລັດທຸກຂັ້ນ, ເພີ່ມຖານແຫຼ່ງລາຍຮັບ, ສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍຕົນເອງເທື່ອລະກ້າວ ເຮັດໃຫ້ການເງິນແຫ່ງຊາດ ມີສະຖຽນລະພາບ ແລະ ສາມາດເຊື່ອມໂຍງເຂົ້າກັບລະບົບການເງິນສາກົນ ແນໃສ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຕໍ່ເນື່ອງ ແລະ ຍືນຍົງ.
3. ຮ່າງກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບການປັບປຸງ ເພື່ອຄຸ້ມຄອງ, ກວດກາ ແລະ ດັດສະເລັ່ຍລາຍໄດ້ຂອງຜູ້ດໍາເນີນການຜະລິດທຸລະກິດ, ສັງຄົມ ແລະ ພົນລະເມືອງທຸກຄົນຢ່າງຍຸຕິທໍາ, ຊຸກຍູ້ສົ່ງເສີມການຜະລິດທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ ແນໃສ່ຮັບປະກັນການເກັບພັນທະອາກອນ ເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
4. ກົດໝາຍວ່າດ້ວຍລັດຖະບານສະບັບທໍາອິດໄດ້ປະກາດໃຊ້ໃນປີ1995 ແລະອີງໃສ່ສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ກົດໝາຍວ່າດ້ວຍລັດຖະບານໄດ້ມີການຄົ້ນຄວ້າປັບປຸງໃຫ້ສອດຄ່ອງ ແລະປະກາດໃຊ້ໃນປີ2003ແລະຜ່ານການຈັດຕັ້ງປະຕິບັດມາເປັນເວລາ10 ກວ່າປີ ເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ, ເຮັດໃຫ້ພື້ນຖານເສດຖະກິດ-ສັງຄົມມີການພັດທະນາຢ່າງຕໍ່ເນື່ອງ, ລະບົບການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບປອດໄພ. ແຕ່ເຖິງຢ່າງໃດກໍ່ຕາມ ເພື່ອເຮັດໃຫ້ກົດໝາຍວ່າດ້ວຍລັດຖະບານມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ທັງສອດຄ່ອງກັບເນື້ອໃນການປັບປຸງລັດຖະທໍາມະນູນ, ກົດໝາຍ ແລະນິຕິກໍາຕ່າງໆທີ່ກ່ຽວຂ້ອງຈຶ່ງມີຄວາມຈໍາເປັນຕ້ອງໄດ້ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍລັດຖະບານແຫ່ງສປປລາວສະບັບທີ່ນໍາໃຊ້ໃນປະຈຸບັນເພື່ອກໍານົດຫຼັກການຈັດຕັ້ງ, ການເຄື່ອນໄຫວ ແລະ ລະບອບລະບຽບວິທີການເຮັດວຽກຂອງລັດຖະບານ ເພື່ອເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ການນໍາໃຊ້ຊັບພະຍາກອນຂອງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີປະສິດທິພາບ, ຮັບປະກັນການປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການ ແນໃສ່ເຮັດໃຫ້ປະເທດມີຄວາມຮັ່ງມີເຂັ້ມແຂງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ.
5. ສໍາລັບການປັບປຸງຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ທີ່ໄດ້ປະກາດໃຊ້ມາແຕ່ປີ 2003 ມາເຖິງປະຈຸບັນເຫັນວ່າ ເນື້ອໃນບາງໝວດ, ບາງມາດຕາ ຍັງບໍ່ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ບໍ່ສອດຄ່ອງກັບສະພາບຕົວຈິງ ຂອງການຂອງການພັດທະນາໃນໄລຍະໃໝ່. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ເພື່ອກໍານົດຫຼັກການພື້ນຖານກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ລະບອບແບບແຜນວິທີເຮັດວຽກຂອງອົງການປົກຄອງທ້ອງຖິ່ນ ເພື່ອປັບປຸງ ແລະ ສ້າງອົງການປົກຄອງທ້ອງຖິ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໂປ່ງໃສ ແລະ ເປັນລະບົບໃນທົ່ວປະເທດ, ຮັບປະກັນການປະຕິບັດລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະງົບ, ວຽກງານການຕ່າງປະເທດ ຕາມການແບ່ງຂັ້ນຄຸ້ມຄອງ, ປົກປ້ອງຜົນປະໂຫຍດຂອງລັດລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແນໃສ່ເຮັດໃຫ້ປະເທດຊາດ ມີຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ຕໍ່ບັນດາຮ່າງກົດໝາຍເຫຼົ່ານີ້, ກອງປະຊຸມໄດ້ມີທິດຊີ້ນໍາໃຫ້ພາກສ່ວນທັງໝົດທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການຈັດກອງປະຊຸມສໍາມະນາວິຊາການ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ຮັດກຸມເພື່ອນໍາສະເໜີສະພາແຫ່ງຊາດພິຈາລະນາຮັບຮອງ,ເມື່ອປະກາດໃຊ້ແລ້ວສາມາດປະຕິບັດໄດ້ຍາວນານແລະ ບໍ່ຂັດກັບກົດໝາຍສະບັບອື່ນທີ່ໄດ້ປະກາດໃຊ້ ທັງສອດຄ່ອງກັບສັນຍາ, ສົນທິສັນຍາ ແລະ ກົດໝາຍສາກົນ ທີ່ ສປປ ລາວ ເປັນພາຄີ.
ໃນຕອນທ້າຍກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ນໍາເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບ ໃນກອງປະຊຸມຄັ້ງນີ້ ລວມທັງ ບັນດາວຽກງານທີ່ເປັນຈຸດສຸມໃນເດືອນທັນວາ2015ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ:

  1. ແຕ່ນີ້ຮອດເດືອນທັນວາ ປີ 2015 ຈະມີຫຼາຍວຽກ ແລະ ມີຫຼາຍເຫດການສໍາຄັນຕ່າງໆຂອງຊາດ ໂດຍສະເພາະ ແມ່ນການກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 40 ປີ ຊຶ່ງໃນໂອກາດດັ່ງກ່າວ ກໍ່ມີບຸນພະທາດຫຼວງ, ບຸນປີໃໝ່ສາກົນ, ຈະມີການວາງສິນຄ້າວຽງຈັນ 2015, ການໂຮມຊຸມນຸມໃຫຍ່, ການສວນສະໜາມຂອງກ້ອນກໍາລັງຕ່າງໆ, ການຕ້ອນຮັບແຂກການນໍາຂັ້ນສູງຈາກຕ່າງປະເທດຈໍານວນໜຶ່ງ ທີ່ຈະມາຢ້ຽມຢາມ ຈຶ່ງສະເໜີໃຫ້ທຸກພາກສ່ວນ ເອົາໃຈໃສ່ກະກຽມໃຫ້ດີ ເປັນຕົ້ນ ດ້ານເນື້ອໃນ, ບັນຫາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຄວາມສະຫງົບປອດໄພຮອບດ້ານ ແລະ ການປະດັບປະດາຕົບແຕ່ງດ້ວຍທຸງຊາດ, ທຸງພັກ, ທຸງທີວ, ຕິດຕັ້ງດອກໄຟປະດັບປະດາ, ປ້າຍຄໍາຂັວນ ຕາມຄະນະໂຄສະນາໄດ້ສົ່ງໃຫ້ ໂດຍມອບໃຫ້ຂະແໜງການ ແລະ ອົງການອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການຈັດຕັ້ງປະຕິບັດ ດ້ວຍງົບປະມານຂອງຕົນເອງ ຫຼື ນໍາໃຊ້ການປຸກລະດົມ. ເຮັດໃຫ້ຕົວເມືອງ ກໍ່ຄື ສໍານັກງານ-ອົງການ ໃຫ້ມີຄວາມສະອາດຈົບງາມ ອັນສໍາຄັນ ແມ່ນເຮັດໃຫ້ງານດັ່ງກ່າວ ມີບັນຍາກາດທີ່ດີ ແລະ ມີຜົນສໍາເລັດຢ່າງຈົບງາມ.
    2. ໃນໂອກາດດັ່ງກ່າວນີ້ ພວກເຮົາຈະມີກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 12, ກອງປະຊຸມສະຫຼຸບ ແລະ ຍ້ອງຍໍວຽກງານ 3 ສ້າງ ແລະ ກອງປະຊຸມຜູ້ຊົງຄຸນວຸດທິທົ່ວປະເທດ ຈຶ່ງສະເໜີໃຫ້ພາກສ່ວນກ່ຽວ ຂ້ອງກະກຽມໃຫ້ດີ ໂດຍສະເພາະແມ່ນດ້ານເນື້ອໃນ.
    3. ເດືອນທັນວານີ້ ຈະມີກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ, ສະເໜີໃຫ້ບັນດາສະຫາຍ ສະມາຊິກລັດຖະບານ ເຂົ້າຮ່ວມ ແລະ ກະກຽມບົດປະກອບຄໍາເຫັນ ແລະ ບົດຊີ້ແຈງຕ່າງໆ ທີ່ສະພາຕັ້ງຂໍ້ຊັກຖາມໃຫ້ຈະແຈ້ງ, ຮັດກຸມ ແລະ ຖືກກັບຄວາມເປັນຈິງ.
    4. ໃຫ້ສືບຕໍ່ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍດໍາລັດ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2015-2016 ສະບັບເລກທີ 277/ນຍ, ລົງວັນທີ 18 ກັນຍາ 2015 ໃຫ້ມີໝາກມີຜົນຕົວຈິງ. ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນ ແລະມີມາດຕະການທີ່ຮັດກຸມສອດຄ່ອງ ເພື່ອຈໍາກັດການຕົກເຮັ່ຍເສຍຫາຍ.
    5. ໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ຊີ້ນໍາ ກ່ຽວກັບການເກັບກ່ຽວຜົນຜະລິດລະດູນາປີ ໃຫ້ໄດ້ຮັບຜົນດີ ແລະ ສືບຕໍ່ກະກຽມການຜະລິດລະດູແລ້ງ ທີ່ຈະມາເຖິງນີ້ ໃຫ້ດີກ່ວາເກົ່າ.
    6. ກອງປະຊຸມປະຈໍາເດືອນທັນວາ2015 ຄາດວ່າ ຈະຈັດໃສ່ວັນທີ 21-22 ຈຶ່ງສະເໜີໃຫ້ຂະແໜງການກ່ຽວຂ້ອງ ກະກຽມເນື້ອໃນທີ່ຈະລາຍງານຕໍ່ກອງປະຊຸມລັດຖະບານ ໃຫ້ທັນເວລາ.

ແຫ່ລງຂ່າວ

ຂປລ