spot_img
Homeຂ່າວການພັດທະນາທ່ານ ບາຣັກ ໂອບາມາ ພົບປະ ນາຍົກລັດຖະມົນຕີ ສປປ ລາວ ທີ່ ກອງປະຊຸມສຸດຍອດອາຊຽນ

ທ່ານ ບາຣັກ ໂອບາມາ ພົບປະ ນາຍົກລັດຖະມົນຕີ ສປປ ລາວ ທີ່ ກອງປະຊຸມສຸດຍອດອາຊຽນ

Published on

12278659_452434218293697_3002387718667858425_n

ຂປລ. ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດ ອາເມຣິກາໄດ້ພົບປະກັບ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ສປປ ລາວ ຢູ່ນະຄອນຫລວງກົວລາລໍາເປີ ປະເທດມາເລເຊຍ ໃນວັນທີ 21 ເດືອນພະຈິກນີ້ເພື່ອປຶກສາຫາລື ແລະ ເພີ່ມທະວີການພົວພັນຮ່ວມມືໃນຕໍ່ໜ້າລະຫວ່າງສອງປະເທດ. ລະຫວ່າງການພົບສອງຝ່າຍນັ້ນ ທ່ານ ທອງສິງ ທໍາມະວົງໄດ້ເນັ້ນເຖິງ ການຂະຫຍາຍສາຍພົວພັນທັງສອງຝ່າຍຂອງສອງປະເທດທີ່ສະຫະລັດອາເມຣິກາໄດ້ປະກອບສ່ວນເຂົ້າໃນຂະແຫນງການຕ່າງໆເປັນຕົ້ນດ້ານສຸຂະພາບ ແລະ ວຽກງານການເກັບກູ້ລະເບີດທີ່ບໍ່ທັນແຕກໃນສປປ ລາວ.

ທ່ານ ນາຍົກ ສປປ ລາວກໍໄດ້ແຈ້ງສະພາບໂດຍລວມຕໍ່ ທ່ານ ປະທານາທິບໍດີຂອງ ສະຫະລັດຮັບຊາບວ່າ: ສປປ ລາວມີຄວາມພ້ອມຈະໄດ້ເປັນປະທານກອງປະຊຸມອາຊຽນໃນຕົ້ນປີໜ້າ 2016 ພ້ອມດຽວກັນນີ້ ທ່ານ ບາຣັກ ໂອບາມາໄດ້ກ່າວວ່າ: “ຂ້າພະເຈົ້າຫວັງຢ່າງຍິ່ງວ່າຈະເປັນປະທານາທິບໍດີຜູ້ທຳອິດຂອງສະຫະລັດອາເມຣິກາທີ່ມາຢ້ຽມຢາມ ສປປ ລາວ ໃນໄລຍະທີ່ປະເທດລາວເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ,”; ທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ຄວາມພະຍາຍາມຂອງອາຊຽນໃນການເປີດປະຊາຄົມເສດຖະກິດອາຊຽນໃນທ້າຍປີນີ້ ແລະ ທ່ານໄດ້ເນັ້ນເຖິງການຂະຫຍາຍສາຍພົວພັນທາງດ້ານເສດຖະກິດຂອງສະຫະລັດອາເມຣິກາກັບບັນດາປະເທດໃນອາຊຽນວ່າ“ປະຈຸບັນນີ້, ອາຊຽນແມ່ນໜຶ່ງໃນຕະຫລາດທີ່ໃຫ່ຍທີ່ສຸດໃນການສົ່ງອອກຂອງສະຫະລັດອາເມຣິກາ ແລະ ນັກທຸລະກິດຈຳນວນຫລາຍຈາກສະຫະລັດອາເມຣິກາໄດ້ມາລົງທຶນໃນອາຊຽນຫລາຍກວ່າພາກພື້ນອື່ນ ເຊິ່ງໄດ້ປະກອບສ່ວນສໍາຄັນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ແລະ ຮັບປະກັນເຮັດໃຫ້ອາຊຽນມີຄວາມເຂັ້ມແຂງ ແລະ ໝັ້ນຄົງຍິ່ງຂຶ້ນ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...