ທ່ານ ອາຊາງ ລາວລີ ເນັ້ນເອົາໃຈໃສ່ຕ້ານ ແລະ ສະກັດກັ້ນພະຍາດໄຂ້ຍຸງ

0
1761

20131219154053

ທ່ານ ອາ​ຊາງ ລາວ​ລີ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ວັດທະນະທຳ-ສັງຄົມ ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ ຕ້ານ ແລະ ຄວບ​ຄຸມພະ​ຍາດ​ຕິດຕໍ່ ໄດ້​ເປັນ​ກຽດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຕໍ່​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ລາຍ ປະຈຳ​ປີ 2013 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18-19 ທັນວາ 2013 ນີ້ ຢູ່​ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ໂດຍ​ມີ​ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ ກະຊວງ​ສາທາລະນະ​ສຸກ ພ້ອມ​ດ້ວຍ​ເຈົ້າແຂວງ ລັດຖະມົນຕີ​ວ່າການ ຮອງ​ເຈົ້າແຂວງ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຜູ້ຕາງໜ້າ​ອົງການ​ອະນາໄມ​ໂລກ ແລະ ບັນດາ​ແຂກ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ອາ​ຊາງ ລາວ​ລີ ໄດ້​ກ່າວ​ເນັ້ນ​ຫຼາຍ​ບັນຫາ​ໃນ​ການ​ຕ້ານ ແລະ ສະກັດ​ກັ້ນ​ພະຍາດ​ໄຂ້ຍຸງ​ລາຍ​ວ່າ: ຄະນະ​ພັກ-ຄະນະ​ນຳ​ແຕ່​ລະ​ຂັ້ນ ຕ້ອງ​ເອົາໃຈໃສ່​ການ​ໂຄສະນາ​ສຶກ​ສາ​ອົບຮົມ ໃຫ້​ແກ່​ປະຊາຊົນ​ບັນດາເຜົ່າ ທຸກ​ພາກສ່ວນ​ຂອງ​ສັງຄົມ ຮັບ​ຮູ້​ເຂົ້າໃຈ​ເຖິງ​ຜົນ​ຮ້າຍ ຄວາມ​ເປັນ​ອັນຕະລາຍ​ຂອງ​ພະຍາດ​ດັ່ງກ່າວ​ຢ່າງ​ກວ້າງ​ຂວາງ ແລະ ທົ່ວ​ເຖິງ ເອົາໃຈໃສ່​ປັບປຸງ​ວຽກ​ງານ​ຄຸ້ມ​ຄອງ​ກໍລະນີ​ໃຫ້​ໄດ້​ດີ ຮັບປະກັນ​ໃຫ້​ໄດ້​ດີ ມີ​ການ​ອົບຮົມ​ໃຫ້​ບັນດາ​ຖັນ​ແຖວ​ພະນັກງານ​ແພດ​ໝໍ ທີ່​ເຮັດ​ວຽກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ໄດ້​ມີ​ການ​ຍົກ​ລະດັບ​ທາງ​ດ້ານ​ການບົ່ງມະຕິ ແລະ ຄຸ້ມ​ຄອງ​ກໍລະນີ​ໃຫ້​ໄດ້ ອຸປະກອນ ແລະ ເຄື່ອງມື​ຮັບ​ໃຊ້​ຄວນ​ໄດ້​ຮັບ​ການ​ປັບປຸງ ຄວນ​ຈັດ​ໃຫ້​ມີ​ໂຮງໝໍ​ແຫ່ງ​ໜຶ່ງ ມີ​ເຄື່ອງມື​ອຸປະກອນ​ການ​ແພດ​ທີ່​ທັນ​ສະໄໝ ເພື່ອ​ປິ່ນປົວ​ຄົນ​ເຈັບ​ໜັກ ຂໍ​ໃຫ້​ກະຊວງ​ສາທາລະນະ​ສຸກ ຈົ່ງ​ໄດ້​ເອົາໃຈໃສ່​ບັນຫາ​ນີ້ ເອົາໃຈໃສ່​ສຳ​ຫຼວດ​ໜອນ​ນ້ຳ​ຍຸງ​ລາຍ​ເປັນ​ປະຈຳ ແຕ່​ລະ​ແຂວງ ແຕ່​ລະ​ເມືອງ ແຕ່​ລະ​ບ້ານ ແລະ ຄອບຄົວ ຖ້າ​ພົບ​ເຫັນ​ຄອບຄົວ​ໃດ​ມີ​ໜອນ​ນ້ຳ​ຍຸງ​ລາຍ ກໍ​ໃຫ້​ມີ​ການ​ໃສ່​ຢາ​ຂ້າ​ໜອນ​ນ້ຳ ແລະ ອະນາໄມ​ທຳລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ ຕ້ອງ​ເອົາໃຈໃສ່​ປ້ອງ​ກັນ-ສະກັດ​ກັ້ນ ການ​ລະບາດ​ຂອງ​ພະຍາດ​ຕິດແປດ​ຊະນິດ​ອື່ນໆ​ໃຫ້​ດີ ແລະ ທັນ​ເວລາ ເອົາໃຈໃສ່​ຈັດ​ຕັ້ງ ແລະ ປັບປຸງ​ຂອດ​ປະສານ​ງານ ແລະ ຂອດ​ບັນຊາ​ການ​ຕອບ​ໂຕ້​ການ​ລະບາດ​ຢູ່​ແຕ່​ລະ​ແຂວງ ແຕ່​ລະ​ເມືອງ ໃຫ້​ມີ​ປະ​ສິດທິ​ຜົນ ຕ້ອງ​ຮັບປະກັນ​ໃຫ້​ມີ​ກົນ​ໄກ​ແກ້​ໄຂ​ການ​ລະບາດ​ແຕ່​ຫົວທີ ພ້ອມ​ທັງ​ປັບປຸງ​ຂອດ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ການ​ລະບາດ​ໃຫ້​ທັນ​ເວລາ ຂໍ​ໃຫ້​ກະຊວງ​ສາທາລະນະ​ສຸກ ສົມທົບ​ກັບ​ອົງການ​ປົກຄອງ​ທ້ອງຖິ່ນ ແກ້​ໄຂ​ບັນຫາ​ນີ້​ໃຫ້​ດີ ເພາະ​ຜ່ານ​ກອງ​ປະຊຸມ​ຖອດ​ຖອນ​ບົດຮຽນ​ຄັ້ງ​ນີ້ ພວກ​ເຮົາ​ກໍ​ເຫັນ​ນຳ​ກັນ​ແລ້ວ​ວ່າ ແຂວງ​ຈຳນວນ​ໜຶ່ງ​ມີ​ຄົນ​ເຈັບ​ຫຼາຍ ແຕ່​ຍ້ອນ​ການ​ເອົາໃຈໃສ່​ປິ່ນປົວ​ຖືກຕ້ອງ​ຕາມ​ຫຼັກ​ວິຊາ​ການ ການ​ປະສານ​ສົມທົບ​ໄດ້​ດີ ຈຶ່ງ​ເຮັດ​ໃຫ້​ຄົນ​ເຈັບ​ບໍ່​ເສຍ​ຊີວິດ ຫຼື ມີ​ໜ້ອຍ ກົງກັນຂ້າມ​ແຂວງ​ຈຳນວນ​ໜຶ່ງ​ເຮັດ​ບໍ່​ທັນ​ດີ ກໍ່ໃຫ້ເກີດ​ຄົນ​ເຈັບ​ເສຍ​ຊີວິດ​ຈຳນວນ​ຫຼາຍ ສືບຕໍ່​ຂົນຂວາຍ​ຂໍ​ການ​ຊ່ວຍເຫຼືອ ຈາກ​ອົງ​ການຈັດຕັ້ງ​ສາກົນ ອົງການ​ອະນາໄມ​ໂລກ ທະນາຄານ​ພັດທະນາ​ອາຊີ ທະນາຄານ​ໂລກ ແລະ ອົງ​ການຈັດຕັ້ງ​ສາກົນ​ອື່ນໆ ເພື່ອ​ປະກອບສ່ວນ​ນຳ​ລັດຖະບານ ແກ້​ໄຂ​ການ​ປ້ອງ​ກັນ ແລະ ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ລາຍ​ຢ່າງ​ຄົບ​ວົງ​ຈອນ ກວມ​ໄປ​ທຸກ​ແຂວງ​ໃນ​ທົ່ວ​ປະເທດ.

ທີ່ມາ http://www.vientianemai.net/teen/khao/1/10836