Home​ຂ່າວບັນເທິງມຸກດາວັນ ບໍ່ຢຸດພັດທະນາຕົນເອງ

ມຸກດາວັນ ບໍ່ຢຸດພັດທະນາຕົນເອງ

Published on

ມຸກດາວັນ ສັນຕິພອນ ນັກນ້ອງບ້ານນາສຽງໃສ ມະຫາສະເໜ່ລູກຫຼານພະທາດອີງຮັງ ຜູ້ມີຊື່ສຽງໂດ່ງດັງຂ້າມຟ້າມະຫາສະໝຸດ ກັບສຽງຊຸດ ມົນຮັກບ່າວເມືອງວັງ.
12039270_432968906904135_1225514281595257085_n

ມຸກດາວັນ ບອກວ່າ ເຖິງແມ່ນເຮົາຈະເປັນທີ່ຮູ້ຈັກ ຂອງສັງຄົມຫຼວງຫຼາຍປານໃດກໍຕາມ ຖ້າເຮົາຢຸດພັດທະນາຕົນເອງມື້ໃດ ເຮົາກໍຈະຢຸດຢູ່ບ່ອນເກົ່າທັນທີ ແລະນັກບມື້ກໍຈະຖອຍຫຼັງ ແລະອີກສິ່ງໜຶ່ງທີ່ເຮົາຄວນຄຳນຶງ ນັ້ນກໍຄືເຮົາເຕີບໃຫຍ່ມາກັບສັງຄົມ ຍ້ອນສັງຄົມໃຫ້ການສະໜັບສະໜຸນ ດັ່ງນັ້ນ, ບຸນຄຸນຂອງສັງຄົມ ຂອງປະເທດຊາດ ຈຶ່ງເປັນບຸນຄຸນທີ່ຍິ່ງໃຫຍ່, ການຕອບບຸນແທນຄຸນສັງຄົມ ແມ່ນເປັນສິ່ງທີ່ຄວນມີເປັນປະຈຳ.

ມຸກດາວັນ ບອກຕື່ມວ່າ ການຕອບບຸນແທນຄຸນສັງຄົມ ຂອງມຸກດາວັນແມ່ນ ການຮັບໃຊ້ສັງຄົມ ຮັບໃຊ້ປະເທດຊາດ ດ້ວຍການສືບທອດສິລະປະ-ວັດທະນະທຳ ພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ ເພື່ອກຽມພ້ອມຮັບໃຊ້ຊາດຢູ່ທຸກເວລາ. ຫຼ້າສຸດ ມຸກດາວັນ ສັນຕິພອນ ໄດ້ເຝິກຊ້ອມການລຳຄອນສະຫວັນ ເພື່ອຮັບໃຊ້ວຽກງານ ຂອງພະແນກຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ ແຂວງສະຫວັນນະເຂດ.
12066000_432968943570798_6354544396829975281_n

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...