ຍ້ອນຫຼັງຄົບຮອບວັນເກີດ ຂອງລະບົບປະຕິບັດການ Windows 30 ປີ

0
1624

ໃນວັນທີ 20 ພະຈິກ 1985 ຖືວ່າເປັນວັນກຳເນີດຂອງລະບົບປະຕິບັດການ Windows ຈາກໄມໂຄຣຊ໋ອບ ແລ້ວປີນີ້ເອງກໍເປັນວັນຄົບຮອບ 30 ປີເປັນທີ່ຮຽບຮ້ອຍແລ້ວ ເຊິ່ງວັັນທີີ 20 ພະຈິກກໍເປັນວັນທີ່ເລີ່ມມີການຈຳໜ່າຍລະບົບປະຕິບັດການ Windows 1.0 ຈົນມາເຖິງປັດຈຸບັນນີ້ກໍຮອດ Windows 10 ແລ້ວ

ເຮົາມາຍ້ອນກັບໄປຕັ້ງແຕ່ມື້ທຳອິດທີ່ເລີ່ມຈຳໜ່າຍເລີຍວ່າແຕ່ລະເວີຊັ່ນມີການພັດທະນາແລະການປ່ຽນແປງແນວໃດແດ່? ພ້ອມລາຍລະອຽດໂດຍຫຍໍ້ຂອງແຕ່ລະເວີຊັ່ນ

Windows 1.0 ໃນປີ 1985

image

Windows 1.0 ເປັນລະບົບປະຕິບັັດການແບບ 16 ບິດ ລຸ້ນທຳອິດຂອງໄມໂຄຣຊ໋ອບທີ່ໃຊ້ກຣາບຟິກແລະຮອງຮັບການເຮັດວຽກຫຼາຍໂປຣແກຣມພ້ອມກັນ

Windows 2.0 ໃນປີ 1987

image

Windows 2.0 ເປັນລຸ້ນທຳອິດຂອງໄມໂຄຣຊ໋ອບທີ່ໄດ້ຣັນ Microsoft Word ແລະ Microsoft Excel ເທິງວິນໂດ້ ແລະຍັງໄດ້ຮັບການສະໜັບສະໜູນຈາກນັກພັດທະນາຫຼາຍກວ່າລຸ້ນກ່ອນ

Windows 3.0 ໃນປີ 1990

image

Windows 3.0 ເປັນລຸ້ນທີ່ມີການປັບປຸງອິນເທີເຟດກຣາບຟິກໃນສ່ວນຂອງຜູ້ໃຊ້ ລວມເຖິງມີການພັດທະນາຄວາມສາມາດທາງເຕັກນິກຄືການບໍລິຫານຈັດການໜ່ວຍຄວາມຈຳ ພ້ອມທັງລວມໄປເຖິງການເພີ່ມ ໂປຣແກຣມຄິດໄລ່, ເກມໄພ່ ແລະອື່ນໆເຂົ້າມາອີກນຳ

Windows 3.1 ໃນປີ 1992

image

Windows 3.1 ເປັນລຸ້ນທີ່ໄດ້ມີການລວມເອົາຟ້ອນຄຸນນະພາບສູງຕ່າງໆມາລວມເຂົ້າກັນເຮັດໃຫ້ເປັນລຸ້ນທີ່ມີການໃຊ້ເພື່ອພິມຢ່າງຈິງຈັງ ແລະປັບປຸງໃນສ່ວນອື່ນໆ

Windows NT 3.1 ໃນປີີ 1993

image

Windows NT 3.1 ເປັນລຸ້ນທີ່ປັບປຸງປະສິດທິພາບຂຶ້ນ ຮອງຮັບຫຼາຍໜ່ວຍປະມວນຜົນ ແລະເປັນລຸ້ນທຳອິດທີ່ເປັນ 32 ບິດ ເຕັມໂຕ

Windows 95 ໃນປີ 1995

image

Windows 95 ເປັນລຸ້ນທີ່ອອກມາສຳລັັບຜູ້ໃຊ້ງານທົ່ວໄປ ແລະຍັງປະສົົບຜົນສຳເລັດຫຼາຍທີ່ສຸດພາຍໃນ 1-2 ປີ ເທົ່າທີ່ມີມາ ຍັງເປັນລຸ້ນທີ່ຮອງຮັັບຊື່ໄຟລໄດ້ເຖິງ 255 ໂຕອັກສອອນ ເພາະມີການປ່ຽນການເຂົ້າລະຫັດມາເປັນແບບ 32 ບິດ
ໃນປັດຈຸບັນ ໄມໂຄຣຊ໋ອບໄດ້ຢຸດສະໜັບສະໜູນລະບົບປະຕິບັດການດັ່ງກ່າວນີ້ແລ້ວໃນປີ 2001

Windows 98 ໃນປີ 1998

image

Windows 98 ເປັນລະບົບປະຕິບັດການທຳອິດທີ່ຮອງຮັບ Windows Driver Model (WDM) ແລະໃນລຸ້ນນີ້ຍັັງຮອງຮັບຮາດດິດໄດ້ຫຼາຍກວ່າ 2GB ເພາະມີການສະໜັບສະໜູນໄຟລ FAT32 ແລະມີການປັັບປຸງໃຫ້ຮອງຮັບ USB ໄດ້ດີແລະອື່ນໆ

Windows 2000 ໃນປີ 2000

image

Windows 2000 ເປັນລຸ້ນທີ່ອອກແບບມາສຳລັບນັກທຸລະກິດ ແລະຍັັງຮອງຮັັບຫຼາກຫຼາຍພາສາເຊັ່ນ: ຈີນ,ຍີ່ປຸ່ນ,ເກົົາຫຼີ,ຫວຽດນາມ ແລະອື່ນໆ ເຊິ່ງໄດ້ແບ່ງແຍກອອກເປັນຫຼາຍລຸ້ນດັັ່ງນີ້:
– Windows 2000 Professional
– Windows 2000 Server
– Windows 2000 Advanced Server
– Windows 2000 Datacenter Server
– Windows 2000 Advanced Server Limited Edition

Windows XP ໃນປີ 2001

image

Windows XP  ເຊິ່ງ XP ນັ້ນມີຄວາມໝາຍວ່າ Experience (ປະສົບການ) ສຳລັບລຸ້ນນີ້ຫຼາຍໆຄົົນກໍຄົງຈະຮູ້ຢູ່ແລ້ວວ່າເປັນລຸ້ນຍອດນິຍົມຫຼາຍທີ່ສຸດຂອງວິນໂດ້ກໍເປັນໄດ້ ເຊິ່ງໄດ້ມີການປັບປຸງໜ້າຕາແລະສ່ວນຕ່າງໆໃຫ້ສວຍງາມຂຶ້ນແລະມີການປັບປຸງປະສິດທິພາບໃຫ້ດີຂຶ້ນກວ່າເກົ່າ

Windows Vista ໃນປີ 2007

image

Windows Vista ເປັນລຸ້ນທີ່ມີການປັບປຸງໜ້າຕາອີກຄັ້ງ ໂດຍເນັ້ນໄປທີ່ການເບິ່ງທະລຸແບບໂປ່ງໃສ ຄືກັບແວ່ນ ແລະປັບປຸງລະບົບຮັກສາຄວາມປອດໄພໃຫ້້ດີກວ່າເກົ່າ ແຕ່ກໍບໍ່ໄດ້ຮັບຄວາມນິຍົມຫຼາຍ

Windows 7 ໃນປີ 2009

image

Windows 7 ຍັງຄົງໃຊ້ອິນເທີເຟດແບບໂປ່ງໃສຄືເກົ່າ ພ້ອມທັງຍັງຮອງຮັບການສຳຜັດໜ້າຈໍ ແລະ
Taskbar ຮູບແບບໃໝ່ທີ່ສະແດງເປັນໄອຄອນຂະໜາດໃຫຍ່ກວ່າເກົ່າ ພ້ອມທັງສາມາດປັກໝຸດໂປຣແກຣມທີ່ໃຊ້ເປັນປະຈຳໄດ້ອີກນຳ ແລະກໍເປັນອີກລຸ້ນໜຶ່ງທີ່ໄດ້ຮັບຄວາມນິຍົມຫຼາຍ

Windows 8 ໃນປີ 2012

image

Windows 8 ເປັນລຸ້ນທີ່ມີການປັບໜ້າຕາອິນເທີເຟດຄັ້ງໃຫຍ່ກໍເວົ້າໄດ້ເຊິ່ງປ່ຽນໄປໃຊ້ແບບຮຽບງ່າຍສະຕາຍ Metro ປຸ່ມ Start ແລະ Start Menu ຖືກປົດອອກໄປ ແທນທີ່ດ້ວຍ Start Screen ແບບເຕັມຈໍ ການໃຊ້ງານຖືກແບ່ງອອກເປັັນ 2 ໂໝດຄ:ື ໂໝດ Desktop ປົກກະຕິຄືກັບ Windows ລຸ້ນກ່ອນໆກັບໂໝດ Metro ສຳລັບໃຊ້ງານແອັບພິເຄຊັ່ນເທິງ Windows Store ແບບເຕັມຈໍແລະຮອງຮັບການສຳຜັດຢ່າງເຕັມຮູບແບບ

Windows 8.1 ໃນປີ 2012

image

Windows 8.1 ແມ່ນຄືກັນກັບ Windows 8 ແຕ່ວ່າມີການເພີ່ມປຸ່ມ Start ເຂົ້າມາເນື່ອງຈາກວ່າຜູູ້ໃຊ້ບໍ່ຄ່ອຍພໍໃຈກັບການປ່ຽນແປວດັ່ງກ່າວ ແລະມີການເພີ່ມປະສິດທິພາບຕ່າງໆໃຫ້ດີຂຶ້ນ

Windows 10 ໃນປີ 2015

image

Windows 10 ເຊິ່ງທາງໄມໂຄຣຊ໋ອບໄດ້ຂ້າມຊື່ຈາກ Windows 9 ມາເລີຍເນື່ອງຈາກບັນຫາທາງດ້ານເຕັກນິກບາງຢ່າງ ສຳລັບລຸ້ນນີ້ແມ່ນສາມາດໃຊ້ງານຮ່ວມກັບອຸປະກອນທີ່ຫຼາກຫຼາຍຄື: ສະມາກໂຟນ,ແທັບເລັດ,ຄອມພິວເຕີແລະອື່ນໆ ໜ້າຕາໂດຍລວມແລ້ວແມ່ນຄືກັນກັບ Windows 8 ແລະ Windows 8.1

ສະຫຼຸບແລ້ວ 30 ປີມານີ້ໄມໂຄຣຊ໋ອບໄດ້ອອກລະບົບປະຕິບັດການ Windows ມາແລ້ວ 14 ເວີຊັ່ນດ້ວຍກັນ ດັ່ງສະຫຼຸບໃນຮູບລຸ່ມນີ້

image

ທີ່ມາ: Techtarget