Homeວິທະຍາສາດ-ວິທະຍາການປິດສະໜາຂອງການຮ້ອງເພງບໍ່ຖືກຄີ

ປິດສະໜາຂອງການຮ້ອງເພງບໍ່ຖືກຄີ

Published on

37bf0f0763693056e6c3f55183de769d

ໃນ​ທຸກ​ໆ ເທື່ອ​ທີ່​ມີ​ການ​ຮ້ອງເພງ​ສຸກ​ສັນວັນເກີດ​ເປັນ​ກຸ່ມ​ໃຫຍ່​ໆ ທຸກ​ເທື່ອ​ຈະ​ມີ​ໃຜ​ບາງ​ຄົົນທີ່​ຮ້ອງ​ອອກ​ມາ​ຜິດ​ຄີ ຖ້າ​ເຈົ້າ​ໂຊກ​ບໍ່​ດີ ຄົນໆ​ນັ້ນ​ອາດຈະ​ເປັນ​ເຈົ້າ ຄົົນທີ່​ມີ​ຄວາມ​ຜິດ​ປົກກະຕິ​ທາງ​ດ້ານ​ສຽງ​ດົນຕຣີ​ຕັ້ງ​ແຕ່​ເກີດ​ຈະ​ບໍ່​ສາມາດ​ແຍກໂນດອອກຈາກຕົວ​ອື່ນ​ໄດ້ ການສຶກສາ​ໃໝ່​ຄົ້ນ​ພົບ​ວ່າ ບັນຫາ​ນີ້​ເກີດ​ມາ​ຈາກ​ຂະ​ບວນ​ການ​ທາງ​ສະໝອງ​ທີ່​ປະ​ມວນ​ສຽງ​ພິດ (pitch) ຜິດ​ອອກ​ໄປ

ຄົນ​ຫລາຍໆ​ຄົນ​ມັກ​ເວົ້າ​ວ່າ ​ພວກເຂົາ​ເປັນ​ຄົນ​ແຍກ​ໂທນ​ສຽງ​ບໍ່​ໄດ້​ເມື່ອ​​ພວກເຂົາ​ຮ້ອງ​ຜິດ​ຄີ​ອອກ​ໄປ ສຳລັບ​ຄົນ​ສ່ວນ​ໃຫຍ່ ສິ່ງ​ນີ້​ບໍ່ແມ່ນ​ເລື່ອງ​ຈິງ ​ພວກເຂົາ​ຍັງ​ຝຶກ​ບໍ່​ພຽງ​ພໍ ແຕ່​ສຳລັບ​ໃນ​ກຸ່ມ​ນ້ອຍ​ໆ ບໍ່​ວ່າ​ຈະ​ຝຶກ​ຊ່ຳ​ໃດ​ກໍ​ຕາມ​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​ດີ​ຂຶ້ນ ຄົນ​ເຫລົ່າ​ນີ້​ຄື​ກຸ່ມ​ຄົົນທີ່​ມີ​ບັນຫາ​ທາງ​ດ້ານ​ສຽງ​ດົນຕຣີ​ຊຶ່ງ​ຫາ​ໄດ້​ຍາກ​ຫລາຍ ຈະ​ພົບ​ໄດ້​ໃນ​ໜຶ່ງ​ຄົນ​ຈາກ​ທຸກ​ໆ 25 ຄົນ

Samuel Norman-Haignere ເຮັດວຽກ​ທີ່ Massachusetts Institute of Technology ໃນ​ແຄ​ມ​ບຣິດ ຊຶ່ງ​ພວກເຂົາ​ເຮັດ​ການສຶກສາ​ວ່າ ສະໝອງ​ນັ້ນ​ດຳ​ເນີນ​ການ​ກັບ​ສຽງ​ຢ່າງໃດ ນັກ​ວິທະຍາ​ສາດ​ບໍ່​ເຄີຍ​ແນ່​ໃຈ​ໄດ້​ເລີຍ​ວ່າ ເປັນຫຍັງ​ຄົົນທີ່​ມີ​ຄວາມ​ຜິດ​ປົກກະຕິ​ທາງ​ດ້ານ​ສຽງ​ເຖິງ​ບໍ່​ສາມາດ​ທີ່​ຈະ​ຕິດ​ຕາມ​ຫລື​ແຍກ​​ໂທນ​ສຽງ​ໄດ້ ຄົນ​ສ່ວນ​ໃຫຍ່​ທີ່​ມີ​ລັກສະນະ​ເຊັ່ນ​ນີ້​ຈະ​ໄດ້ຍິນ​ສຽງ​ອື່ນໆ ໄດ້​ເປັນ​ຢ່າງ​ດີ ດັ່ງ​ນັ້ນ​ຖ້າ​ຫູ​ຂອງ​​ພວກເຂົາ​ບໍ່​ໄດ້​ມີ​ບັນຫາ ບັນຫາ​ທີ່ເກີດຂື້ນ​ນີ້​ຈະ​ຕ້ອງ​ເກີດ​ມາ​ຈາ​ກວ່າ​ສະໝອງ​ນັ້ນ​ທຳການ​ແປ​ຜົນ​ຂອງ​ສຽງ​ຢ່າງໃດ

ໃນ​ການ​ທີ່​ຈະ​ສຶກ​ສາ​ສິ່ງ​ນີ້ ພວກເຂົາ​ແລະ​ທີມ​ວິ​ໄຈ​ຂອງ​ພວກເຂົາ​ທຳການ​ສຶກ​ສາ​ຄົົນທີ່​ມີ​ບັນຫາ​ທາງ​ດ້ານ​ການ​ຮັບ​ຮູ້​ສຽງ​ດົນຕຣີ​ຈຳນວນ 11 ຄົນ ແລະ​ອີກ 11 ຄົົນທີ່​ສາມາດ​ແຍກ​​ຄວາມ​ແຕກ​ຕ່າງ​ຂອງ​ສຽງ​ດົນຕຣີ​ໄດ້​ຢ່າງ​ງ່າຍ​ດາຍ ພວກ​ເຂົາ​ໃຊ້​ເທກ​ນິກ​ທີ່​ເອີ້ນວ່າ functional magnetic resonance imaging ຫລື fMRI ການ​ສະແກນ​ດ້ວຍ​ເທກ​ນິກ​ນີ້​ສາມາດ​ທີ່​ຈະ​ວັດ​ການ​ໄຫລ​ຂອງ​ເລືອດ​ໃນ​ສະໝອງ​ໄດ້ ບໍລິເວນ​ທີ່​ຈະ​ເຮັດ​ການສຶກສາ​ນັ້ນ​ເປັນ​ພື້ນ​ທີ່​ທີ່​ມີ​ການ​ຕື່ນ​ຕົວ​ໃນ​ລະຫວ່າງ​ທີ່​ມີ​ການເຮັດວຽກງານ​ຫລາຍໆ​ຢ່າງ ເຊັ່ນ ການ​ຟັງ​ເພງ​ທີ່​ລຳ​ດັບ​ຂອງ​ເພງ​ແບບ​ສຸ່ມ ນັກ​ວິທະຍາ​ສາດ​ນັ້ນ​ສົນ​ໃຈ​ສະໝອງ​ສ່ວນ​ບ່ອນເຮັດວຽກ​ຮັບ​ຮູ້​ທາງ​ດ້ານ​ສຽງ​ດົນຕຣີ (auditory cortex)

ຜົນ​ການສຶກສາ​ທີ່​ໄດ້​ຈາກ fMRI ສະແດງ​ໃຫ້​ເຫັນ​ວ່າ ສະໝອງ​ສ່ວນ​ຮັບ​ຮູ້​ສຽງ​ດົນຕຣີ​ຂອງ​ກຸ່ມ​ຄົົນທີ່​ມີ​ຄວາມ​ຜິດ​ປົກກະຕິ​ທາງ​ດ້ານ​ໂທນ​ສຽງ​ສາມາດ​ທຳການ​ກວດ​ຈັບ​ຜິດ (pitch) ຂອງ​ດົນຕຣີໄດ້ ບໍລິເວນ​ຂອງ​ສະໝອງ​ສ່ວນ​ນີ້​ຕອບສະໜອງ​ໄດ້​ດີ​ໃນ​ກຸ່ມ​ຄົົນທີ່​ມີ​ຄວາມ​ຜິດ​ປົກກະຕິ​ເຊັ່ນ​ດຽວ​ກັນ​ກັບ​ກຸ່ມ​ຄົົນທີ່​ສາມາດ​ແຍກ​​ສຽງ​ໄດ້​ເປັນ​ຢ່າງ​ດີ

Norman-Haignere ອະທິບາຍ​ວ່າ “ພວກ​ເຮົາ​ພະຍາຍາມ​ທຸກ​ຢ່າງ​ທີ່​ຈະ​ຫາ​ຄວາມ​ແຕກ​ຕ່າງ​ຂອງ​ສະໝອງ​ສ່ວນ​ທີ່​ຮັບ​ຮູ້​ສຽງ​ດົນຕຣີ ເຖິງແມ່ນວ່າ​ສະໝອງ​ສ່ວນ​ນີ້​ເບິ່ງ​ຄື​ຈະ​ຮັບ​ຮູ້​ສຽງ​ໄດ້​ເປັນ​ຢ່າງ​ດີ​ໃນ​ກຸ່ມ​ຜູ້​ຟັງ​ທີ່​ມີ​ຄວາມ​ຜິດ​ປົກກະຕິ​ໃນ​ການ​ແຍກ​ໂທນ​ສຽງ ແຕ່​ກຸ່ມ​ຄົນ​ກຸ່ມ​ນີ້​ກໍ​ຍັງ​ບໍ່​ສາມາດ​ທີ່​ແຍກ​ໂນດອອກຈາກຕົວ​ອື່ນ​ໄດ້”

ຜົນ​ການ​ທົດລອງ​ແນະ​ໃຫ້​ເຫັນ​ວ່າ ໜ້າ​ຈະ​ມີ​ໂຄງ​ສ້າງ​ຂອງ​ສະໝອງ​ຫລາຍກວ່າ​ໜຶ່ງ​ສ່ວນ​ທີ່​ເຮັດ​ຫນ້າທີ່​ຮັບ​ຮູ້​ສຽງ​ໂດຍ​ທົ່ວ​ໄປ​ແລະ​ທຳການ​ແປ​ຜົນ​ອອກ​ມາ ແຕ່​ສະໝອງ​ສ່ວນ​ນັ້ນ​ຢູ່​ບ່ອນໃດ ສິ່ງ​ນີ້​ຍັງ​ເປັນ​ປິດສະໜ​າ​ຢູ່

Norman-Haignere ໄດ້​ລາຍ​ງານ​ການ​ຄົ້ນ​ພົບ​ຂອງ​ພວກເຂົາ​ໄວ້​ເມື່ອ​ວັນທີ່ 19 ຕຸລາ​ທີ່ງານ​ປະ​ຊຸມ​ປະຈຳ​ປີ​ຂອງ​ສະມາຄົມ​ປະສາດ​ວິທະຍາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...