Homeຂ່າວການສຶກສາມ.ຊ ເປີດສູນຄົ້ນຄ້ວາຈີນ ສຳລັບຖອດຖອນບົດຮຽນຂອງຈີນ ເພື່ອພັດທະນາ ສປປ ລາວ

ມ.ຊ ເປີດສູນຄົ້ນຄ້ວາຈີນ ສຳລັບຖອດຖອນບົດຮຽນຂອງຈີນ ເພື່ອພັດທະນາ ສປປ ລາວ

Published on

soukkongseng

ຂປລ. ​ໃນ​ວັນ​ທີ 19 ພະຈິກ 2015 ນີ້ ທີ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ໄດ້ຈັດ​ພິທີ​​ເປີດ​ສູນ​ຄົ້ນ​ຄວ້າ​ຈີນ​ ຢ່າງ​ເປັນ​ທາງ​ການ ​ເພື່ອ​ການ​ຄົ້ນ​ຄວ້າທາງ​ດ້ານ​ຕ່າງໆ,​ ໃຫ້​ກຽດ​​ເຂົ້າ​ຮ່ວມ​ໂດຍ​ທ່ານ ສຈ.ດຣ. ສຸກ​ກົງ​ແສງ ​ໄຊຍະ​ເລີດ ອະທິການ​ບໍ​ດີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ທ່ານ ກວນ ຮວາ ປິ່ງ ​ເອກ​ອັກຄະ​ລັດຖະທູດວິສາມັນ ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສປ ຈີນ ປະ​ຈໍາ​ລາວ, ມີ​ບັນດາ​ຮອງ​ຄະນະ​ທິການ​ບໍດີ, ຫົວໜ້າ​ກົມ, ຮອງ​ກົມ ​ແລະ ພະນັກງານ​ຂັ້ນ​ສູງ ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ສູນ​ຄົ້ນ​ຄວ້າຈີນ​ ແມ່ນ​ໜ່ວຍ​ງານ​ໜຶ່ງ​ເຊິ່ງດໍາ​ເນີນ​ງານ​ ພາຍ​ໃຕ້​ການ​ຊີ້​ນໍາ​ ຂອງ​ຫ້ອງການ​ຄົ້ນ​ຄວ້າ​ວິ ທະຍາສາດ ​ແລະ ບໍລິການ​ວິຊາ​ການ ​ເປັນ​ເສນາ​ທິການ​ໃຫ້​ແກ່​ອະທິການ​ບໍດີ ​ເພື່ອ​ສົ່ງ​ເສີມ​ການ​ຄົ້ນ​ຄວ້າ​ວິ ທະຍາສາດ ​ຂອງ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາ​ດ, ​ເປັນ​ສູນ​ຄົ້ນ​ຄວ້າ​ ຖອນ​ຖອນ​ບົດຮຽນ​ຈາກ ສປ ຈີນ ​ເພື່ອ​ການ​ພັດທະນາ ສປປ ລາວ ​ເຊິ່ງສູນ​ດັ່ງກ່າວ​ຈະ​ຄົ້ນ​ຄວ້າ​ ໃນ​ທຸກ​ຂົງ​ເຂດ​​​ເປັນ​ຕົ້ນ ​ແມ່ນ​ດ້ານ​ການ​ເມືອງ​-ການ​ປົກຄອງ, ວັດທະນະ​ທໍາ–ສັງຄົມ, ​ເສດຖະກິດ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ພາລະ​ໜ້າ​ທີ່​ສູນ​ຄົ້ນ​ຄ້ວາ​ຈີນ ​ແມ່ນ​ເຕົ້າ​ໂຮມ​ນັກ​ຄົ້ນ​ຄ້ວາ ​ເພື່ອ​ດໍາ​ເນີນ​ການ​ຄົ້ນ​ຄ້ວາຕາມ​ບູລິ​ມະ​ສິດ ​ຂອງ​ການ​ຄົ້ນ​ຄ້ວາ​ແຕ່ລະ​ໄລຍະ, ຂຶ້ນ​ງົບປະມານ​ແກ່​ສູນ​ຄົ້ນ​ຄວ້າ, ຄຸ້ມ​ຄອງ​ໂຄງການ​ຄົ້ນ​ຄວ້າ ​ທີ່​ໄດ້​ອະນຸມັດ​ໄປ, ​ເຜີຍ​ແຜ່​ຜົນ​ການ​ຄົ້ນ​ຄວ້າໃນ​ຮູບ​ແບບ​ຕ່າງໆ ນອກ​ນີ້​ ຍັງມີໜ້າ​ທີ່​ພົວພັນ​ກັບ ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຂອງ​ຈີນ ​ຕາມ​ຄໍາ​ເຫັນ​ດີ​ຂອງ​ອະທິການ​ບໍດີ​ ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ການ​ບໍລິຫານ​ງານ​ຂອງ​ສູນ​ຄົ້ນ​ຄວ້າຈີນ ປະກອບ​ດ້ວຍຄະນະ​ຊີ້​ນໍາ​ລວມ​ ​ແລະ ຄະນະ​ຮັບຜິດຊອບ​ສູນ, ສໍາລັບ​ງົບປະມານ​ເພື່ອ​ການ​ຄົ້ນ​ຄວ້າ​ ແມ່ນ​ໄດ້​ມາ​ຈາກ​ລັດຖະບານ ສປ ຈີນ​, ໂດຍ​ຜ່ານ​ສະຖານທູດ​ຈີນ ​ປະ​ຈໍາ​ລາວ, ສູນ​ດັ່ງກ່າວ​ຍັງ​ມີ​ສິດ​ ພົວພັນ–ປະສານ​ງານ​ໂດຍ​ກົງ​ກັບ​ຄະນະ​ວິຊາ, ສະ​ຖາ​ບັນ ​ແລະ ພາກສ່ວນ​ຕ່າງໆ​ ພາຍ​ໃນ​ມະຫາວິ​ທະຍາ​ໄລ, ມີ​ສິດສະ​ເໜີ​ ຂໍ​ອະນຸມັດ​ນໍາ​ອະທິການ​ບໍດີ ​ເພື່ອ​ພົວພັນ​ວຽກ​ງານ​ນໍາ​ກະຊວງ, ອົງການ​ທຽບ​ເທົ່າ​, ​ໂຮງ​ຈັກ​ໂຮງງານ, ບັນດາ​ພື້ນຖານ​ການ​ຜະລິດ, ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ, ອົງການ​ຈັດ​ຕັ້ງ​ຕ່າງໆ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...