Homeຂ່າວພາຍ​ໃນກວດສອບແຫ່ງລັດສະເຫນີເລັ່ງແກ້ 5 ຂໍ້ຄົງຄ້າງເພື່ອຄວາມໂປ່ງໃສ

ກວດສອບແຫ່ງລັດສະເຫນີເລັ່ງແກ້ 5 ຂໍ້ຄົງຄ້າງເພື່ອຄວາມໂປ່ງໃສ

Published on

 

ວັນທີ 11/12/2013
1450336_545916585483737_1030010498_n

       ເພື່ອ​ອັດ​ການ​ຮົ່ວ​ໄຫລ​ຂອງ​ລາຍຮັບ, ຄຽງ​ຄູ່​ກັບ​ການ​ສ້າງ​ຖານ​ເສດ​ຖະກິດ​ໃຫ້​ເຕີບ​ໃຫຍ່​ເຂັ້ມ­ແຂງພ້ອມໆ​ກັບການ​ ຂະ­ຫຍາຍ­ຕົວ​ຂອງ​ສັງ­ຄົມ; ອົງການ​ກວດ​ສອບ​ແຫ່ງ​ລັດ​ເນັ້ນ​ຢາກ​ໃຫ້ທຸກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ໃຫ້​ ຄວາມຮ່ວມ​ມື​ອຳ­ນວຍ​ຄວາມ​ສະ­ດວກ​ຕໍ່​ວຽກງານ​ກວດ​ສອບ, ສ້າງ​ຄວາມ​ໂປ່ງ​ໃສ​ຕໍ່ສັງ­ຄົມ ໂດຍ​ຜ່ານ​ມາ​ຍັງ​ມີ 5 ຂໍ້​ທີ່​ຄົງຄ້າງ​ທີ່​ຫລາຍ​ຝ່າຍ​ຕ້ອງ​ມີ​ສ່ວນ​ຮ່ວມ​ຫາທາງ​ແກ້.

ໃນ​ມື້​ເປີດ​ກອງ​ປະ­ຊຸມ​ສະ­ໄຫມ​ສາມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດທີ 7, ເມື່ອ​ວັນ​ທີ 9 ທັນ­ວາ​ຜ່ານ​ມາ ທ່ານ ດຣ. ນາງ ວຽງ​ທອງ ສີ​ພັນ​ດອນ ປະ­ທານ​ອົງ­ການ​ກວດ​ສອບ​ແຫ່ງ​ລັດ​ໄດ້ຜ່ານ​ບົດ​ສະ­ຫລຸບ​ຕໍ່​ທີ່​ປະ­ຊຸມ​ໃຫ້​ ຮູ້​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລາຍ​ຮັບ​ງົບ­ປະ­ມານຂາດ​ຕົວ​ສົກ​ປີ 2011Œ2012 ຈາກ​ແຜນການ 15.763,53 ຕື້​ກີບ​ປະ­ຕິ­ບັດ​ໄດ້ 17.263,23 ຕື້​ກີບ ໂດຍ​ລາຍ​ຮັບ​ຈາກ​ສ່ວຍ​ສາ​ອາ­ກອນ​ຄອງ​ຕົວ​ເລກ​ລາຍ​ຮັບ​ສູງ​ກວ່າ​ລາຍ​ຮັບ​ ອື່ນໆ ຂະ­ນະ​ດຽວ​ກັນ, ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ (GDP) ຂະ­ຫຍາຍ­ຕົວ 8,30 ເປີ­ເຊັນ, ໃນ​ນັ້ນ, ຂະ­ແຫນງ​ກະ­ສິ­ກຳŒປ່າ­ໄມ້​ເພີ່ມຂຶ້ນ 2,80 ເປີ­ເຊັນ, ຂະ­ແຫນງ​ອຸດ​ສາ​ຫະກຳ​ເພີ່ມ​ຂຶ້ນ 14,40 ເປີ­ເຊັນ ແລະ ຂະແຫນງ​ການ​ບໍ­ລິ­ການ​ເພີ່ມ​ຂຶ້ນ 8,10 ເປີເຊັນ.

ຄຽງ​ຄູ່​ກັບ​ທ່າ​ຂະ­ຫຍາຍ­ຕົວ​ຂອງຍອດ​ລາຍ​ຮັບ​ດັ່ງ­ກ່າວ, ທາງ​ອົງ­ການກວດ​ສອບ​ແຫ່ງ​ລັດ​ຍັງ​ໄດ້​ຊີ້​ແຈງ​ກ່ຽວກັບ​ລາຍ​ຈ່າຍ ໂດຍ​ສະ­ເພາະ​ລາຍ​ຈ່າຍນອກ​ແຜນ, ທ່ານ​ປະ­ທານ​ອົງ­ການ​ກວດ ສອບ​ແຫ່ງ​ລັດ​ກ່າວ​ວ່າ: ນອກ­ຈາກ​ລາຍ​ຈ່າຍ​ງົບ­ປະ­ມານ​ແຫ່ງລັດ​ທີ່​ໄດ້​ສະ­ຫລຸບ​ຂາດ​ຕົວ​ແລ້ວ, ອົງ­ການກວດ​ສອບ​ແຫ່ງ​ລັດ​ໄດ້​ກວດ​ສອບ​ເຫັນລາຍ​ຈ່າຍ​ງົບ­ປະ­ມານ​ແຫ່ງ​ລັດ​ ຕື່ມ​ອີກທີ່​ບໍ່​ນອນ​ໃນ​ແຜນ​ສະ­ພາ​ແຫ່ງ​ຊາດ​ຮັບຮອງ​ຈຳ­ນວນ 4.242,72 ຕື້​ກີບ ໃນນັ້ນ ໄດ້​ເອົາ​ລາຍ​ຮັບ​ທີ່​ກວດ​ເຫັນ​ຈຳ­ນວນ 437,42 ຕື້​ກີບ ໄປ​ຈ່າຍ​ເຂົ້າ​ໃນ​ວຽກງານ​ບໍ­ລິ­ຫານ, ຊຳ­ລະ​ໂຄງ­ການ​ລົງ­ທຶນ, ຊຳ­ລະ​ເງິນ​ກູ້​ຢືມ​ທະ­ນາ­ຄານ ແລະ ຈັດຊື້​ພາ­ຫະ­ນະ; ຈ່າຍ​ໂຄງ­ການ​ກໍ່­ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ບໍ່​ນອນ​ໃນ​ແຜນ​ສະ­ພາແຫ່ງ​ຊາດ​ ຮັບ­ຮອງ​ມີ 124 ໂຄງ­ການ ມູນ​ຄ່າ​ປະ­ຕິ­ບັດ 1.551,16 ຕື້​ກີບ; ລາຍຈ່າຍ​ຫນີ້​ສິນ​ທີ່​ມີ​ສ່ວນ​ຫລຸດ​ໃຫ້​ບັນ­ດາ​ບໍລິ​ສັດ​ຈຳ­ນວນ 2.254,14 ຕື້​ກີບ.

ແນວ­ໃດ​ກໍ່​ຕາມ, ທ່ານ ດຣ. ນາງ ວຽງ​ທອງ ສີ​ພັນ​ດອນ ປະ­ທານ​ອົງ­ການກວດ​ສອບ​ແຫ່ງ​ລັດ​ຍັງ​ເປີດ­ເຜີຍ 5 ຂໍ້​ຄົງຄ້າງ​ເພື່ອ​ຫາ​ທາງ​ແກ້​ໄຂ​ວ່າ: ຜ່ານ​ມາຍັງ​ມີ​ຫົວ­ຫນ່ວຍ​ງົບ­ປະ­ມານ​ທີ່​ຖືກ​ກວດສອບ​ທີ່​ລະ­ເມີດ​ວິ­ໄນ​ ແຜນ­ການŒວິ­ໄນການ​ເງິນ ແລະ ຖື​ເບົາ​ຕໍ່​ການ​ປັບ­ປຸງ​ແກ້ໄຂ​ຂໍ້­ຄົງ­ຄ້າງ​ຂອງ​ຂະ­ແຫນງ­ການ​ຕົນເຊັ່ນ:

Œ      ການ​ຖື​ບັນ­ຊີ​ບໍ່​ເອ­ກະ​ພາບ, ບໍ່​ຄົບຖ້ວນ​ຕາມ​ກົດ­ຫມາຍ​ໄດ້​ກຳ­ນົດ​ໄວ້

Œ   ການ​ນຳ​ໃຊ້​ເງິນ​ລາຍ​ຮັບ​ວິ­ຊາການ, ເງິນ​ກອງ​ທຶນ, ລາຍ​ຮັບ​ຈາກ​ຊັບສິນ, ລາຍ​ຮັບ​ຈາກ​ການ​ລະ­ດົມ​ທຶນ, ເງິນ​ປະ­ກອບ­ສ່ວນ​ຂອງ​ພາກ​ເອ­ກະ​ຊົນ, ເງິນ​ກູ້​ຢືມ​ທະ­ນາ­ຄານ, ການ​ເປີດ​ບັນ­ຊີເງິນ​ຝາກ​ຢູ່​ທະ­ນາ­ຄານ​ທຸ­ລະ​ກິດ, ການຄຸ້ມ​ຄອງ​ຊັບ​ສິນ​ລັດ​ຍັງ​ບໍ່​ປະ­ຕິ­ບັດ​ຕາມລະ­ບຽບ​ຫລັກ­ການ ແລະ ຂັ້ນ​ຕອນ​ຂອງກົດ­ຫມາຍ

Œ    ທະ­ນາ­ຄານ​ລັດ​ຍັງ​ສືບ­ຕໍ່​ປ່ອຍ​ເງິນ​ກູ້​ນອກ​ເປົ້າ​ຫມາຍການ​ປະ­ສານ​ງານ​ຂອງ ​ບັນ­ດາ​ຫົວຫນ່ວຍ​ງົບ­ປະ­ມານ​ຂັ້ນ​ສູນ​ກາງ ແລະ ວິ​ສາ​ຫະ​ກິດ​ລັດ​ຈຳ­ນວນ​ຫນຶ່ງ​ຍັງ​ຖື​ເບົາຕໍ່​ການ​ດຳ­ເນີນ​ການ​ກວດ​ສອບ​ຂອງ ​ຄະນະ​ກວດ​ສອບ​ແຫ່ງ​ລັດ​ເປັນ­ຕົ້ນ ການ​ສະຫນອງ​ຂໍ້​ມູນ ແລະ ເອ­ກະ­ສານ​ຕ່າງໆ

Œ       ການ​ນຳ​ໃຊ້​ເງິນ​ລາຍ​ຮັບ​ວິ­ຊາການ, ເງິນ​ຂາຍ​ໄມ້, ເງິນ​ກອງ​ທຶນ, ຊັບພະ­ຍາ­ກອນ ແລະ ຄັງ​ພັດ­ທະ­ນາ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະ­ບຽບ​ການ​ໃນ​ສົກ​ປີ 20112012 ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ ແລະ ຍັງ​ເປັນບັນ­ຫາ​ເກົ່າ.

ຕໍ່​ກັບ​ບົດ​ລາຍ​ງານ​ດັ່ງ­ກ່າວທ່ານ​ປະທານ​ສະ­ພາ​ກໍ່​ໄດ້​ມີ​ບົດ​ເຈາະ​ຈີ້ມ​ ທີ່​ປະ­ຊຸມໃນ​ວັນ​ຕໍ່​ມາເພື່ອ​ຫາ​ຂໍ້​ສະ­ຫລຸບ ແລະ ວິທີ​ການ​ແກ້​ໄຂ​ຢ່າງ​ເປັນ​ເອ­ກະ​ພາບ​ກັນ.

 

ຂ່າວຈາກ : ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...