Homeຂ່າວພາຍ​ໃນອຸດສາຫະກຳສືບຕໍ່ເຕີບໃຫຍ່ ການຈໍລະຈອນສິນຄ້າລົງເຖິງຮາກຖານ

ອຸດສາຫະກຳສືບຕໍ່ເຕີບໃຫຍ່ ການຈໍລະຈອນສິນຄ້າລົງເຖິງຮາກຖານ

Published on

db812538553059cc851929523ffc61f9

ພາຍ​ໃຕ້​ການ​ຊີ້​ນຳ-ນຳພາຂອງ​ພັກ-ລັດຖະບານ ເຮັດ​ໃຫ້​ຕະຫຼອດ​ໄລຍະ 40 ປີ ຜ່ານ​ມາ ຂະແໜງ​ອຸດສາຫະກຳ ສືບຕໍ່​ຂະຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ ເຊິ່ງ​ໃນ 5 ປີ​ທຳ​ອິດ (1986-1990) ເຕີບໃຫຍ່​ຢູ່​ໃນ​ລະດັບ 8% ຕໍ່​ປີ ຮອດສົກ​ປີ 2014-2015 ການ​ເຕີບໃຫຍ່​ຂອງ​ຂະແໜງ​ດັ່ງກ່າວ ​ໄດ້ປະກອບສ່ວນ​ເຂົ້າ​ໃນ​ຍອດ​ຜະລິດຕະ​ພັນ​ພາຍ​ໃນ ຫຼື GDP ແມ່ນ 29% ສ່ວນ​ການ​ຄ້າ​ແມ່ນ​ຂະຫຍາຍ​ຕະຫຼາດ​ລົງ​ສູ່​ຮາກ​ຖານ ແລະ ສາມາດ​ຈໍ​ລະ​ຈອນ​ສິນຄ້າໄດ້​ຢ່າງ​ທົ່ວ​ເຖິງ.

ພາຍຫຼັງ​ທີ່​ປະເທດ​ລາວ​ເຮົາ ໄດ້​ສະຖາປະນາໃນ​ວັນ​ທີ 2 ທັນວາ 1975 ເປັນຕົ້ນ​ມາ ພື້ນຖານອຸດສາຫະກຳ​ຈຳນວນ​ໜຶ່ງ​ໄດ້​ຮັບການ​ກໍ່ສ້າງ ແລະ ພັດທະນາ​ເປັນກ້າວໆ ເຊິ່ງ​ໃນ​ໄລຍະ​ຕົ້ນ​ຂອງການ​ປ່ຽນແປງ​ໃໝ່ 1986-1990 ຂະແໜງ​ອຸດສາຫະກຳ​ ໄດ້​ຮັບການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ຕົ້ນຕໍ​ແມ່ນ​ຂະແໜງ​ຜະລິດ​ປຸງ​ແຕ່ງ ແລະ ໂຮງ​ຈັກ ໂຮງງານ ມີ​ຈຳນວນ​ເພີ່ມ​ຂຶ້ນ​ຈາກ 100 ແຫ່ງ ໃນປີ 1975 ມາ​ເປັນ 26.200 ແຫ່ງ ໃນ​ປີ 2005 ມາ​ຮອດ​ສົກ​ປີ 2006-2010 ການ​ຂະຫຍາຍຕົວຂອງ​ອຸດສາຫະກຳ​ສະເລ່ຍ 12% ຕໍ່​ປີ ແລະ ເປັນ 39.872 ແຫ່ງ ໃນ​ປີ 2013 ເດັ່ນ​ກວ່າ​ໝູ່​ໃນ​ໄລຍະ 2011-2013 ແມ່ນ​ອຸດ​ສາຫະ​ກຳ​ປຸງ​ແຕ່ງ ໂດຍ​ສະເພາະ ອຸດສາຫະກຳ​ຜະລິດ​ສະບຽງ​ອາຫານ​ກວມ 21% ຊິ້ນ​ສ່ວນ​ອາ​ໄຫຼ່ 18% ຜະລິດ​ຕະ​ພັນ​ແຮ່​ທາດອື່ນໆ​ທີ່​ບໍ່​ແມ່ນ​ໂລຫະ 16% ແລະ ອຸດສາຫະກຳ​ຜະລິດ​ເຄື່ອງ​ດື່ມກວມ 15,5% ຂອງ​ມູນ​ຄ່າ​ອຸດ​ສາຫະ​ກຳ​ປຸງ​ແຕ່ງ ສ່ວນ​ການ​ຜະລິດນ້ຳ ນ້ຳຫວານ​ສະໜອງ​ໄດ້ 86% ຊີມັງ 65% ເຫຼັກ​ເສັ້ນ​ປະມານ 25% ຂອງ​ຄວາມ​ຕ້ອງການ​ທັງໝົດ.

ສຳລັບ​ໃນ​ໄລຍະ 5 ປີຜ່ານ​ມາຂອງ​ຂະແໜງການ​ອຸດສາຫະກຳ ແລະ ການ​ຄ້າ ຍັງ​ສືບຕໍ່​ຂະຫຍາຍ​ຕົວ​ດີ ແລະ ຕໍ່​ເນື່ອງ ຄື​ຂະແໜງ​ອຸດສາຫະກຳ​ປຸງ​ແຕ່ງ ແລະ ການ​ຄ້າອຸດສາຫະກຳ​ປຸງ​ແຕ່ງ 10% ແລະ ການ​ຄ້າຂາຍ​ຍົກ-ຂາຍຍ່ອຍ 19% ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຍອດ​ຜະລິດ​ຕະ​ພັນພາຍ​ໃນ ຫຼື GDP ໃນ​ສົກ​ປີ 2014-15 ແມ່ນ 29% ສ່ວນ​ວຽກ​ງານການ​ຄ້າ ເຊັ່ນ: ການ​ຄ້າ​ພາຍ​ໃນຂະຫຍາຍຕົວ​ຢ່າງ​ຕັ້ງໜ້າ​ທາງດ້ານ​ປະລິມານ ແລະ ຄຸນະພາບຈັງຫວະ​ການ​ຂະຫຍາຍຕົວ​ສະເລ່ຍ 7,2% ຕໍ່​ປີ ພ້ອມ​ນັ້ນ ກໍ່​ໄດ້ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານທຳ​ປະມານ 440 ພັນ​ຄົນ​ໃນ​ປີ 2013 ເພີ່ມ​ຂຶ້ນ 20% ທຽບ​ກັບ​ປີ 2012 ແລະ ມີ​ຕະຫຼາດ​ຂາຍຍົກ-ຂາຍຍ່ອຍ​ສິນຄ້າ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ​ທັງ​ໝົດ 753 ແຫ່ງ (ປີ 2014) ທຽບໃສ່​ປີ 2010 ເພີ່ມ​ຂຶ້ນ 138 ແຫ່ງ ເທົ່າ​ກັບ 22,4% ເຮັດ​ໃຫ້ການ​ຈໍ​ລະ​ຈອນ​ສິນຄ້າລົງ​ເຖິງ​ຮາກ​ຖານ​ປະຊາຊົນ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...