spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ4 ວິທີປ້ອງກັນການເກີດເສັ້ນເລືອດຂອດ ສາວໆຕ້ອງຮູ້!!

4 ວິທີປ້ອງກັນການເກີດເສັ້ນເລືອດຂອດ ສາວໆຕ້ອງຮູ້!!

Published on

leg-600x399

1. ຖ້າທ່ານເປັນຄົນຕຸ້ຍຄວນຫຼຸດນ້ຳໜັກ ເປັນອັນດັບທຳອິດ ເພື່ອຫຼຸດແຮງກົດນ້ຳໜັກລົງທີ່ຕີນແລະຂາ
2. ຫລີກລ້ຽງການຍືນ ຫລື ການນັ່ງລ້າໆ ຫລື ນັ່ງໄຂວ້ຂາເປັນເວລາດົນ ເພາະຈະເຮັດໃຫ້ກ້າມເນື້ອບໍ່ບີບໂຕໄລ່ເລືອດ ແລະ ພະຍາຍາມອອກກຳລັງກາຍຜ່ອນຄາຍກ້າມເນື້ອນ່ອງແລະຂາ ໂດຍການຍົກປາຍຕີນຂຶ້ນແລະລົງ ຫລືການບີບແລະຄາຍນິ້ວຕີນທຸກເຄິ່ງຊົ່ວໂມງ ແລະພໍເຖິງຊ່ວງທີ່ໄດ້ນັ່ງພັກ ໃຫ້ຖອດເກີບສົ້ນສູງອອກ ນັ່ງລົງເທິງຕັ່ງ ຫລັງກົງ ແລະ ຍົກຂາຂຶ້ນໜຶ່ງຂ້າງໃຫ້ສູງລະດັບສະໂພກແລະໝຸນຂໍ້ຕີນເປັນວົງມົນໄປມາ ຈາກນັ້ນໃຫ້ເຫນັງຕີນຊີ້ຂຶ້ນແລະລົງ ຈາກນັ້ນເຮັດສະຫລັບອີກຂ້າງ
3. ຫລີກລ້ຽງການໃສ່ຖົງຕີນຍາວ ຫລື ຖົງນ່ອງ ທີ່ຮັດສູງກວ່າເຂົ່າ ຊຶ່ງເຮັດໃຫ້ລະບົບໝຸນວຽນເລືອດ ບໍ່ສະດວກ ໃນກໍລະນີທີ່ຈຳເປັນຕ້ອງສວມຖົງຕີນຫລືຖົງນ່ອງ ຄວນເລືອກເນື້ອຜ້າທີ່ມີຄວາມຍືດຫຍຸ່ນ ແລະເລືອກແບບທີ່ຂອບຖົງຕີນຫລືຖົງນ່ອງ ຮັດຫ່າງກ້ອງເຂົ່າປະມານ 2 ນິ້ວ
4. ຮັບປະທານຫມາກໄມ້ທີ່ມີວິຕາມິນຊີສູງ ແລະໃຫ້ສານຕ້ານອະນຸມູນອິດສະຫລະແອນໂທໄຊຢານິນ ເຊັ່ນ ໝາກກ້ຽງ ໝາກສີດາ ແຄນເບີລີ່ ເພາະຊ່ວຍເຮັດໃຫ້ຝາຫລອດເລືອດຝອຍແຂງແຮງ ແລະເຮັດໃຫ້ລະບົບໄຫລວຽນເລືອດເຮັດວຽກໄດ້ດີຂຶ້ນ
ໃນກໍລະນີທີ່ເສັ້ນເລືອດຂອດເຫັນແຈ້ງຫລາຍ ອາດຕ້ອງໄດ້ຮັບການປິ່ນປົວດ້ວຍການສີດຢາຫລືຜ່າຕັດ ທັງນີ້ການປິ່ນປົວເສັ້ນເລືອດຂອດບໍ່ວ່າຈະວິທີໃດກໍຕາມ ບໍ່ສາມາດຮັບປະກັນວ່າຈະບໍ່ເກີດເສັ້ນເລືອດຂອດໃໝ່ 100% ແລະແພດອາດໃຫ້ການປິ່ນປົວຫລາຍກວ່າ 1 ວິທີຮ່ວມກັນ ເພື່ອປະສິດທິພາບໃນການປິ່ນປົວໃຫ້ໄດ້ຜົນດີີຫລາຍທີ່ສຸດ ແລະທີ່ສຳຄັນບໍລິເວນທີ່ເປັນເສັ້ນເລືອດຂອດມີອາການປວດຫລືບວມ ທ່ານຄວນໄປປຶກສາແພດທັນທີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...