spot_img
Homeຂ່າວພາຍ​ໃນເລີ່ມແລ້ວ! ໂຄງການລົດໄຟລາວ - ຈີນ ລົງນາມສັນຍາຮ່ວມມື ຢ່າງເປັນທາງການ!

ເລີ່ມແລ້ວ! ໂຄງການລົດໄຟລາວ – ຈີນ ລົງນາມສັນຍາຮ່ວມມື ຢ່າງເປັນທາງການ!

Published on

laos-china train

ໃນວັນ​ທີ13 ພະຈິກ​ນີ້, ​ໄດ້​ມີພິທີລົງ​ນາມສັນຍາ ​ວ່າ​ດ້ວຍ​ການ​ຮ່ວມ​ມື​ພັດທະນາ​ ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-​ຈີນ ລະຫວ່າ​ງລັດຖະບານລາວ ​ແລະ ສປ ຈີນ​ ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ  ທ່ານ​ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ​ ແລະ ທ່ານ​ ຊີ​ຊ້າ​ວສື ປະທານ​ຄະນະ​ກຳມະການ​ການ​ພັດທະນາ ​ແລະ​ ປະຕິ​ຮູບ​ແຫ່ງ​ລັດ​ຈີນ ​ໄດ້​ຕາງໜ້າ​ລັດຖະບານ​ທັງ​ສອງ​ປະ​ເທດ ​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ​ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ປະຕິ​ບັດ​ຕົວ​ຈິງ, ​ໄດ້​ສ້າງ​ພື້ນຖານ​ທີ່​ດີງາມ​ ໃຫ້​ແກ່​ການ​ກໍ່ສ້າງ ​ແລະ​ ປະຕິບັດ​ງານ​ຂອງໂຄງການ​ນີ້ ກໍຄື​ການ​ຮ່ວມ​ມື​ໃນ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ທາງ​ລົດ​ໄຟ​ ລະຫວ່າງ​ສອງປະ​ເທດ​​ໃນ​ອະນາຄົດ.

ໃນ​ພິທີ​ດັ່ງກ່າວ, ອົງການ​ທະ​ນາຄານ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ ກັບ​ກະຊວງ​ການ​ເງິນ​ລາວ ​ໄດ້​ລົງ​ນາມສັນຍາ​ການ​ຮ່ວມ​ມື​​ ສະໜອງ​ທຶນ​ໃຫ້​ແກ່ ​ໂຄງ​ການ​ລົດ​ໄຟ​ລາວ​-ຈີນ, ລາວ​ໄດ້​ມອບ​​ແຜນ​ດຳ​ເນີນ​ງານ​ ກ່ຽວ​ກັບ​ການຈັດ​ຊື້-​ຈັດ​ຈ້າງ ​ຜູ້​ຮັບ​ເໝົາ​​ຂອງ​ໂຄງການດັ່ງກ່າວ ​ໂດຍ​ມີ ທ່ານ ​ຫວາງ​ສ້ຽວ​ຖ່າວ ຮອງ​ປະທານ​ຄະນະ​ກຳມະການ​ການ​ພັດທະນາ​ ແລະ​ ປະຕິ​ຮູບ​​ແຫ່ງ​ລັດ​ຈີນ, ທ່ານ​ ຫວງ​ມິນ ຮອງ​ຜູ້ອຳນວຍການ​ ບໍລິສັດ​ໃຫຍ່​ທາງ​ລົດ​ໄຟ​ຈີນ, ທ່ານ​ ຊຸນ​ຜິ​ງ ຮອງ​ອຳນວຍ​ການ​ທະນາຄານ ​ຂາ​ອອກ-​ຂາ​ເຂົ້າ​ຈີນ, ທ່ານ ​ລັດຕະນະມະ ນີຄຸນ​ນິວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​ທິການ​ ແລະ​ ຂົນ​ສົ່ງ​ລາວ, ທ່ານ​ ນາງ​ ທິບ​ພະ​ກອນ ຈັນທະ​ວົງສາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ, ທ່ານ ​ສົມ​ດີ ບຸນ​ຄຸ້ມ ​ເອກອັກຄະ​ລັດຖະທູດ​ລາວ​ປະຈຳ​ຈີນ​ ພ້ອມພາກສ່ວນ​ກ່ຽວຂ້ອງ ​ໄດ້​ເຂົ້າ​ຮ່ວມ​ພິທີ​​ດ່ັງກ່າວ. ທາງ​ລົດ​ໄຟ​ລາວ-​ຈີນ ​ແມ່ນ​ໂຄງການ​ທາງ​ລົດ​ໄຟ​ຕ່າງປະ​ເທດ​ໂຄງການ​ທຳ​ອິດ ​ທີ່​ຈະ​ເຊື່ອມ​ຈອດ​ກັບ​ຕາງ​ໜ່າງທາງ​ລົດ​ໄຟ​ຂອງ​ຈີນ ​ໂດຍຈາກ​ດ່ານ​ບໍ່ຫານ-​ບໍ່​ເຕັນ​ ທີ່ຢູ່​ຊາຍ​ແດນ​ສອງ​ປະ​ເທດ​ນັ້ນ ​ເຂົ້າ​ສູ່​ຊາຍແດນ​ລາວ ​ແລ້ວລົງ​ໄປຜ່ານ​ເມືອງ​ໄຊ, ຫຼວງ​ພະ​ບາງ, ວັງ​ວຽງ ​ຈົນ​ຮອດ​ນະຄອນຫຼວງ​ວຽງ​ຈັນ ​ໃນ​ໄລຍະ​ທາງຍາວ 416 ກິ​ໂລ​ແມັດ, ​ໃນ​ນັ້ນ 60% ​ແມ່ນ​ຂົວ​ ແລະ ​ອຸ​ໂມງ, ຍອດ​ມູນ​ຄ່າ​ການ​ລົງທຶນ​ຂອງ​ໂຄງການ​ນີ້​ມີ​ເກືອບ 40 ຕື້​ຢວນ, ​ໃນ​ນັ້ນ ລາວ​ຈະ​ອອກທຶນ 30% ​ແລະ​ ຈີນ​ຈະ​ອອກທຶນ 70%, ສ້າງ​ເປັນທາງ​ລົດ​ໄຟ​ສາຍ​ດຽວ, ຂັບ​ເຄື່ອນ​ດ້ວຍ​ພະລັງ​ໄຟຟ້າ​ ແລະ ​ຂົນ​ສົ່ງ​ທັງຜູ້​ໂດຍສານ​​ ແລະ ​ເຄື່ອງ​ຂອງ, ມີ​ຄວາມ​ໄວ160 ກິ​ໂລ​ແມັດ​ຕໍ່​ຊົ່ວ​​ໂມງ​ ແລະ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​​ໂມງ ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ປີ 2020.

ພາຍຫຼັງ​ກໍ່ສ້າງສຳ​ເລັດ​​ ຈະ​ຊຸກຍູ້​ການ​ພັດທະນາ​ ເສດຖະກິດ-​ສັງຄົມ​ຂອງ​ລາວ​ຢ່າງ​​ໃຫຍ່​ຫຼວງ, ຍົກ​ສະມັດ​ຖະພາບ ​ແລະ ​ລະດັບ​ກາ​ນຂົນ​ສົ່ງ ​ຂອງ​ລາວ​ໃຫ້​ສູງ​ຂຶ້ນ ແລະ ​ຈະ​ສ້າງ​ໂອກາດ​ປະກອບ​ອາຊີບ​ຢ່າງ​ຫຼວງ​ຫຼາຍ​ ໃຫ້​ແກ່​ປະຊາ​ຊົນ​ລາວບັນດາ​ເຜົ່າ. ອີກ​ດ້ານ​ໜຶ່ງ​ກໍຈະ​ເພີ່ມ​ພະລັງ​ແຮງ​ອັນ​ໃໝ່ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ ຂອງ​​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ທັງ​ຈະ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຂອງ​ໄທ, ມາ​ເລ​ເຊຍ ແລະ​ ປະ​ເທດ​ອື່ນໆ​ ເຊິ່ງຈະ​ເຮັດ​ໃຫ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ແລະ​ ການ​ໄປມາຫາສູ່​ກັນ​ ດ້ານ​ບຸກຄະລາ​ກອນ​ ລະຫວ່າງ​ປະ​ເທດ​ເຫຼົ່າ​ນີ້​ ມີ​ຄວາມ​ແໜ້ນ​ແຟ້ນຍິ່ງຂຶ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...