Homeຂ່າວພາຍ​ໃນນັກເທນນີສຍິງທີມອັນດັບ 1 ຂອງໂລກຍັງປ້ອງກັນແຊ້ມໄວ້ໄດ້

ນັກເທນນີສຍິງທີມອັນດັບ 1 ຂອງໂລກຍັງປ້ອງກັນແຊ້ມໄວ້ໄດ້

Published on

ການແຂ່ງຂັນເທນນີສປະເພດຍິງຊິງແຊ້ມໂລກ ລາຍການ “ເຟດ ຄັບ” ຮອບຊິງຊະນະເລີດ ທີ່ສະໜາມ ໂອທູ ອາຣີນາ ນະຄອນຫຼວງປຣາກ ສາທາລະນະລັດ ເຊັກ ເມື່ອວັນທີ 15 ພະຈິກ 2015 ທີ່ຜ່ານມາ ເປັນມື້ສຸດທ້າຍຂອງການແຂ່ງຂັນ ເຈົ້າບ້ານສະເໝີກັບ ລັດເຊຍ ອະດິດແຊ້ມ 4 ສະໄໝ 1-1 ຄູ່

ຄູ່ທຳອິດ ເພຕຣາ ຄິວາໂຕວາ ມື 1 ຂອງເຈົ້າບ້ານ ປະທະ ມາເຣຍ ຊາຣາໂບວາ ມື 1 ຂອງ ທີມຢາມ ປາກົດວ່າສູ້ກັນດຸເດືອດກ່ອນທີ່ ມາເຣຍ ຈະເອົາຊະນະໄປໄດ້ 2-1 ເຊັດ 3-6, 6-4, 6-2 ເຮັດໃຫ້ ລັດເຊຍ ຂື້ນນຳກ່ອນ 2-1 ຄູ່ ໂອກາດສະຫຼອງແຊ້ມໂລກທີມຍິງທີ່ສົດໃສ

ແຕ່ວ່າຄູ່ທີ 2 ຄາໂຣລິນາ ພຼິສໂຄວາຈາກ ເຊັກ ມີແຮງສູ້ຈົນສາມາດເອົາຊະນະ ອະນາສຕາເຊຍ ພາຟລູເຊນໂຄວາ ໄດ້ 2-0ເຊັດ 6-3, 6-4 ເຮັດໃຫ້ເຊັກສາມາດຕີສະເໝີ 2-2 ຄູ່ ແລະ ກໍ່ເຮັດໃຫ້ຕ້ອງຫຼີ້ນແມັດຊ໌ຄູ່ຕັດສິນລະຫວ່າງ ພຼີສໂຄວາ ຄູ່ກັບ ບາຣ໌ໂບຣາ ສະໄຕຣໂຄວາ ພົບກັບ ພາຟລູເຊນໂຄວາ ຄູ່ກັບ ເອເລນາ ເວສນິນາ

ຜົນທີ່ປະກົດອອກມາແມ່ນ ພຼີສໂຄວາ ທີ່ໂຊຟອມໄດ້ທົນກວ່າຫຼີ້ນມື້ດຽວ 2 ນັດຕິດ ຊ່ວຍເພື່ອນປາຄູ່ຫູຈາກລັດເຊຍ 2-1 ເຊັດ 4-6, 6-3, 6-2 ແລະ ກໍ່ເຮັດໃຫ້ ສາທາລະນະລັດ ເຊັກ ປ້ອງກັນແຊ້ມໂລກ ເຟດ ຄັບ ໄດ້ສຳເລັດ ແລະ ສ້າງສະຖິຕິເປັນແຊ້ມການແຂ່ງຂັນນີ້ແມ່ນເປັນສະໄໝທີ 9 ສົມກັບທີ່ເປັນທີມອັນດັບ 1 ຂອງໂລກ

TENNIS-FEDCUP-CZE-RUS

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...