Homeຂ່າວການພັດທະນາອີກ 5 ມື້ ດາວທຽມລາວຈະຂຶ້ນສູ່ວົງໂຄຈອນ

ອີກ 5 ມື້ ດາວທຽມລາວຈະຂຶ້ນສູ່ວົງໂຄຈອນ

Published on

 11209479_1078775878820750_8215148364322167241_n
ຂປລ. ເຈົ້າໜ້າທີ່ຈາກກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານໄດ້ເປີດເຜີຍໃນວັນທີ 9 ພະຈິກ 2015 ນີ້ວ່າ: ການນໍາພວກເຮົາພ້ອມຄະນະ ຈະອອກເດີນທາງເຂົ້າຮ່ວມເປີດ ພິທີສົ່ງດາວທຽມດວງທໍາອິດຂອງລາວ ຄັ້ງປະຫວັດສາດຂຶ້ນສູ່ວົງໂຄຈອນໃນວັນທີ 20 ພະຈິກ 2015 ເຊິ່ງພິທີດັ່ງກ່າວຈະຈັດຂຶ້ນໃນວັນທີ 21 ພະຈິກ 2015 ຢູ່ເມືອງຊີຊາງ ແຂວງສີສວນ ສປ.ຈີນ. ທ່າມກາງ ປວງຊົນລາວທັງຊາດ ຕ່າງກໍມີຄວາມອົກດີໃຈ ແລະ ພາກພູມໃຈ ຢ່າງຫລວງຫລາຍຕໍ່ກັບຜົນສໍາເລັດ ທີ່ພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ ຕະຫລອດ 40 ປີຜ່ານມາ ພາຍຫລັງໄດ້ຮັບຊາບຂ່າວດັ່ງກ່າວນັ້ນ.
ກ່ອນໜ້ານັ້ນ ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ  ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ລາຍງານລະຫວ່າງພິທີເຊັນສັນຍາຮ່ວມທຶນ ສ້າງຕັ້ງບໍລິສັດ ດາວທຽມລາວ ໃນຕຳແໜ່ງ 128,5 ອົງສາຕາເວັນອອກ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ມີຂຶ້ນໃນວັນທີ 30 ຕຸລາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ດາວທຽມດວງທຳອິດຂອງລາວທີ່ມີຊື່ວ່າ Laosat-1 ຈະໄດ້ສົ່ງສູ່ວົງໂຄຈອນຂອງໂລກໃນວັນທີ 21 ພະຈິກທີ່ຈະມາເຖິງນີ້ ເຊິ່ງເປັນໄລຍະທີ່ປະຊາຊົນລາວທັງຊາດພວມ ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງ ສປປ ລາວ ຄົບຮອບ 40 ປີຢ່າງຟົດຟື້ນ.12227655_1078775875487417_7629738445019967014_n
ດາວທຽມລາວນີ້ ຈະເປັນຂອງຂວັນອັນລ້ຳຄ່າ ສຳລັບວັນປະຫວັດສາດສຳຄັນດັ່ງກ່າວ ພາຍຫລັງໄດ້ເລີ່ມກໍ່ສ້າງມາແຕ່ເດືອນ ພຶດສະພາ 2008 ດ້ວຍການຂໍຈອງ ແລະ ນຳໃຊ້ວົງໂຄຈອນ 128,5 ອົງສາ ດ້ວຍການນຳໃຊ້ທຶນຮອນເປັນຈຳນວນຫລາຍ ຈົນມາຮອດວັນທີ 11 ກໍລະກົດ 2012 ຈຶ່ງໄດ້ມີການເຊັນສັນຍາເງິນກູ້ ກັບທະນາຄານຂາເຂົ້າ-ຂາອອກຂອງຈີນ ໃນວົງເງິນຫລາຍກວ່າ 258 ລ້ານໂດລາສະຫະລັດ.
ພາຍຫລັງສຳເລັດການສົ່ງດາວທຽມ Laosat-1 ຂຶ້ນສູ່ວົງໂຄຈອນແລ້ວ ຈະມີການສ້າງຕັ້ງບໍລິສັດຮ່ວມທຶນ ເຊິ່ງປະກອບມີລັດຖະບານລາວ ແລະ ບໍລິສັດຜູ້ມີປະສົບການດ້ານການບໍລິການດາວທຽມ ລະດັບສາກົນ ຄື: ລັດຖະບານລາວ 45% ບໍລິສັດ China-Pacific Mobile Telecommunications Satellite (APMT) ຂອງຈີນ 35% ບໍລິສັດ Space Star Technology (SSTC) ຂອງຈີນ 15% ແລະ ບໍລິສັດ Asia pacific Satellite Technology (APST) (ຮົງກົງ) 5% ການລົງນາມໃນສັນຍາຮ່ວມທຶນ ດັ່ງກ່າວ ແມ່ນເພື່ອຄວາມສະດວກໃຫ້ບໍລິສັດຮ່ວມທຶນ ມີຄວາມສະດວກໃນວຽກບໍລິການ ການສື່ສານຜ່ານດາວທຽມປະເພດຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການສື່ສານສຳລັບວຽກງານຂອງລັດ ການໃຫ້ເຊົ່າຊ່ອງດາວທຽມ ການບໍລິການໂທລະພາບຜ່ານດາວທຽມ ການສື່ສານສຳລັບເຂດຊົນນະບົດ ແລະ ຫ່າງໄກສອກຫລີກ ການສຶກສາ ແລະ ການແພດທາງໄກ ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ການສື່ສານໃນວຽກງານບັນເທົາທຸກ ແລະ ຟື້ນຟູຈາກໄພພິບັດ.
2015-11-09_165931

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...