Homeປ່ອງຢ້ຽມດວງດາວພົບດາວເຄາະແຄະໃໝ່ ໄກສຸດໃນລະບົບສຸລິຍະ

ພົບດາວເຄາະແຄະໃໝ່ ໄກສຸດໃນລະບົບສຸລິຍະ

Published on

Capture

„ພົບ​ດາວ​ເຄາະ​ແຄະ​ໃໝ່ ໄກ​ສຸດ​ໃນ​ລະບົບ​ສຸ​ລິ​ຍະ ນັກ​ດາ​ລາ​ສາດ​ເຜີຍ​ການ​ຄົ້ນ​ພົບ​ດາວ​ເຄາະ​ແຄະ​ດວງ​ໃໝ່ ທີ່​ຢູ່​ໄກ​ກວ່າ​ດາວ​ພູ​ໂຕ​ເຖິງ​ສາມ​ເທົ່າ ຄາດ​ວ່າ​ເປັນ​ດາວ​ທີ່​ຢູ່​ໄກ​ທີ່ສຸດ​ໃນ​ລະບົບ​ສຸ​ລິ​ຍະ ມື້​ວັນພະຫັດ​ທີ່ 12 ພະ​ຈິກ ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ນະຄອນຫລວງວໍ​ຊິງ​ຕັນ ປະເທດ​ສະ​ຫະລັດ​ອາເມ​ຣິ​ກາ ເມື່ອ​ວັນທີ່ 12 ນີ້ວ່າ ວາລະສານ​ວິທະຍາ​ສາດ ‘ໄຊ​ແອນຊ໌’ ລາຍ​ງານ​ການ​ຄົ້ນ​ພົບ​ດາວ​ເຄາະ​ແຄະ​ດວງ​ໃໝ່ ຊຶ່ງ​ມີ​ການ​ເປີດ​ເຜີຍ​ເທື່ອ​ທຳອິດ​ໃນ​ທີ່​ປະ​ຊຸມ​ສະມາຄົມ​ດາ​ລາ​ສາດ​ອາເມຣິ​ກັນ ໃນ​ນະຄອນຫລວງວໍ​ຊິງ​ຕັນ ເມື່ອ​ມື້ວັນ​ອັງ​ຄານ ໂດຍ​ເຊື່ອ​ວ່າ​ເປັນ​ວັດ​ຖຸ​ທີ່​ຢູ່​ໄກ​ທີ່ສຸດ​ຂອງ​ລະບົບ​ສຸ​ລິ​ຍະ​ຂອງ​ເຮົາ​ເທົ່າ​ທີ່​ເຄີຍ​ມີ​ການ​ຄົ້ນ​ພົບ​ມາ ໄກ​ອອກ​ໄປ​ກວ່າ​ດາວ​ພູ​ໂຕເຖິງ​ສາມ​ເທົ່າ ‘ວີ774104’ (V774104) ຖືກ​ຄົ້ນ​ພົບ​ໂດຍ​ກ້ອງ​ໂທລະ​ທັດ ‘ຊູ​ບາ​ລຸ’ ຂະໜາດ 8 ແມັດ ຂອງ​ຍີ່​ປຸ່ນ ຊຶ່ງ​ຕັ້ງ​ຢູ່​ທີ່​ເກາະ​ຮາ​ວາຍ​ຂອງສະ​ຫະລັດ ຕຳແໜ່ງ​ຂອງ​ດາວ​ເຄາະ​ແຄະ​ດວງ​ນີ້​ຢູ່​ຫ່າງ​ຈາກ​ດວງ​ອາທິດ​ປະມານ 103 ຫນ່ວຍ​ດາ​ລາ​ສາດ ຫລື​ເອ​ຍູ (1 ເອ​ຍູ ເທົ່າ​ກັບ​ໄລ​ຍະ​ທາງ​ລະຫວ່າງ​ໂລກ​ແລະ​ດວງ​ອາທິດ) ຫລື​ປະມານ 15,400 ລ້ານ​ກິ​ໂລ​ແມັດ ໂດຍ​ກ່ອນ​ໜ້າ​ນີ້​ວັດ​ຖຸ​ທີ່​ຢູ່​ໄກ​ທີ່ສຸດ​ໃນ​ລະບົບ​ສຸ​ລິ​ຍະ​ຂອງ​ເຮົາ ຄື​ດາວ​ເຄາະ​ແຄະ ‘ເອ​ລິດ’ ທີ່​ຖືກ​ຄົ້ນ​ພົບ​ເມື່ອ​ປີ 2005 ມີ​ໄລ​ຍະ​ຫ່າງ​ຈາກ​ດວງ​ອາທິດ 97 ເອ​ຍູ ສະ​ກອດ ເຊບ​ເ​ພິ​ດ ນັກ​ດາ​ລາ​ສາດ​ຈາ​ກສະ​ຖາ​ບັນ​ວິທະຍາ​ສາດ​ຄາ​ເນ​ກີ ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ ກ່າວ​ວ່າ ຮູບ​ແບບ​ການ​ເຄື່ອນ​ທີ່​ຂອງ​ດາວ​ຫລື​ວົງ​ໂຄຈອນ​ຍັງ​ຄົງ​ຕ້ອງ​ລໍຖ້າ​ການສຶກສາ​ເພີ່ມເຕີມ​ຕໍ່ໄປ ຂະນະ​ທີ່ ໂຈ​ເຊ​ບ ເບິ​ນສ໌ ຜູ້​ຊ່ຽວຊານ​ດ້ານ​ດາ​ລາ​ສາດ​ແລະ​ວິ​ສະວະກ​ອນຈາກ​ມະຫາ​ວິທະຍາ​ໄລ​ຄໍແນນ ສະ​ຫະລັດ ກ່າວ​ວ່າ ການ​ຄົ້ນ​ພົບ​ເທື່ອ​ນີ້​ພິສູດ​ວ່າ​ລະບົບ​ສຸ​ລິ​ຍະ​ຂອງ​ເຮົາ​ກວ້າງ​ໃຫຍ່​ກວ່າ​ທີ່​ເຮົາ​ຄິດ​ໄວ້​ຫລາຍ ໂດຍ​ຂະນະ​ນີ້​ຍັງ​ບໍ່​ສາມາດ​ລະ​ບຸ​ຂະໜາດ​ທີ່​ຊັດເຈນ​ໄດ້ ແຕ່​ຄາດ​ວ່າ​ຕ້ອງ​ໃຫຍ່​ຫລາຍ​ພໍ​ທີ່​​ເຮັດໃຫ້​ເຮົາ​ເບິ່ງເຫັນ​ໄດ້​ແມ່ນ​ຈະ​ຢູ່​ໄກ​ຂະໜາດ​ນັ້ນ. “

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...