Homeຂ່າວພາຍ​ໃນເຈົ້າໜ້າທີ່ແຂວງອຸດົມໄຊສັ່ງໂຈະການປູກໝາກກ້ວຍຊົ່ວຄາວເພື່ອກວດສອບເບິ່ງຜົນໄດ້ຜົນເສຍ

ເຈົ້າໜ້າທີ່ແຂວງອຸດົມໄຊສັ່ງໂຈະການປູກໝາກກ້ວຍຊົ່ວຄາວເພື່ອກວດສອບເບິ່ງຜົນໄດ້ຜົນເສຍ

Published on

12247109_448886008648518_2326494925734229095_n

ຂປລ. ໃນຫວ່າງບໍ່ດົນມານີ້ເຈົ້າໜ້າທີ່ສະເພາະກິດແຂວງອຸດົມໄຊໄດ້ໃຫ້ສໍາພາດນັກຂ່າວສໍານັກຂ່າວສານປະເທດລາວວ່າ:ຕົນເອງສັ່ງໂຈະໂຄງການປູກໝາກກ້ວຍໄວ້ຊົ່ວຄາວແລ້ວເພື່ອລົງກວດກາ ແລະ ສຶກສາເບິ່ງຜົນໄດ້ຜົນເສຍຕົວຈິງ ຖ້າຫາກວ່າພາກລັດ ແລະ ປະຊາຊົນບໍ່ໄດ້ຮັບຜົນປະໂຫຍດໂດຍກົງ ຫລື ມີຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມຈະສັ່ງໂຈະຖາວອນ. ຂະນະນີ້ ທາງແຂວງດັ່ງກ່າວໄດ້ອະນຸຍາດໃຫ້ນັກລົງທຶນຕ່າງປະເທດສໍາປະທານເນື້ອທີ່ປູກໝາກກ້ວຍແລ້ວປະມານ 5.000 ເຮັກຕາ ແຕ່ໃນຕົວຈິງໄດ້ປູກແລ້ວ 3.000 ພັນເຮັກ ແລະ ສືບຕໍ່ປູກຕື່ມອີກຈົນຄົບຕາມຈໍານວນອະນຸມັດ.
ນັກວິຊາການຈາກຂະແໜງການສົ່ງເສີມການລົງທຶນແຂວງອຸດົມໄຊໄດ້ຊີ້ແຈງວ່າ: ໃນຄວາມເປັນຈິງນັກລົງທຶນຕ່າງປະເທດຕ້ອງການເນື້ອທີ່ຫລາຍພັນເຮັກຕາເພື່ອປູກໝາກກ້ວຍຫອມສົ່ງອອກຕ່າງປະເທດ ແຕ່ພວກເຮົາບໍ່ສາມາດອະນຸຍາດໃຫ້ໄດ້ຕາມຄໍາຮ້ອງຂອງເຂົາເຈົ້າ ເນື່ອງຈາກວ່າປັດຈຸບັນມີເນື້ອທີ່ຈໍາກັດ ແລະ ຕ້ອງສະຫງວນໄວ້ເພື່ອປູກຜືກເສດຖະກິດແນວອື່ນທີ່ເປັນບູລິມະສິດຂອງລັດຖະບານ ນອກຈາກນັ້ນພວກເຮົາຍັງຕ້ອງໄດ້ສຶກສາ ແລະ ກວດສອບເບິ່ງຜົນໄດ້ຜົນເສຍມີຫຍັງແນ່ກ່ຽວກັບການປູກໝາກກ້ວຍດັ່ງກ່າວ. ຜ່ານມາພວກເຮົາໄດ້ອະນຸຍາດໃຫ້ນັກລົງທຶນຕ່າງປະເທດສໍາປະທານເນື້ອທີ່ພຽງ 5.000 ເຮັກຕາເທົ່ານັ້ນ ແຕ່ເຂົາເຈົ້ານໍາໃຊ້ເນື້ອທີ່ດິນປູກພຽງແຕ່ 3.000 ເຮັກຕາ ປັດຈຸບັນເຂົາເຈົ້າເລີ່ມເກັບກ່ຽວຜົນຜະລິດ ແລະ ໄດ້ສົ່ງອອກຕ່າງປະເທດແລ້ວ. ສະເພາະປີ 2015 ນີ້ ບໍລິສັດຕ່າງປະເທດຍັງຈະສືບຕໍ່ປູກຕື່ມອີກ 2.000 ເຮັກຕາ ແຕ່ພວກເຮົາຈະບໍ່ອະນຸຍາດໃຫ້ຂະຫຍາຍເນື້ອທີ່ປູກຕື່ມອີກຍ້ອນເຫດຜົນຈໍາເປັນທີ່ພວກເຮົາຕ້ອງໄດ້ກວດກາ ແລະ ສຶກສາເບິ່ງອີກວ່າພາກລັດ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດນັ້ນແມ່ນແທ້ ຫລື ບໍ່?. ອະດີດຜ່ານມານັ້ນ ນັກລົງທຶນຕ່າງປະເທດແມ່ນໃຊ້ວິທີເຊົ່າດິນຂອງປະຊາຊົນໂດຍກົງພ້ອມກັບຈ່າຍຄ່າເຊົ່າດິນໃຫ້ປະຊາຊົນ 12 ລ້ານກີບຕໍ່ເຮັກຕາ ສະນັ້ນປະຊາຊົນຈໍານວນໜຶ່ງຈຶ່ງຫັນທິດຖິ້ມວິທີການຜະລິດພືດດ້ວຍຕົນເອງແລ້ວໃຫ້ນັກລົງທຶນເຊົ່າປູກພືດ. ປະຊາຊົນຈໍານວນບອກວ່າ: ການຜະລິດພືດແຕ່ລະປີຂອງເຂົາເຈົ້າເອງແມ່ນໄດ້ຮັບຜົນໜ້ອຍ ແລະ ຜົນຜະລິດຕໍ່າບໍ່ສາມາດກຸ້ມກິນ ແລະ ບາງປີກໍໄດ້ຊື້ເຂົ້າກິນ ເຖິງແມ່ນວ່າຈະອອກເຫື່ອເທແຮງຫລາຍປານໃດກໍຕາມ ສົ່ງຜົນເຮັດໃຫ້ເຂົາເຂົ້າທໍ້ຖອຍ ດ້ວຍເຫດດັ່ງກ່າວຈຶ່ງໃຫ້ນັກລົງທຶນສໍາປະທານຈະດີກວ່າໝາຍວ່າບໍ່ໄດ້ເຮັດຫຍັງກໍມີລາຍໄດ້. ແນວໃດກໍດີ ເຈົ້າໜ້າທີ່ສະເພາະກິດດ້ານກະສິກໍາຢືນຢັນວ່າ: ປັດຈຸບັນນີ້ ພວກເຮົາໄດ້ເຮັດວຽກຮ່ວມກັນກັບຫລາຍພາກສ່ວນເພື່ອກວດສອບ ແລະ ຕິດຕາມເບິ່ງຜົນກະທົບດ້ານສິ່ງແວດລ້ອມ ແຕ່ໄລຍະຜ່າມາຍັງບໍ່ມີຜົນກະທົບ ດັ່ງທີ່ມີຂ່າວວ່ານັກລົງທຶນໄດ້ນໍາໃຊ້ສານເຄມີເກີນຂະໜາດເຂົ້າໃນການປູກຝັງ

ຂ່າວຈາກ ຂ່າວສານປະເທດລາວ

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...