spot_img
Homeຂ່າວການພັດທະນາພາຍໃຕ້ລະບອບໃໝ່ ເສັ້ນທາງເຂົ້າເຖິງທຸກເມືອງ! ຍທຂ ກຽມພ້ອມອີກຫລາຍໂຄງການ!

ພາຍໃຕ້ລະບອບໃໝ່ ເສັ້ນທາງເຂົ້າເຖິງທຸກເມືອງ! ຍທຂ ກຽມພ້ອມອີກຫລາຍໂຄງການ!

Published on

3-1

ກ່ອນການປົດປ່ອຍ; ການຄົມມະນາຄົມຂົນສົ່ງ ເປັນຂອດທີ່ຫຍຸ້ງຍາກໃຫຍ່ ຫຼວງກວ່າໝູ່ສຳລັບປະເທດ ເຮົາ. ຈາກໃຈກາງນະຄອນ ຫຼວງວຽງຈັນ ຈະໄປບ້ານເກິນ ເມືອງທຸລະຄົມ ແຂວງວຽງ ຈັນ ຕ້ອງໄດ້ຂ້າມບັກ ແລະ ຕ້ອງໃຊ້ເວລາ ຫຼາຍສິບຊົ່ວ ໂມງຈຶ່ງໄປຮອດ, ຖ້າຈະໄປແຂວງບໍລິຄຳໄຊ ໃນເວລານັ້ນກໍ ຕ້ອງໄດ້ໃຊ້ເວລານອນທາງຫຼາຍຄືນ ຈຶ່ງຮອດຈຸດໝາຍປາຍ ທາງ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ພັກ ແລະ ລັດຖະບານ ກໍໄດ້ສຸມໃສ່ລົງທຶນຢ່າງ ມະຫາສານ ເຂົ້າໃນວຽກ ງານຟື້ນຟູທາງເກົ່າ ແລະ ສ້າງທາງໃໝ່, ພຽງ 10 ປີ (1975-85) ສາມາດຟື້ນຟູທາງເກົ່າ ແລະ ສ້າງໃໝ່ໄດ້ 3.000 ກິໂລ ແມັດ, ສ້ອມແປງຂົວເກົ່າແລະ ສ້າງຂົວໃໝ່ໄດ້ເກືອບ 700 ແຫ່ງ.

ມາຮອດປະຈຸບັນ ເສັ້ນທາງແຕ່ເໜືອຫາໃຕ້ ຍິ່ງໄດ້ຮັບ ການສ້າງໃໝ່ຂຶ້ນຢ່າງຫຼວງຫຼາຍ, ດັ່ງ ທ່ານ ດຣ. ບຸນຈັນ ສິນທະວົງ ເລຂາຄະນະພັກກະຊວງ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວໃນກອງປະຊຸມ ອົງຄະນະພັກກະຊວງດັ່ງກ່າວ ເມື່ອບໍ່ດົນມານີ້ (16-17/7/2015) ວ່າ: ປະຈຸບັນ ພວກເຮົາ ມີລະບົບຕາໜ່າງເສັ້ນທາງ ລວງຍາວທັງໝົດ 51.597 ກມ, ໃນນີ້ ມີເສັ້ນທາງເບຕົງ 310 ກມ, ປູຢາງອັດ ສະຟານ 814 ກມ, ປູຢາງສອງຊັ້ນ 8.272 ກມ, ປູແຮ່ 19.361 ກມ ແລະ ເສັ້ນທາງປູດິນທຳມະຊາດ 22.838 ກມ, ສົມທຽບ ແຕ່ປີ 2012 ມີເສັ້ນທາງເພີ່ມຂຶ້ນ 18,3% ຫຼື ເທົ່າກັບ 7.996 ກມ, ໃນນີ້ ມີທາງປູຢາງທີ່ໄປເຖິງທຸກເທດສະບານແຂວງ, ມີ ເສັ້ນທາງປູຢາງ ແລະ ເສັ້ນທາງດິນແດງທຽວໄດ້ສອງລະດູເຂົ້າ ເຖິງ 148 ເມືອງໃນທົ່ວປະເທດ ກວມ 100%, ໝາຍຄວາມວ່າ ຕາໜ່າງເສັ້ນທາງສາມາດໄປເຖິງທຸກແຂວງ ແລະ ທຸກເມືອງ ໃນທົ່ວປະເທດ. ນອກຈາກນັ້ນ ພວກເຮົາຍັງໄດ້ເອົາໃຈໃສ່ພັດ ທະນາບັນດາຕາໜ່າງຄົມມະນາຄົມ-ຂົນສົ່ງ ເຊື່ອມໂຍງເສັ້ນ ທາງພາຍໃນປະເທດກັບບັນດາປະເທດໃກ້ຄຽງ ຕາມແລວ ເສດຖະກິດໃນອະນຸພາກພື້ນ ໃຫ້ໄດ້ມາດຕະຖານສາກົນ ໂດຍ ສາມາດຍົກລະດັບຕາໜ່າງເສັ້ນທາງ ທີ່ເປັນທາງ ຫຼວງແຫ່ງ ຊາດ ທີ່ເປັນທາງຫຼວງອາຊຽນ 8 ເສັ້ນທາງ, ລວງຍາວ 2.850 ກມ, ຊຶ່ງເປັນແລວທາງເສດຖະກິດເໜືອ-ໃຕ້ ແລະ ຕາເວັນ ອອກ-ຕາເວັນຕົກ, ລວມທັງບັນດາຂົວໃຫຍ່, ເປັນຕົ້ນແມ່ນສຳ ເລັດການກໍ່ສ້າງທາງ 2W ແຕ່ເມືອງເງິນ-ປາກແບ່ງ, ທາງ 13 ເໜືອ ນາເຕີຍ-ອຸດົມໄຊ, ທາງເລກ 2 E (ເມືອງຂົວ-ໄຕຈາງ), ທາງເລກ 1D (ເມືອງຄູນ-ປ່າຄ່າ), ທາງເລກ 1B (ປາກນ້ຳ ນ້ອຍ-ບຸນໃຕ້), ທາງເລກ 4 (ເອດີບີ 11) (ຊຽງເງິນ-ໄຊຍະບູລີ -ປາກລາຍ-ແກ່ນທ້າວ-ນາຄ່າ (ບໍ່ແຕນ)) ລວມທັງຂົວຂ້າມນ້ຳຂອງປາກຄອນ-ທ່າເດື່ອ, ເສັ້ນທາງເລກ 15 A (ນາປົ່ງ-ສາລະວັນ), ທາງເລກ 15B (ສາລະວັນ-ຊາຍແດນລາວ/ຫວຽດນາມ), ຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ 3 ຄຳມ່ວນ- ນະຄອນພະນົມ, ຂົວຂ້າມນ້ຳຂອງມິດຕະບລາວ-ໄທ ແຫ່ງທີ 4 (ຫ້ວຍຊາຍ-ຊຽງຂອງ), ຂົວຂ້າມນ້ຳຂອງມິດຕະພາບລາວ- ມຽນມາ ທີ່ຊຽງກົກ ແລະ ຂົວຂ້າມນ້ຳຂອງທີ່ດອນໂຂງ. ນອກ ຈາກນັ້ນ ຍັງມີບັນດາໂຄງການທີ່ພວມຈັດຕັ້ງປະຕິບັດ ແລະ ຄາດວ່າຈະສຳເລັດພາຍໃນແຜນການ 5 ປີ ຄັ້ງທີ VII ນີ້ ເປັນ ຕົ້ນ: ທາງເລກ 13 ເໜືອ ໄລຍະອຸດົມໄຊ-ປາກມອງ, ທາງເລກ 1A (ບຸນເໜືອ-ລານຕຸຍ), ຂົວຂ້າມນ້ຳຂອງທີ່ປາກແບ່ງ ແລະ ຂົວຂ້າມນ້ຳຂອງປາກລາຍ-ຄົກເຂົ້າດໍ. ສຳລັບແຜນການກໍ່ສ້າງທາງດ່ວນ ແມ່ນໄດ້ເຊັນບົດບັນທຶກກັບຜູ້ລົງທຶນຕ່າງປະເທດ ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງ ທາງດ່ວນເສັ້ນທາງ 13 ເໜືອ ແຕ່ນະຄອນຫຼວງວຽງຈັນ-ບໍ່ເຕັນ (ຊາຍແດນຈີນ) ແລະ ແຕ່ນະຄອນຫຼວງວຽງຈັນ – ປາກເຊ. ນອກຈາກນັ້ນ, ພວກເຮົາຍັງໄດ້ສຳເລັດການສຶກສາຄວາມ    ເປັນໄປໄດ້ ແລະ ສຳຫຼວດ – ອອກແບບລະອຽດ ເພື່ອກໍ່ສ້າງຍົກ ລະດັບໃຫ້ໄດ້ມາດຕະຖານອາຊຽນ ສຳລັບທາງເລກທີ 13 ຕອນທາງວຽງຈັນ – ໂພນໂຮງ ແລະ ວຽງຈັນ – ບ້ານໄຮ່ ຊຶ່ງຄາດ ວ່າຈະໄດ້ເລີ່ມລົງມືກໍ່ສ້າງ ດ້ວຍຮູບແບບການມີສ່ວນຮ່ວມລະ ຫວ່າງພາກລັດ ແລະ ພາກທຸລະກິດ ໃນກາງປີ 2016 ທີ່ຈະ ເປັນການຫຼຸຸດຜ່ອນ ການແບກຫາບງົບປະມານ ຂອງລັດຖະບານ ໃນການພັດທະນາພື້ນຖານໂຄງລ່າງ ເສັ້ນທາງແຕ່ຝ່າຍດຽວ.

ໃນແຜນສູ້ຊົນກໍ່ສ້າງເສັ້ນທາງຫຼວງຂອງເມືອງ, ທາງຊົນ ນະບົດ ເຂົ້າສູ່ເຂດໃຈກາງຂອງບັນດາຈຸດສຸມ ແລະ ກຸ່ມບ້ານ ພັດທະນາຈຳນວນໜຶ່ງ ໃຫ້ເປັນທາງປູຫີນ ທີ່ໄດ້ມາດຕະຖານ ຫຼື ສາມາດສັນຈອນໄປມາໄດ້ໃນລະດູແລ້ງໃຫ້ໄດ້ 100% ນັ້ນ, ພວກເຮົາ ໄດ້ເອົາໃຈໃສ່ສົມທົບກັບທ້ອງຖິ່ນ ນຳໃຊ້ທຸກທ່າແຮງ ເຂົ້າໃນການຈັດຕັ້ງປະຕິບັດ ການກໍ່ສ້າງເສັ້ນທາງຫຼວງຂອງ ແຂວງ ເຂົ້າຫາບັນດາເມືອງ, ພັດທະນາໂຄງລ່າງທາງຊົນນະ ບົດ, ປະຈຸບັນມີເສັ້ນທາງເຂົ້າຫາບັນດາເມືອງ ທີ່ສາມາດທຽວ ໄດ້ 2 ລະດູ ໃນຂອບເຂດທົ່ວປະເທດແລ້ວ.

ການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງ ຖືວ່າເປັນ ວຽກບູລິມະສິດ ຊຶ່ງພວກເຮົາສາມາດຮັບປະກັນການຄົມມະ ນາຄົມ-ຂົນສົ່ງ ໄດ້ຢ່າງລົ່ງລ່ຽນຕະຫຼອດປີ ດ້ວຍການນຳໃຊ້ ກອງທຶນບູລະນະຮັກສາທາງຫຼວງ ແລະ ສົມທົບກັບການຍາດ ແຍ່ງການຊ່ວຍເຫຼືອຈາກສາກົນໄດ້ຢ່າງມີປະສິດທິຜົນ. ມາ ຮອດປະຈຸບັນ ສາມາດປະຕິບັດວຽກ ບູລະນະຮັກສາທາງຫຼວງ ແຫ່ງຊາດ ດ້ວຍແຮງງານປະຊາຊົນໄດ້ 929 ສັນຍາ, ຄວາມ ຍາວ 5.000 ກມ, ວຽກຟື້ນຟູ ແລະ ຊີດທັບມີ 74 ສັນຍາ, ຄວາມຍາວ 1.923 ກມ ທຽບໃສ່ປີ 2012 ເພີ່ມຂຶ້ນ 49% ອັນ ໄດ້ເຮັດໃຫ້ທາງແຕ່ລະເສັ້ນໄດ້ຮັບການບູລະນະຮັກສາ ແລະ ສ້ອມແປງຢ່າງເປັນປົກກະຕິ ຮັບປະກັນໃຫ້ແກ່ການຄົມມະນາ ຄົມຂົນສົ່ງ. ສຳຄັນແມ່ນໄດ້ສົມທົບກັບທ້ອງຖິ່ນ ແກ້ໄຂຜົນກະ ທົບຈາກໄພພິບັດທາງທຳມະຊາດຕ່າງໆ ຢ່າງທັນເວລາ ເປັນ ຕົ້ນໄດ້ສຳເລັດການແກ້ໄຂວຽກສຸກເສີນ ຈາກໄພພິບັດຢູ່ເຂດ ຕ່າງໆ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...