Homeຂ່າວຕ່າງປະເທດຈີນສະຫລອງ ‘ມື້ຄົນໂສດ’ ! ຍອດຂາຍ‘ອາລີບາບາ’ຊົ່ວໂມງທຳອິດເຮັດຍອດໄດ້ 3.9 ພັນລ້ານ

ຈີນສະຫລອງ ‘ມື້ຄົນໂສດ’ ! ຍອດຂາຍ‘ອາລີບາບາ’ຊົ່ວໂມງທຳອິດເຮັດຍອດໄດ້ 3.9 ພັນລ້ານ

Published on

EyWwB5WU57MYnKOuXohpLpdd6cARkcRyj7Ehgb41DOx2VEeZ1WAPqi

ພະລັງ​ຊື້​ຜູ້​ບໍລິ​ໂພກ​ໃນ​ຈີນ​ມະຫາ​ສານ… ແຫ່​ສັ່ງ​ຊື້​ສິນ​ຄ້າ​ທາງ​ອອນ​ໄລນ໌ ທີ່​ຈັດ​ມະ​ຫະ​ກຳ​ຫລຸດ​ລາ​ຄາ​ສິນ​ຄ້າ ສະຫລອງ ‘ມື້​ຄົນ​ໂສດ’ ຈົນ​ຍອດ​ອໍ​ເດີ້​ຂອງ ບໍລິສັດ ອາ​ລີ​ບາ​ບາ ສູງຂື້ນຢ່າງໄວວາ​ເປັນ​ເງີນ​ກວ່າ 3.9 ພັນ​ລ້ານ​ດອນ​ລາ ພາຍ​ໃນ​ເວລາ​​ຊົ່ວ​ໂມງ​ທຳອິດ

ເມື່ອ 11 ພະຈິກ ສຳ​ນັກ​ຂ່າວ​ບີ​ບີ​ຊີ ລາຍ​ງານ ເທດສະ​ການ​ມື້​ຄົນ​ໂສດ​ໃນ​ຈີນ ສົ່ງ​ຜົນ​ໃຫ້​ເວັບ​ໄຊຕ໌ ‘ອາ​ລີ​ບາ​ບາ’ ເວັບ​ໄຊຕ໌​ຂາຍ​ສິນ​ຄ້າ​ທາງ​ອອນ​ໄລນ໌​ລາຍ​ໃຫຍ່​ສຸດ​ຂອງ​ຈີນ ຍອດ​ຂາຍ​ສູງ​ເຖິງ​ກວ່າ 3.9 ພັນ​ລ້ານ​ດອນ​ລາລ໌ ພາຍ​ໃນ​ຊົ່ວ​ໂມງ​ທຳອິດ ຊຶ່ງ​ຖື​ເປັນ​ຍອດ​ຈຳ​ໜ່າຍ​ທີ່​ສູງ​ກວ່າ​ໄລຍະເວລາ​ດຽວ​ກັນ​ເມື່ອ​ທຽບ​ກັບ​ປີ​ກ່ອນ ຊຶ່ງ​ຢູ່​ທີ່ 2 ພັນ​ລ້ານ​ດອນ​ລາ

ບໍລິສັດ ອາ​ລີ​ບາ​ບາ ຍັງ​ເຜີຍ​ວ່າພຽງແຕ່ 8 ນາ​ທີ​ທຳອິດ​ຂອງ​ມື້​ຄົນ​ໂສດ ປາກົດ​ວ່າ​ມີ​ຄົນ​ແຫ່​ສັ່ງ​ຊື້​ສິນ​ຄ້າ​ໄປ​ແລ້ວ ເຖິງ 1 ພັນ​ລ້ານ​ດອນ​ລາ ຂະນະ​ທີ່ ດ້ານ​ເວັບ​ໄຊຕ໌​ອາ​ລິ​ຊິ​ລາ (Alizila) ກໍ​ຄາດ​ວ່າ​ທາງ​ບໍລິສັດ​ຈະ​ມີ​ຍອດ​ຄົນ​ສັ່ງ​ຊື້​ສິນ​ຄ້າ​ເປັນ​ຈຳນວນ​ເງີນ​ເຖິງ 6.5 ພັນ​ລ້ານ​ດອນ​ລາ

NjpUs24nCQKx5e1D61qhZIlo4UdbI8jd5ZThM2YCXeI

ທັງ​ນີ້ ມື້​ຄົນ​ໂສດ ຫລື​ຮູ້​ຈັກ​ໃນ​ຊື່ ‘ດັບ​ເບີນ ອີ​ເລ​​ເວ່ນ’ (Double Eleven) ຊີ່ງ​ກົງ​ກັບ​ວັນທີ່ 11 ເດືອນ 11 ຖື​ເປັນ​ເທດສະ​ການ​ຢ່າງ​ບໍ່​ເປັນ​ທາງ​ການ​ຂອງ​ໝູ່​ໄວ​ລຸ້ນ​ຄົນ​ໜຸ່ມ​ສາວ​ໃນ​ຈີນ ເພື່ອ​ເປັນ​ມື້​ສະຫລອງ​ຂອງ​ຄົົນທີ່​ຍັງ​ໂສດ​ຢູ່ ໂດຍ​ເກີດ​ຂຶ້ນ​ເທື່ອ​ທຳອິດ​ໃນ​​ມະຫາ​ວິທະຍາ​ໄລ ແລະ​ໄດ້​ແພ່​ອອກ​ໄປ​ເປັນ​ວົງ​ກວ້າງ​ຜ່ານ​ສື່​ອອນ​ໄລນ໌ ຂະນະ​ທີ່​ເວັບ​ໄຊຕ໌​ຈຳ​ໜ່າຍ​ສິນ​ຄ້າ​ອອນ​ໄລນ໌​ຂອງ​ຈີນ​ກໍ​ໄດ້​ມີ​ການ​ຈັດ​ມະ​ຫະ​ກຳ​ຫລຸດ​ລາ​ຄາ​ສິນ​ຄ້າ ເພື່ອ​ດຶງ​ດູດ​ໃຈ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...