Homeປ່ອງຢ້ຽມດວງດາວນາຊາເຜີຍ ພາຍຸສຸລິຍະທຳລາຍຊັ້ນບັນຍາກາດຂອງດາວອັງຄານ

ນາຊາເຜີຍ ພາຍຸສຸລິຍະທຳລາຍຊັ້ນບັນຍາກາດຂອງດາວອັງຄານ

Published on

b21cf5c204218ab2180c1c13109db259

ມື້​ນີ້ ໂລກ​ຂອງ​ເຮົາ​ເບິ່ງ​ຄືວ່າ​ຈະ​ເປັນ​ດາວ​ເຄາະ​ດວງ​ດຽວ​ທີ່​ມີ​ສິ່ງ​ມີ​ຊີວິດ​ອາໄສ​ຢູ່​ໄດ້​ໃນ​ລະບົບ​ສຸ​ລິ​ຍະ ແຕ່​ເມື່ອ​ກວ່າ 3500 ລ້ານ​ປີ​ກ່ອນ ມັນ​ຖືກ​ຈັດ​ຢູ່ໃນ​ກຸ່ມ​ດາວ​ເຄາະ​ດວງ​ໜຶ່ງ

ດາວ​ອັງ​ຄານ ເຮົາ​ເຊື່ອ​ວ່າ​ມັນ​ມີ​ຊັ້ນ​ບັນ​ຍາ​ກາດ​ທີ່​ຫນາແຫນ້ນ ມີ​ຂອງ​ແຫລວ ແລະ​ອາດ​ມີ​ສິ່ງ​ມີ​ຊີວິດ​ອາໄສ​ຢູ່​ໄດ້ ຈົນມີ​ບາງ​ສິ່ງ​ເກີດ​ຂຶ້ນ​ກັບ​ຊັ້ນ​ບັນ​ຍາກ​າດ ແລະ​ເຮັດໃຫ້​ມັນ​ກາຍ​ເປັນ​ດາວ​ເຄາະ​ທີ່​ໜາວ​ເຢັນ​ແລະ​ແຫ້ງ​ແລ້ງ

ຕ້ອງ​ຂອບໃຈ​ຍານ​ມາ​ເວນ MAVEN (Mars Atmosphere and Volatile Evolution ຍານ​ສຳ​ຫລວດ​ທີ່​ເຮັດໃຫ້​ເຮົາ​ຮູ້ວ່າແມ່ນ​ຫຍັງ​ທຳຮ້າຍ​ດາວ​ເຄາະ​ສີ​ແດງ​ດວງ​ນີ້ ດວງ​ອາທິດ​ນັ້ນ​ເອງ ຂະ​ບວນ​ການ 3 ຂະ​ບວນ​ການ​ນີ້​ກຳ​ລັງ​ບອກວ່າ ຊັ້ນ​ບັນ​ຍາ​ກາດ​ຂອງ​ເພື່ອນ​ບ້ານຖືກ​ປຸ້ນ​ເອົາ​ສະພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ​ຕໍ່​ສິ່ງ​ມີ​ຊີວິດ​ໄປ​ນັ້ນ​ຄື ລົມ​ສຸ​ລິ​ຍະ ລັງສີ​ອັນ​ຕຣ້າ​ໄວ​ໂອ​ເຣດ​ທີ່​ຮຸນແຮງ​ຈາກ​ດວງ​ອາທິດ ແລະ​ທີ່​ສຳຄັນ​ທີ່ສຸດ ເຫດການ​ພາ​ຍຸ​ສຸ​ລິ​ຍະ

ງານ​ວິ​ໄຈ​ນີ້ ເປັນ​ໜຶ່ງ​ໃນ​ງານ​ທີ່​ຖືກ​ຕີ​ພິມ​ໃນ 44 ງານ​ວິ​ໄຈ​ໃໝ່​ໃນ​ວາລະສານ Science ແລະ Geophysical Research Letters(GRL) ແລະ​ມື້​ນີ້​ຈະ​ກາຍ​ເປັນ​ງານ​ວິ​ໄຈ​ທີ່​ໂດດ​ເດັ່ນ ຕັ້ງ​ແຕ່​ຍານ​ມາ​ເວນ​ມາ​ໂຄຈອນ​ຮອບ​ດາວ​ອັງ​ຄານ​ໃນ​ເດືອນ​ກັນຍາ​ປີ 2014 ໄດ້​ສຶກ​ສາ​ຊັ້ນ​ບັນຍາ​ກາດ​ຂອງ​ດາວ​ອັງ​ຄານ​ຫລາຍ​ພັນ​ກິ​ໂລ​ແມັດ​ເທິງ​ພື້ນ​ຜິວ ນອກ​ຈາກ​ນັ້ນ​ຍັງ​ສຶກ​ສາ​ເຖິງ​ຊັ້ນ​ບັນ​ຍາ​ກາດ​ໄອ​ໂອ​ໂນດ​ເຟຍ ແລະ​ຂອບ​ເຂ​ດສະໜ​າມ​ແມ່​ເຫ​ລັກ (magnetosphere) ຊຶ່ງ​ທຳການ​ກວດ​ສອບ​ຄວາມ​ເຂ້ມ​ຂອງສະໜ​າມ​ແມ່​ເຫລັກ​ທີ່​ເຄີຍ​ມີ ເພື່ອ​ກວດ​ສອບ​ວ່າ​ດາວ​ອັງ​ຄານ​ອາດຈະ​ສາມາດ​ອາໄສ​ຢູ່​ໄດ້

“ໃນ​ໄລຍະທຳອິດ​ທີ່​ກວດ​ສອບ​ດາວ​ອັງ​ຄານ ສິ່ງ​ທີ່​ເຫັນ​ຄື​ຂອງ​ແຫລວ​ ແລະ​ຄວາມ​ອຸດົມ​ສົມບູນ​ຂອງ​ພື້ນ​ຜິວ ໃຜ​ກໍ​ຄິດວ່າ​ອາດຈະ​ມີ​ສິ່ງ​ມີ​ຊິີວິດ​ຢູ່​ບ່ອນນັ້ນ” Bruce Jakosky ຫົວ​ໜ້າ​ໂຄງ​ການ​ສຳ​ຫລວດ​ດາວ​ອັງ​ຄານ​ກ່າວ ແຕ່​ເມື່ອ​ບັນ​ຍາ​ກາດ​ຫາຍ​ໄປ ແລະ​ສິ່ງ​ມີ​ຊີວິດ​ໃດໆ ທີ່​ເຄີຍ​ມີ​ຫາຍ​ໄປ​ຢູ່​ກ້ອງ​ພື້ນ​ຜິວ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຕ້ອງ​ສຶກ​ສາ​ເຖິງ​ສິ່ງ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຂະ​ບວນ​ການ​ທີ່​ສາມາດ​ອາໄສ​ຢູ່​ໄດ້. ”

ເຄື່ອງ​ມື​ເທິງ​ຍານ​ມາ​ເວນທຳການ​ວັດ​ແທກການ​ສູນ​ເສຍ​ຂອງ​ບັນ​ຍາ​ກາດ​ຂອງ​ດາວ​ອັງ​ຄານ, ວິ​ເຄາະ​ອັອກ​ຊິ​ເຈນ​ ແລະ​ຄາຣ໌ບອນ​ໄດອັອກໄຊດ໌​ທີ່​ຖືກ​ປ່ອຍ​ອອກ​ມາ​ຈາກ​ດາວ​ເຄາະ ຊຶ່ງ​ພົບ​ວ່າ​ຍັງ​ຄົງ​ມີ​ບັນ​ຍາ​ກາດ​ຢູ່​ຮອບ​ດາວ​ອັງ​ຄານ ແຕ່​ຈາກ​ຂໍ້​ມູນ​ໃໝ່​ນີ້ ມັນ​ຄື​ການ​ສູນ​ເສຍ​ທີ່​ຍັງ​ຄົງ​ຢູ່ໃນ​ອັດຕາ 100 ກຣາມ ຕໍ່​ວິ​ນາ​ທີ ຊຶ່ງ​ເປັນ​ການ​ສູນ​ເສຍ​ເທື່ອລະ​ໜ້ອຍ ແຕ່​ມັນ​ສຳຄັນ​ຫລາຍ​ເມື່ອ​ເວລາ​ຜ່ານ​ໄປ

ທີ່​ສຳຄັນ​ທີ່ສຸດ ເຫດການ​ພາ​ຍຸ​ສຸ​ລິ​ຍະ ຈາກ​ການ​ປະ​ທຸ​ຂອງ​ພະລັງ​ງານ ​ແລະ​ອະນຸ​ພາກ​ເຊັ່ນ ການ​ປົດປ່ອຍ​ກ້ອນ​ມວນ​ຂະໜາດ​ໃຫຍ່​ອອກ​ມາ​ຈາກ​ຊັ້ນ​ໂຄ​ໂຣ​ແນວ​ຂອງ​ດວງ​ອາທິດ​ຫລື interplanetary coronal mass ejections (ICMEs) ຊຶ່ງ​ເບິ່ງຄືວ່າ​ນັ້ນ​ຈະ​ຊ່ວຍ​ເລັ່ງ​ອັດຕາ​ການ​ສູນ​ເສຍ​ຫລາຍ​ຂຶ້ນ

ຍານ​ມາ​ເວນ​ສັງເກດ​ໄດ້​ໃນ​ຂະນະ​ບ່ອນເຮັດວຽກ​ກວດ​ສອບສະໜ​າມ​ແມ່​ເຫລັກ​ຂອງ​ດາວ​ອັງ​ຄານ​ທີ່​ເຫລືອ​ຢູ່ ພົບ​ວ່າ​ມີ​ເສັ້ນ​ແມ່​ເຫລັກ​ຂະຫຍາຍ​ເຂົ້າ​ມາ​ໃນ​ຫ້ອງ​ອາວະ​ກາດ 5,000 ກິ​ໂລ​ແມັດ ສົ່ງ​ຜົນ​ໃຫ້​ເກີດ​ໄອ​ອອນ​ຫລາຍ​ຂຶ້ນ ເຊັ່ນ ອອກ​ຊິ​ເຈນ​ແລະ​ຄາຣ໌ບອນ​ໄດອັອກໄຊດ໌​ປິວ​ຈາກ​ດາວ​ເຄາະ​ສີ​ແດງ​ນີ້​ເຂົ້າໄປ​ໃນ​ອາວະ​ກາດ ນັ້ນ​ໝາຍ​ຄວາມ​ວ່າ ບັນ​ຍາ​ກາດ​ທີ່​ເຄີຍ​ຫນາແຫນ້ນ​ຂອງ​ດາວ​ອັງ​ຄານ​ໜ້າ​ຈະ​ຫາຍ​ໄປ​ເມື່ອ​ດາວ​ອັງ​ຄານ​ສູນ​ເສຍສະໜາມ​ແມ່​ເຫລັກ

ເມື່ອ 3500 ລ້ານ​ປີ​ກ່ອນ ດວງ​ອາທິດ​ຍັງ​ອາ​ຍຸ​ນ້ອຍ ແລະ​ມີ​ພະລັງ​ມະຫາ​ສານ ຈຶ່ງ​ປົດປ່ອຍ​ມວນ​ຢ່າງ​ມະຫາ​ສານ ເຮັດໃຫ້​ເກີດ​ການ​ສູນ​ເສຍ​ຊັ້ນ​ບັນ​ຍາ​ກາດ​ຢ່າງ​ວ່ອງໄວ

ຜົນ​ກະທົບ​ຈາກ​ພາ​ຍຸ​ສຸ​ລິ​ຍະ​ທີ່ເກີດຂື້ນ​ຊຶ່ງ​ເພີ່ມ​ອັດຕາ​ການ​ສູນ​ເສຍ​ເປັນ​ຢ່າງ​ຫລາຍ ດັ່ງ​ນັ້ນ​ປະຫວັດສາດ​ໃນ​ໄລຍະທຳອິດຂອງ​ດາວ​ອັງ​ຄານ ຈາກ​ການ​ທີ່​ມີ​ລົມ​ສຸ​ລິ​ຍະ​ຫລາຍ​ແລະ​ຮຸນແຮງ​ຂຶ້ນ ອີກ​ທັງ​ພາ​ຍຸ​ສຸ​ລິ​ຍະ​ທີ່​ຮຸນແຮງ​ຂຶ້ນ ອັດຕາ​ການ​ສູນ​ເສຍ​ຕ້ອງ​ຫລາຍກວ່າ​ໃນ​ທຸກ​ມື້​ນີ້​ແນ່ນອນ

“ການ​ທຳລາຍ​ລ້າງ​ຂອງ​ພາ​ຍຸ​ສຸ​ລິ​ຍະ ເປັນ​ກົນ​ໄກ​ສຳຄັນ​ໃນ​ການ​ສູນ​ເສຍ​ຊັ້ນ​ບັນ​ຍາກາດ ແລະ​ສຳຄັນ​ຫລາຍ​ພໍ​ທີ່​ຈະ​ປ່ຽນ​ແປງ​ສະພາບ​ອາ​ກາດ​ເທິງ​ດາວ​ອັງ​ຄານ​ໄປ” Joe Grebowsky ນັກ​ວິທະຍາ​ສາດ​ໂຄງ​ການ​ມາ​ເວນ​ກ່າວ

ຍານ​ມາ​ເວນ​ຍັງ​ຄົງ​ກຳ​ລັງ​ສຶກ​ສາ​ຂະ​ບວນ​ການ​ສູນ​ເສຍ​ອື່ນໆ ເຊັ່ນ​ການ​ສູນ​ເສຍ​ອັນ​ເນື່ອງ​ມາ​ຈາກ​ຜົນ​ກະທົບ​ຂອງ​ໄອ​ອອນ​ຫລື​ການ​ຫລົບ​ໜີ​ຂອງ​ອະ​ຕອມ​ໄຮ​ໂດຣ​ເຈນ ຊຶ່ງ​ຂໍ້​ມູນ​ເຫລົ່າ​ນີ້​ອະທິບາຍ​ການ​ຫາຍ​ໄປ​ຂອງ​ບັນ​ຍາ​ກາດ​ຂອງ​ດາວ​ອັງ​ຄານ​ໄດ້​ດີ​ຍິ່ງ​ຂຶ້ນ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...