Homeຂ່າວພາຍ​ໃນວີນັສ ວິລລຽມ ຕິດ 1 ໃນ 10 ອັນດັບໃນຮອບ 4 ປີ

ວີນັສ ວິລລຽມ ຕິດ 1 ໃນ 10 ອັນດັບໃນຮອບ 4 ປີ

Published on

ວີນັສ ວິລລຽມ ນັກເທນນີສຍິງຈາກອາເມຣິກາ ປິດສາກລະດູການ 2015 ໄດ້ຢ່າງໜ້າປະທັບໃຈຫຼັງຈາກຄວ້າແຊ້ມ ດັບເບີນຢູທີເອ ທົວ ລາຍການ ອີລິທ ໂທຣຟີ ທີ່ ຮົງກົງ ເມື່ອວັນທີ 8 ພະຈິກ 2015 ທີ່ຜ່ານມາ ກ່ອນກັບເຂົ້າສູ່ອັນດັບທີ 10 ຂອງໂລກຢ່າງເປັນທາງການໃນຮອບ 4 ປີ

ແຊ້ມ ແກຣນ ສະແລມ 7 ສະໄໝ ລົງແຂ່ງຂັນທົວນາເມນສຸດທ້າຍຂອງປີທີ່ ຮົງກົງ ໂດນຮອບນີ້ເປນການຊິງໄຊກັບ ຄາໂຣລິນາ ພລີສໂຄວາ ຈາກສາທາລະນະລັດ ເຊັກ ປາກົດວ່າສູ້ກັນດຸເດືອດທັງສອງເຊັດກ່ອນເປັນ ວີນັສ ທີ່ຟອມແຂງແກ່ນເອົາຊະນະໄປແບບສຸດມັນ 2-0 ເຊັດ 7-5, 7-6 (8/6)

ສົ່ງຜົນໃຫ້ ວີນັສ ປິດລະດູການດ້ວຍແຊ້ມຖ້ວຍທີ 3 ຂອງປີຕໍ່ຈາກທີ່ ອັກແລນ ແລະ ອູ່ຮັນ ພ້ອມເງິນລາງວັນ 635,000 ໂດລາ (ປະມານ 5 ຕື້ກວ່າກີບ)
ນອກຈາກນີ້ແຊ້ມທີ່ຮົງກົງ ຍັງສົ່ງຜົນໃຫ້ ວີນັສ ກັບເຂົ້າສູ່ທ໊ອບ 10 ເປັນຄັ້ງທຳອິດຕັ້ງແຕ່ປີ 2011ໂດຍຈະຂື້ນໄປຢູ່ທີ່ອັນດັບທີ 7 ຂອງໂລກໃນການຈັດອັນດັບຄັ້ງໄໝ່

TENNIS-WTA-CHN

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...