Homeປ່ອງຢ້ຽມດວງດາວຣັດເຊຍຝຶກລິງໃຫ້ພ້ອມເດີນທາງໄປດາວອັງຄານໃນປີ 2017

ຣັດເຊຍຝຶກລິງໃຫ້ພ້ອມເດີນທາງໄປດາວອັງຄານໃນປີ 2017

Published on

ຊາວ​ຣັດ​ເຊຍ​ມີ​ເປົ້າ​ໝາຍ​ວ່າ​ພວກເຂົາ​ຈະ​ເປັນ​ຊາດ​ທຳອິດ​ທີ່​ສົ່ງ​ສັດ​ໄປ​ເຍືອນ​ດາວ​ອັງ​ຄານໄດ້ ແລະ ​​ພວກເຂົາ​ກໍ​ເລີ່ມ​ມີ​ການ​ຝຶ​ກລິງ​ໃຫ້​ກຽມ​ພ້ອມ​ສຳລັບ​ພາລະ​ກິດ​ຢ້ຽມຢາມ​ດາວເຄາະ​ສີ​ແດງ​ໃນ​ປີ 2017 ນີ້

monkey

ນັກວິທະຍາ​ສາດ​ຣັດ​ເຊຍ​ໄດ້​ທຳການ​ຝຶກ​ຝົນ​ລິງ​ເປັນ​ເວລາ​ສາມ​ຊົ່ວ​ໂມງ​ຕໍ່​ມື້ ເພື່ອ​ກຽມ​ພ້ອມ​ສຳລັບ​ສົ່ງ​ພວກ​ມັນ​ໄປ​ຢ້ຽມຢາມອາວະ​ກາດ ການ​ຝຶກ​ຝົນ​ນີ້​ເກີດ​ຂຶ້ນ​ທຸກ​ມື້​ໃນ​ສະ​ຖາ​ບັນ​ວິ​ໄຈ​ບັນຫາ​ທາງ​ຊີວ​ະການ​ແພດ​ໃນ​ມອດ​ສ໌ໂຄ ລິງ​ທັງ​ສີ່​ຖືກ​ຝຶກ​ໃຫ້​ໃຊ້​ຄັນ​ບັງຄັບ​ເພື່ອ​ລະ​ບຸ​ເປົ້າ​ໝາຍ​ຈາກ​ຕົວ​ຊີ້​ຕຳແໜ່ງ ແລະ​ມີ​ການ​ໃຫ້​ນ້ຳ​ຫມາກໄມ້​ເປັນ​ລາງ​ວັນ​ຫາກ​ມັນ​ເຮັດ​ສຳ​ເລັດ ໂດຍ​ລິງ​ທັງ​ສີ່​ທີ່​ຖືກ​ເລືອກ​ມາ​ນັ້ນ​ມີ​ທັກ​ສະ​ການ​ຄິດ​ແລະ​ຄວາມ​ສາມາດ​ໃນ​ການ​ຮຽນ​ຮູ້

“ສິ່ງທີ່​ພວກ​ເຮົາ​ກຳ​ລັງ​ເຮັດ ຄື​ຝຶກ​ໃຫ້​ພວກ​ມັນ​ເປັນ​ອັດ​ສະລິ​ຍະ ແລະ​ສ້າງ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ໃຊ້​ພວກ​ມັນ​ໃນ​ການ​ສຳ​ຫລວດ​ພື້ນ​ທີ່​ນອກ​ວົງ​ໂຄຈອນ​ຂອງ​ໂລກ” Inessa Kozlovskaya ຜູ້​ນຳ​ຂອງ​ທີມ​ງານ​ທີ່​ຮັບ​ຜິດຊອບ​ໃນ​ການ​ຝຶ​ກລິງ​ກ່າວ

ເມື່ອລິງ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ໃຊ້​ງານ​ລະບົບ​ຄວບ​ຄຸມ ຂັ້ນ​ຕໍ່ໄປ​ຈະ​ຝຶກ​ໃຫ້​ມັນ​ແກ້​ໄຂ​ບັນຫາ​ທາ​ງຄະ​ນິດ​ສາດ​ແລະ​ປິດ​ສະໜາ​ທີ່​ມີ​ຄວາມ​ຮຽບ​ງ່າຍ ນັກ​ວິທະຍາ​ສາດ​ມີ​ຄວາມ​ຄາດ​ຫວັງ​ວ່າ​ສັດ​ເຫລົ່າ​ນີ້​ຈະ​ພ້ອມ​ໃນ​ການ​ປະຕິບັດ​ພາລະ​ກິດ​ໄດ້ ໃນ​ປີ 2017

ກ່ອນ​ໜ້າ​ນີ້ ໃນ​ປະຫວັດສາດ​ໄດ້​ມີ​ການ​ບັນ​ທຶ​ກວ່າ​ມີ​ການ​ໃຊ້​ສັດ​ໄປ​ເຮັດ​ພາລະ​ກິດ​ສຳ​ຫລວດ​ອາວະ​ກາດ​ກ່ອນໜ້າ​ມະນຸດ ເພື່ອ​ທົດສອບ​ເຖິງ​ຄວາມ​ປອດ​ໄພ​ໃນ​ການເດີນທາງ​ອອກ​ໄປ​ໃນ​ອາວະ​ກາດ​ແລະ​ກັບ​ມາຍັງ​ໂລກ

ລິງຕົວ​ທຳອິດ​ທີ່​ເຄີຍ​ຖືກ​ສົ່ງ​ໄປ​ໃນ​ອາວະ​ກາດ​ຄື Albert I ໃນ​ເດືອນ​ມິ​ຖຸ​ນາ ປີ ຄສ 1948 ແຕ່​ມັນ​ກໍ​ຕາຍ​ຈາກ​ຜົນ​ກະທົບ​ຂອງ​ການ​ອອກ​ໄປ​ຍັງ​ອາວະ​ກາດ ຢ່າງໃດ​ກໍ​ຕາມ​ໃນ​ບໍ່​ຈັກປີ​ຕໍ່​ມາ ຄື​ປີ ຄສ 1951 ມີ​ລິງ​ຊື່ Yorick ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ອອກ​ໄປ​ນອກອາວ​ະກາດ​ແບບ​ຍັງມີ​ຊີວິດ​ເປັນ​ເທື່ອ​ທຳອິດ

ຢ່າງໃດ​ກໍ​ຕາມ ສະມາຊິກ​ຂອງ​ກຸ່ມ​ປະຊາຊົນ​ເພື່ອ​ຮັກສາ​ຜົນ​ປະໂຫຍດ​ຂອງ​ສັດ (PETA) ໄດ້​ອອກ​ມາກ່າວ​ວ່າ​ພາລະ​ກິດ​ໃນ​ອາວະ​ກາດ​ນັ້ນ​ເປັນ​ເລື່ອງ​ທີ່​ຍາກ​ລຳ​ບາກ​ຫລາຍ​ຢູ່​ແລ້ວ​ສຳລັບມະນຸດ ແລະ​ ສຳລັບ​ສັດ​ທີ່​ບໍ່​ຮູ້​ວ່າ​ຕົວ​ເອງ​ກຳ​ລັງ​ເຮັດຫຍັງ​ຢູ່​ນັ້ນ ມັນ​ຄົງ​ຈະ​ຍາກ​ຂຶ້ນ​ໄປ​ກວ່າ​ເກົ່າ​ຫລາຍ

“ພວກ​ມັນ​ຈະ​ຖືກ​ໃສ່​ລົງ​ໄປ​ໃນ​ແຄບ​ຊູນ​ທີ່​ໜ້າ​ຢ້ານ​ນັ້ນ” Justin Goodman ຜູ້​ອຳ​ນວຍ​ການ​ຂອງ PETA ກ່າວ “ພວກ​ມັນ​ບໍ່​ເຂົ້າໃຈ​ສິ່ງ​ທີ່ເກີດຂື້ນ​ດ້ວຍ​ຊ້ຳ”

ຢ່າງໃດ​ກໍ​ຕາມ NASA ຂອງສະຫະລັດ​ອາເມ​ຣິ​ກາ ກຳ​ລັງ​ຢູ່ໃນ​ຂັ້ນ​ຕອນ​ການສຶກສາ​ເລື່ອງ​ການ​ສາມາດ​ຈັດການ​ການເດີນທາງ​ໄລ​ຍະ​ຍາວ​ໃນ​ອາວະ​ກາດຂອງ​ມະນຸດ ແລະ ​ຄາດ​ວ່າ​ການສຶກສາ​ເຫລົ່າ​ນັ້ນ​ຈະ​ເຮັດໃຫ້​​ພວກເຂົາ​ສົ່ງ​ມະນຸດ​ໄປ​ຍັງ​ດາວ​ອັງ​ຄານ​ໄດ້​ໃນ​ປີ ຄສ 2030

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...