ໃນແຕ່ລະປີ ສປປ ລາວ ສາມາດຜະລິດເຂົ້າໄດ້ເກືອບ 4 ລ້ານໂຕນ ຊຶ່ງມີເຂົ້າເຫຼືອເພື່ອ ຂາຍປະມານ 1 ລ້ານກວ່າ ໂຕນ ແຕ່ສ່ວນໃຫຍ່ເປັນການ ຄ້າ ຂາຍລຽບຕາມຊາຍແດນ ເທົ່ານັ້ນ, ສ່ວນສົ່ງອອກຢ່າງ ເປັນທາງການນັ້ນພຽງ 40 ພັນ ໂຕນ, ແຕ່ການຜະລິດເຂົ້າຢູ່ ນອກເຂດຊົນລະປະທານຍັງ ມີຄວາມສ່ຽງຕໍ່ການຂົ່ມຂູ່ຈາກ ໄພພິບັດ ຊຶ່ງຈຳເປັນຕ້ອງໄດ້ ຂະຫຍາຍເນື້ອທີ່ຊົນລະປະ ທານ ແລະ ດຳເນີນການເຮັດ ຊົນລະກະເສດ.
ກອງປະຊຸມໂຄງການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂຄງການ ສົ່ງເສີມການຜະລິດກະສິກຳ ເປັນສິນຄ້າ ໄດ້ເປີດຂຶ້ນໃນວັນ ທີ 3 ພະຈິກນີ້ ທີ່ສະໂມສອນ ສະຖາບັນການຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ນະຄອນຫຼວງວຽງຈັນ. ໂດຍ ເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ ນຳວຽກງານເສດຖະກິດຂົງ ເຂດການຜະລິດ ແລະ ຈໍລະ ຈອນ ຊຶ່ງມີບັນດາທ່ານລັດຖະ ມົນຕີວ່າການ-ຊ່ວຍວ່າການ ບັນດາທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງ ພ້ອມດ້ວຍພະ ນັກງານວິຊາການກະຊວງກະ ສິກຳ ແລະ ປ່າໄມ້ ເຂົ້າຮ່ວມ.
ທ່ານ ດຣ. ພວງ ປາຣິສັກ ປຣະວົງວຽງຄຳ ລັດຖະມົນຕີ ຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ຫົວໜ້າກອງເລ ຂາຄະນະປະສານງານຂັ້ນສູນກາງ ເພື່ອປະຕິບັດໂຄງການສົ່ງ ເສີມການຜະລິດສິນຄ້າ ແລະ ໂຄງການຄ້ຳປະກັນດ້ານສະບຽງອາຫານໄດ້ລາຍງານຕໍ່ ກອງປະຊຸມຄັ້ງນີ້ວ່າ: ການຜະ ລິດເຂົ້າສະບຽງອາຫານພວກ ເຮົາຄາດໝາຍໃຫ້ໄດ້ 2,5 ລ້ານໂຕນ ໂດຍທັງໝົດນີ້ແມ່ນ ຈະຮັບປະກັນໃຫ້ຜະລິດສະ ເພາະໃນຂົງເຂດຊົນລະປະ ທານຂອງ 10 ແຂວງຈຸດສຸມ ໃນ 2,5 ລ້ານໂຕນ, ຮັບປະ ກັນເຂົ້າກິນແມ່ນ 2,1 ລ້ານ ໂຕນ ແລະ 400,000 ໂຕນ ແມ່ນເປັນຄັງແຮ. ແຕ່ຕາມການ ສະເໜີໃໝ່ຂອງອົງການອາ ຫານ ແລະ ການກະເສດແມ່ນ ຕ້ອງການພຽງແຕ່ 200,000 ໂຕນ. ດັ່ງນັ້ນຄວາມຕ້ອງການ ເຂົ້າສະບຽງແມ່ນ 2,3 ລ້ານໂຕນ.
ໃນ 10 ແຂວງຈຸດສຸມ (ບໍ່ ແກ້ວ, ຫຼວງນ້ຳທາ, ໄຊຍະບູລີ, ແຂວງວຽງຈັນ, ນະຄອນຫຼວງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນ ນະເຂດ, ສາລະວັນ ແລະ ຈຳ ປາສັກ) ແມ່ນມີເນື້ອທີ່ປູກເຂົ້າ ລວມ 786.000 ເຮັກຕາ. ໃນ ນີ້ເນື້ອທີ່ຊົນລະປະທານມີປະ ມານ 315.000 ເຮັກຕາ ໃນ ລະດູຝົນແມ່ນ 195.000 ເຮັກ ຕາ ແລະ 120.000 ເຮັກຕາ ແມ່ນລະດູແລ້ງ. ຜົນຜະລິດ ເຂົ້າທັງໝົດມີປະມານ 3.260.000 ໂຕນ, ຊຶ່ງຕົກເປັນ 85% ຂອງການຜະລິດເຂົ້າ ທັງໝົດໃນທົ່ວປະເທດ 3.872.000 ໂຕນ. ໃນທົ່ວປະ ເທດມີເນື້ອທີ່ຜະລິດເຂົ້າທັງ ໝົດປະມານ 951.000 ເຮັກຕາ ໃນເນື້ອທີ່ຊົນລະປະທານຂອງ 10 ແຂວງ ຜະລິດເຂົ້າໄດ້ປະ ມານ 1,5 ລ້ານໂຕນ, ຊຶ່ງຕົກ ເປັນພຽງ 46% ຂອງເຂົ້າທັງ ໝົດ. ແຕ່ໂດຍລວມຖ້າລວມ ເຂົ້າໃນເຂດ ແລະ ນອກເຂດ ຊົນລະປະທານແມ່ນຜະລິດ ເຂົ້າເກີນຄວາມຕ້ອງການຂອງ ການບໍລິໂພກ. ໃນ 10 ແຂວງ ຈຸດສຸມມີເຂົ້າເຫຼືອເພື່ອຂາຍ ເຖິງ 1.100.000 ໂຕນ ຫຼື ປະມານ 35% ຂອງເຂົ້າທັງ ໝົດ. ໃນນີ້ແມ່ນຂາຍພາຍໃນ ແລະ ຕາມຊາຍແດນເປັນສ່ວນ ໃຫຍ່. ແຕ່ສັງເກດເຫັນວ່າມີ ເຂົ້າສົ່ງອອກເປັນສິນຄ້າທີ່ມີ ເຄື່ອງໝາຍເຖິງ 40.000 ໂຕນ (ຂໍ້ມູນຕົວຈິງທີ່ກຸ່ມໂຮງສີເຂົ້າ ສະໜອງໃຫ້).
ສະຫຼຸຸຸບແລ້ວເຂົ້າຜະລິດຢູ່ 10 ແຂວງ ແມ່ນເຫຼືອກິນ ແຕ່ 60% ຂອງເຂົ້າຜະລິດໄດ້ໃນ ເຂດນອກຊົນລະປະທານແມ່ນ ມີຄວາມສ່ຽງສູງການປ່ຽນແປງ ດິນຟ້າອາກາດ, ບັນຫາຖືກຜົນ ກະທົບດ້ວຍໄພແລ້ງ, ໄພນ້ຳ ຖ້ວມ ຊຶ່ງນັບມື້ນັບຮຸ່ນແຮງດັ່ງ ນັ້ນ ເພື່ອຄ້ຳປະກັນຄວາມໝັ້ນ ຄົງໃນການຜະລິດ ເຂົ້າມີຄວາມ ຈຳເປັນຕ້ອງໄດ້ຂະຫຍາຍເນື້ອ ທີ່ຊົນລະປະທານ ແລະ ດຳ ເນີນການເຮັດຊົນລະກະເສດ, ເຮັດກະເສດສຸມປູກເຂົ້າສະ ບຽງສະເພາະໃນ ເຂດດັ່ງກ່າວ, ທັງຜະລິດ ແລະ ຕ້ານແລ້ງ ຕ້ານຖ້ວມໄປນຳ ໂດຍສົມທົບ ກັບບັນດາແຂວງເປົ້າໝາຍ ຊຶ່ງທາງກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນ ແຜນປັບປຸງ ແລະ ພັດທະນາໂຄງການຊົນລະປະ ທານຮອດປີ 2020 ແລະ ປີ 2025 ແລ້ວ, ໃນນີ້ໄດ້ສ້າງເປັນ ບັນຊີໂຄງການຈຸດສຸມ ຮອດປີ 2020 ແລະ ເອົາເຂົ້າແຜນ ແລະ ໂຄງການຈຳນວນໜຶ່ງກຳ ລັງດຳເນີນການກໍ່ສ້າງ. ຮອດປີ 2020 ມີ 18 ໂຄງການ ຊຶ່ງໄດ້ ເລີ່ມກໍ່ສ້າງແລ້ວ. ຈະເພີ່ມເນື້ອ ທີ່ເຖິງ 76.000 ເຮັກຕາ, ຮອດ ປີ 2025 ມີແຜນສ້າງຕື່ມອີກ 17 ໂຄງການ, ຊຶ່ງຈະເພີ່ມເນື້ອ ທີ່ຫົດນ້ຳຕື່ມອີກ 70.000 ເຮັກ ຕາ. ລວມທັງ ໝົດຈະໄດ້ເນື້ອທີ່ ຊົນລະປະທານຫົດໄດ້ 2 ລະດູ ປະມານ 461.000 ເຮັກຕາ. ໃນເນື້ອທີ່ດັ່ງກ່າວສາມາດຜະ ລິດເຂົ້າໄດ້ 2,3 – 2,4 ລ້ານ ໂຕນ ແລະ ຈະມີເຂົ້າທີ່ພວກ ເຮົາສາມາດຜະລິດດ້ວຍ ຄວາມໝັ້ນຄົງໄດ້ ເນື່ອງຈາກມີ ໂຄງການຊົນລະປະທານທີ່ຮັບ ປະກັນການຜະລິດໄດ້ຕາມຈຳ ນວນທີ່ຕ້ອງ ການ ແລະ ໂດຍທີ່ ບໍ່ຂຶ້ນນຳທຳມະຊາດ.
ສະນັ້ນ, ຕໍ່ກັບການຄ້ຳປະ ກັນຄວາມໝັ້ນຄົງການຜະລິດ ເຂົ້າສະບຽງໃຫ້ໄດ້ 2,3 ລ້ານ ໂຕນ ແມ່ນມີຄວາມຈຳເປັນ ຕ້ອງໄດ້ຫັນເປັນຊົນລະກະ ເສດ ຜະລິດເຂົ້າໃຫ້ໄດ້ 100%. ຖ້າບໍ່ຜະລິດໄປຕາມທິດທາງ ດັ່ງກ່າວການຜະລິດເຂົ້າແມ່ນ ສືບຕໍ່ມີຄວາມສ່ຽງສູງ.
ສະເພາະສະພາບການ ຜະລິດເປັນສິນຄ້າ: ສັງເກດ ເຫັນໄດ້ວ່າການຜະລິດເຂົ້າ, ພືດ, ສັດ, ປາ, ປູກໄມ້ ເປັນສິນ ຄ້າໄດ້ກາຍເປັນຂະບວນການ ຢ່າງແຂງແຮງ ແລະ ຢູ່ຫຼາຍ ແຂວງແມ່ນໄດ້ກຳນົດສິນຄ້າທີ່ ເປັນທ່າແຮງຂອງຕົນ ແລະ ມີ ຍຸດທະສາດມີໂຄງການພັດທະ ນາຈຳນວນໜຶ່ງຢ່າງ ມີຈຸດສຸມ. ໝາຍວ່າພວກເຮົາເວົ້າບໍ່ໄດ້ ອີກແລ້ວວ່າການຜະລິດເປັນ ສິນຄ້າເປັນພຽງໜໍ່ແໜງຄືໄດ້ ເຄີຍເວົ້າຜ່ານມາ. ຄວາມໝາຍ ການຜະລິດເປັນ ສິນຄ້າ ຫຼື ນິ ຍາມວ່າອັນໃດເປັນສິນຄ້າ ຫຼື ບໍ່ເປັນສິນຄ້າເທື່ອຍັງບໍ່ທັນມີ ຄວາມເຂົ້າໃຈເປັນເອກະພາບ ໃນທົ່ວທຸກແຂວງທີ່ໄດ້ລົງເຮັດ ວຽກຮ່ວມກັນ ໃນຜ່ານມາ. ອັນ ນີ້ກໍແມ່ນສາເຫດໃຫ້ບາງແຂວງ ຍັງບໍ່ທັນຮູ້ວ່າອັນໃດແມ່ນສິນ ຄ້າທີ່ຄວນໄດ້ຊຸກຍູ້ສົ່ງເສີມຢ່າງ ມີຈຸດສຸມ ແລະ ຢ່າງຄົບຊຸດ ຮອບດ້ານ ຫຼື ສົ່ງເສີມແບບທົ່ວ ໄປ, ໝາຍວ່າຕ້ອງເລີ່ມໃຫ້ບູລິ ມະສິດຕໍ່ພືດ, ສັດລ້ຽງ ແລະ ຜະລິດຕະພັນກະສິກຳອື່ນໆ.
ແຫລ່ງຂ່າວ: