Homeວິທະຍາສາດ-ວິທະຍາການງານວິໄຈເທື່ອໃໝ່ເປີດທາງໃຫ້ເຮົາຄວບຄຸມຄອມພິວເຕີດ້ວຍຄວາມຄິດ

ງານວິໄຈເທື່ອໃໝ່ເປີດທາງໃຫ້ເຮົາຄວບຄຸມຄອມພິວເຕີດ້ວຍຄວາມຄິດ

Published on

ກຸ່ມ​ນັກ​ວິ​ໄຈ​ຊຶ່ງ​ນຳ​ໂດຍ Angelika Lingnau ຈາກ​ພະແນກ​ຈິດ​ວິທະຍາ​ທີ່ Royal Holloway, University of London ນັ້ນ​ສາມາດ​ທີ່​ຈະທຳການ​ຄາດ​ຄະ​ເນ​ການ​ເຄື່ອນ​ໄຫວ​ຂອງ​ຜູ້​ເຂົ້າ​ຮ່ວມ​ທົດສອບ​ໄດ້​ດ້ວຍ​ພຽງແຕ່ການ​ວິ​ເຄາະ​ປະຕິ​ກິ​ລິ​ຍາ​ທາງ​ສະໝອງ​ຂອງ​​ພວກເຂົາ​ເທົ່າ​ນັ້ນ

e86216471a54bd9b3cb93d0eee707313

ງານວິ​ໄຈ​ດັ່ງ​ກ່າວ​ທີ່​ໄດ້​ຖືກ​ຕີ​ພິມ​ລົງ​ໃນ​ວາລະ​ສານ Journal of Neuroscience ນັ້ນ ນັບ​ເປັນ​ງານ​ວິ​ໄຈ​ມະນຸດ​ເທື່ອທຳອິດ​ທີ່​ໄດ້​ທຳການ​ກວດ​ສອບ​ສັນ​ຍານ​ປະສາດ​ຂອງ​ການ​ກະທຳ​ທີ່ ຖືກ​ວາງ​ແຜນ​ໄວ້​ກ່ອນ​ໂດຍ​ຜູ້​ເຂົ້າ​ຮ່ວມ​ທົດລອງ​ສາມາດ​ເລືອກ​ໄດ້​ຢ່າງ​ອິດສະຫລະ ເຮັດໃຫ້​ງານ​ເທື່ອ​ນີ້​ອາດ​ເປັນ​ກ້າວ​ທຳອິດ​ໃນ​ການ​ພັດທະນາ​ສ່ວນ​ເຊື່ອມ​ຕໍ່​ປະສາດ​ລະຫວ່າງ​ສະໝອງ​ ແລະ ເຄື່ອງ​ຄອມພິວເຕີ​ກໍ​ເປັນ​ໄດ້

ດຣ. Lingnau ແລະ​ທີມ​ງານ​ຂອງ​ນາງ​ໄດ້​ໃຊ້​ເຄື່ອງ​ຖ່າຍ​ພາບ​ດ້ວຍ​ສະ​ໜາມ​ແມ່​ເຫລັກ​ທີ່​ວັດ​ການເຮັດວຽກງານ​ຂອງ​ສະໝອງ (fMRI ຫລື functional Magnetic Resonance Imaging) ໃນ​ຂະນະ​ທີ່​ຜູ້​ເຂົ້າ​ຮ່ວມ​ທົດສອບ​ນັ້ນ​ກຳ​ລັງ​ວາງ​ແຜນ​ແລະ​ທຳການ​ເຄື່ອນ​ໄຫວ​ມື​ຢ່າງ​ງ່າຍໆ​ໃນ ເຄື່ອງ​ຖ່າຍ​ພາບ ໂດຍ​ສິ່ງ​ສຳຄັນ​ກໍ​ຄື​ຜູ້​ເຂົ້າ​ຮ່ວມ​ທົດສອບ​ນັ້ນ​ສາມາດ​ທີ່​ຈະ​ເລືອກ​ໜຶ່ງ​ໃນ​ສາມ​ການ ເຄື່ອນ​ໄຫວ​ຂອງ​ມື​ໄດ້​ຢ່າງ​ອິດສະຫລະ ຊຶ່ງ​ດ້ວຍ​ການ​ໃຊ້ Machine learning ຫລື​ທີ່​ເອີ້ນ​ວ່າ “ການ​ຮຽນ​ຮູ້​ຂອງ​ເຄື່ອງ” ນັ້ນ ນັກ​ວິ​ໄຈ​ໄດ້​ເບິ່ງ​ວ່າ​​ພວກເຂົາ​ຈະ​ສາມາດ​ຄາດ​ການ​ຊະນິດ​ຂອງ​ການ​ເຄື່ອນ​ໄຫວ​ທີ່​ຜູ້​ເຂົ້າຮ່ວມ​ທົດສອບ​ຈະ​ເລືອກ ​ໄດ້ ​ຫລື ​ບໍ່ ​ຜ່ານ​ປະຕິ​ກິ​ລິ​ຍາ​ຂອງ​ສະໝອງ​ຊຶ່ງ​ໄດ້​ຖືກ​ວັດ​ໄວ້​ໃນ​ໄລຍະ​ການ ວາງ​ແຜນ

ດຣ. Lingnau ກ່າວ​ວ່າ “ພວກ​ເຮົາ​ຕື່ນ​ເຕັ້ນ​ກັບ​ການ​ຄົ້ນ​ພົບ​ຂອງ​ເຮົາ​ຫລາຍ ເນື່ອງ​ຈາ​ກວ່າ​ມັນ​ເປັນ​ເທື່ອ​ທຳອິດຂອງ​ການສຶກສາ​ວິ​ໄຈ​ກັບ​ມະນຸດ​ໃນ​ລັກສະນະ​ດັ່ງ​ກ່າວ​ທີ່ ຜູ້​ເຂົ້າ​ຮ່ວມ​ທົດສອບ​ນັ້ນ​ສາມາດ​ເລືອກ​ການ​ເຄື່ອນ​ໄຫວ​ດ້ວຍ​ຕົນເອງ ອີກ​ທັງ​ຍັງ​ເປັນ​ຜູ້​ດຽວ​ທີ່​ຮູ້​ວ່າ​ຕົວ​ເອງ​ຄິດວ່າ​ຈະ​ເຮັດຫຍັງ​ອີກ​ດ້ວຍ ຊຶ່ງ​ພວກ​ເຮົາ​ສາມາດ​ທີ່​ຈະ​ຄາດ​ການ​ໄດ້​ວ່າ​​ພວກເຂົາ​ຈະ​ເລືອກ​ເຮັດຫຍັງ​ໂດຍ​​ເບິ່ງ​ຈາກ​ສັນຍາ​ນສະໝອງ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ”

“ງານ​ເທື່ອ​ນີ້​ເຜີຍ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ໄດ້​ຈຳນວນ​ຫລາຍ ສຳລັບ​ອະນາຄົດ ຊຶ່ງ​ລວມ​ໄປ​ເຖິງ​ການ​ພັດທະນາ​ເທກ​ໂນ​ໂລ​ຍີ​ທີ່​ເຈົ້າ​ສາມາດ​ຄວບ​ຄຸມ​ໄດ້​ຜ່ານ​ຄວາມ​ຄິດ​ຂອງ​ເຈົ້າ​ເອງ ເຊັ່ນ​ດຽວ​ກັບ​ການເຮັດໃຫ້​ເກີດ​ການ​ພັດທະນາ​ຂອງ​ວິທີ​ການ​ຕ່າງໆ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ທີ່​ມີ​ອາການພິການ ຫລື ເປັນອຳມະພາດນັ້ນ​ສາມາດ​ທີ່​ຈະ​ໃຊ້​ສະໝອງ​ຄວບ​ຄຸມ​ໃນ​ຈຸດ​ທີ່​ມີ​ອາການ​ໄດ້ອີກ​ດ້ວຍ”

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...