Homeຂ່າວພາຍ​ໃນເຟດເດີເຣີ ຫືດຂື້ນຄໍກ່ອນຈະເຂົ້າຮອບ 8 ຄົນສຸດທ້າຍ

ເຟດເດີເຣີ ຫືດຂື້ນຄໍກ່ອນຈະເຂົ້າຮອບ 8 ຄົນສຸດທ້າຍ

Published on

ໂຣເຈີ ເຟເດີເຣີ ນັກເທນນີສມືອັນດັບ 3 ຂອງໂລກ ຕ້ອງອອກແຮງເຖິງ 3 ເຊັດ ກ່ອນຈະເອົາຊະນະ ຟິລິບ ໂຄຊະໄຣເບີ ຈາກເຢຍລະມັນ ເຂົ້າຮອບກ່ອນຮອງຊະນະເລີດໃນ ເອທີພີ ທົວ ລາຍການ “ສະວີສ ອິນດໍຣ໌ ບາເຊິລ” ທີ່ສະວິດເຊີແລນ

ການແຂ່ງຂັນເທນນີສ ເອທີພີ ທົວ ລາຍການ “ສະວີສ ອິນດໍຣ໌ ບາເຊິລ” ທີ່ສະວິດເຊີແລນ ຊິງເງິນລາງວັນລມ 2 ລ້ານເອີໂຣ (ປະມານ 20 ຕື້ກີບ) ເມື່ອວັນພະຫັດວັນທີ 29 ຕຸລາ 2015 ທີ່ຜ່ານມາ ເປັນການດວນກັນໃນປະເພດຊາຍດ່ຽວຮອບ 2 ໂດຍມີໄຮໄລສຳຄັນຢູ່ທີ່ ໂຣເຈີ ເຟເດີເຣີ ຂວັນໃຈເຈົ້າຖີ່ນພົບກັບ ຟິລິບ ໂຄຊະໄຣເບີ
ການແຂ່ງຂັນພິກໄປພິກມາດ້ວຍການເລຣກເສີບພຽງຄັ້ງດຽວຂອງແຕ່ລະເຊັດ ສຸດທ້າຍ ໂຣເຈີ ເຟເດິເຣີ ມື 1 ຂອງລາຍການປ່ຽນເບຣກພອຍທ໌ 2 ຈາກ 3 ຄັ້ງ ເອົາຊະນະ ໂຄຊະໄຣເບີ ມື 32 ຂອງໂລກ ພຽງແມັດພອຍທ໌ຄັ້ງທຳອິດດ້ວຍການຂື້ນບອນເລ່ໜ້າຕາໜາງ ຄະແນນ 6-4, 4-6 ແລະ 6-4

ເຮັດໃຫ້ ໂຣເຈີ ໄວ 33 ປີຄົນນີ້ ເຊີ່ງກຳລັງໄລ່ລ່າແຊ້ມທີ່ບ້ານເກີດສະໄໝທີ 7 ຜ່ານເຂົ້າຮອບ 8 ຄົນສຸດທ້າຍຈະໄປພົບກັບ ດາວິດ ກອຟຟິນ ຈາກເບວຢຽມໃນຄ່ຳຄືນຂອງມື້ນີ້ ວັນສຸກວັນທີ 30 ຕຸລາ 2015

Federer of Switzerland returns the ball to Kohlschreiber of Germany during their match in Basel

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...