Homeຂ່າວພາຍ​ໃນນະວັດຕະກຳຜະລິດຕະພັນແບບຍືນຍົງໃນ ສປປ ລາວ

ນະວັດຕະກຳຜະລິດຕະພັນແບບຍືນຍົງໃນ ສປປ ລາວ

Published on

ນະວັດຕະກຳຜະລິດຕະພັນແບບຍືນຍົງໃນ ສປປ ລາວ

ລັດຖະບານ​ແຫ່ງ ​ສປປ ລາວ ໄດ້​ມີ​ການ​ສົ່ງເສີມ​ການ​ຜະລິດ ແລະ ການ​ບໍລິໂພກ​ແບບ​ຍືນ​ຍົງ ການ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ການ​ຜະລິດ​ຫຼາຍ​ຢ່າງ ເຊັ່ນ: ການ​ສົ່ງເສີມ​ສີມື​ແຮງ​ງານ ເພື່ອ​ປັບປຸງ​ຄຸນ​ນະ​ພາບ​ການ​ຜະລິດ ໂດຍ​ສະເພາະ​ແມ່ນ​ໃນ​ອຸດສາຫະກຳ​ປຸງ​ແຕ່ງ​ໄມ້​ເຟີ​ນິ​ເຈີ ເຄື່ອງ​ຫັດຖະກຳ​ຈັກສານ ນະໂຍບາຍ​ດັ່ງກ່າວ​ຍັງ​ບໍ່​ພໍ ຕ້ອງ​ໄດ້​ມີ​ການ​ສົ່ງເສີມ ແລະ ພັດທະນາ​ເພື່ອ​ໃຫ້​ທັນ​ສະໄໝ ກັບ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ຄວາມ​ຕ້ອງການ​ໃນ​ການ​ພັດທະນາ​ນະ​ວັດຕະ​ກຳ​ໃໝ່ໆ ຕອບ​ສະໜອງ​ໃຫ້ການ​ຊົມໃຊ້​ຊັບພະຍາກອນ​ຢ່າງ​ມີ​ປະສິດທິພາບ.

ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໂຄງການ “ນະ​ວັດຕະ​ກຳ​ຜະລິດ​ຕະ​ພັນ​ແບບ​ຍືນ​ຍົງ” ໃນ ​ສປປ ລາວ ໄດ້​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 27 ພະຈິກ​ຜ່ານ​ມາ ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ມະໂນ​ຮັກ ຣາ​ຊະ​ຈັກ ຫົວໜ້າ​ກົມ​ອຸດສາຫະກຳ ແລະ ຫັດຖະກຳ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ໂດຍ​ມີ​ຊ່ຽວຊານ​ຈາກ​ອົງການ​ສະຫະ​ປະຊາ​ຊາດ ເພື່ອ​ການ​ພັດທະນາ​ສິ່ງແວດລ້ອມ ຜູ້​ປະສານ​ງານ​ໂຄງການ​ນະ​ວັດຕະ​ກຳ​ຜະລິດ​ຕະ​ພັນ​ແບບ​ຍືນ​ຍົງ ປະເທດ​ຫວຽດນາມ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ມະໂນ​ຮັກ ຣາ​ຊະ​ຈັກ ກ່າວ​ວ່າ: ໂຄງການ​ດັ່ງກ່າວ ສ້າງ​ຂຶ້ນ​ເພື່ອ​ສົ່ງເສີມ​ນະ​ວັດຕະ​ກຳ​ຜະລິດ​ຕະ​ພັນ​ແບບ​ຍືນ​ຍົງ ໂດຍ​ໃຊ້​ຫຼັກການ​ຜະລິດ​ທີ່​ສະອາດ ການ​ອອກ​ແບບ​ເພື່ອ​ຍືນ​ຍົງ ໂດຍ​ນຳ​ໃຊ້ 7 ຍຸດ​ທະ​ສາດ​ປະກອບ​ມີ: 1. ການ​ນຳ​ໃຊ້​ວັດ​ສະ​ດຸ​ຕໍ່​ສິ່ງແວດລ້ອມ​ທີ່​ໄດ້​ຈາກ​ທຳ​ມະ​ຊາດ ແລະ ສາມາດ​ທົດ​ແທນ​ໄດ້ 2. ນຳ​ໃຊ້​ວັດຖຸ​ດິບ​ໃຫ້​ໜ້ອຍ​ຢ່າງ​ມີ​ປະສິດທິພາບ 3. ນຳ​ໃຊ້​ວັດຖຸ​ດິບ​ທີ່​ສະອາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ ເພື່ອ​ປັບປຸງ​ຄຸນ​ນະ​ພາບ​ຂອງ​ຜະລິດ​ຕະ​ພັນ ແລະ ຫຼຸດຜ່ອນ​ການ​ນຳ​ໃຊ້​ວັດຖຸ​ດິບ ແລະ ຕົ້ນ​ທຶນ​ການ​ຜະລິດ 4. ການ​ອອກ​ແບບ​ເພື່ອ​ຫຼຸດ​ຕົ້ນ​ທຶນ​ໃນ​ການ​ຂົນສົ່ງ 5. ຫຼຸດຜ່ອນ​ການ​ໃຊ້​ສານ​ເຄ​ມີ​ທີ່​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ 6. ອອກ​ແບບ​ຜະລິດ​ຕະ​ພັນ​ທີ່​ທົນ​ທານ ແລະ 7. ຜະລິດ​ຕະ​ພັນ​ທີ່​ໝົດ​ອາຍຸ ສາມາດ​ໃຊ້​ງານ​ຄືນ​ໄດ້ ບໍ່​ເປັນ​ອັນຕະລາຍ​ຕໍ່​ມະນຸດ ແລະ ສິ່ງແວດລ້ອມ.

ສຳລັບ​ຍຸດ​ທະ​ສາດ​ໃນ​ການ​ອອກ​ແບບ​ດັ່ງກ່າວ ແມ່ນ​ປະສົບ​ຜົນສຳເລັດ​ມາ​ແລ້ວ​ໃນ​ປະເທດ​ເອີ​ຣົບ ເຊິ່ງ​ໄດ້​ນຳ​ມາ​ຈັດ​ຕັ້ງ​ປະຕິບັດ​ໃນ 3 ປະເທດ​ຄື: ລາວ ຫວຽດນາມ ແລະ ກຳປູເຈຍ ມາ​ແຕ່​ປີ 2010 ໂດຍ​ເປົ້າ​ໝາຍ​ເພື່ອ​ຕອບ​ສະໜອງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ໃຫ້​ມີ​ການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ມີ​ຄຸນ​ນະ​ພາບ ແລະ ຫຼຸດ​ນ້ອຍ​ຖອຍ​ລົງ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...