spot_img
Homeຂ່າວເຫດການສານທ່ານ ທອງລຸນ ສີສຸລິດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງ ສປຊ ຄົບຮອບ 70 ປີ

ສານທ່ານ ທອງລຸນ ສີສຸລິດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງ ສປຊ ຄົບຮອບ 70 ປີ

Published on

Untitled-1.26.1.1

​​ເນື່ອງ​ໃນ​ໂອກາດຄົບຮອບ 70 ປີ​ ແຫ່ງການສ້າງຕັ້ງອົງການສະຫະປະຊາຊາດ ​ແລະ ຄົບຮອບ 60 ປີ ຂອງ​ການ​ຮ່ວມ​ມື ລາວ-ສປຊ, ຂ້າພະເຈົ້າ ຂໍຕາງຫນ້າລັດຖະບານ ແຫ່ງ  ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວອັນອົບອຸ່ນ ມາຍັງບັນດາທ່ານຜູ້ນຳ, ພະນັກງານ, ທະຫານ, ຕຳຫຼວດ,  ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຢູ່ຕ່າງປະເທດ, ກໍ​ຄືຊາວຕ່າງປະ​ເທດ ທີ່ກໍ​າລັງດໍາລົງຊີວິດຢູ່ ສປປ ລາວ ທຸກ​ທົ່ວ​ໜ້າ.

ບັນດາທ່ານ ແລະ ພໍ່​ແມ່ພີ່ນ້ອງ​​ ທີ່ຮັກ​ແພງ ທັງຫລາຍ,

ກ່ອນໜ້າ​ນີ້ 70 ປີ ພາຍຫລັງສົງຄາມໂລກ ຄັ້ງທີ II ໄດ້ສິ້ນສຸດລົງ, ອົງການສະຫະປະຊາຊາດ ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນໃນວັນ​ທີ 24 ຕຸລາ 1945 ​ໂດຍມີເປົ້າໝາຍຕົ້ນຕໍເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການຮ່ວມມືດ້ານການພັດທະນາ ແນ່ໃສ່ເຮັດໃຫ້ມວນມະນຸດ ໄດ້ດຳລົງຊີວິດ ໃນທ່າມກາງສັນຕິພາບ, ສະຖຽນລະພາບ ແລະ ມີເງື່ອນໄຂເອື້ອອໍານວຍ​ແກ່​ການ​ພັດທະນາຢ່າງຊອບທໍາ. ຕະຫລອດ​ໄລຍະ​ທີ່​ຜ່ານ​ມາ, ອົງການສະຫະປະຊາຊາດ ​ໄດ້ປະຕິບັດພາລະບົດບາດຂອງ​ຕົນ ບົນພື້ນຖານຂອງກົດບັດຂອງອົງການ ແລະ ມີ​ຜົນສຳ​ເລັດ​ທີ່​ສຳຄັນ​ ໃນ​ຫລາຍ​ດ້ານອັນ​ໄດ້​ເຮັດ​ໃຫ້ການຮ່ວມມື ເພື່ອປົກປັກຮັກສາ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ ກໍຄືການຮ່ວມມືເພື່ອການພັດທະນາ ລະຫວ່າງ ປະຊາຊາດໃນໂລກ ​ເຊິ່ງ​ໄດ້​ນັບ​ມື້​ນັບກາຍ​ເປັນທ່າອ່ຽງລວມ ຂອງຍຸກສະ​ໄໝ.

ມື້ນີ້ ວັນທີ 24 ຕຸລາ 2015, ພວກ​ເຮົາ ຮ່ວມ​ກັບ​ບັນດາ​ປະຊາ​ຊາດ​ໃນ​ທົ່ວ​ໂລກ ພ້ອມ​ກັນ​ສະ​ເຫລີມສະຫລອງ ຄົບຮອບ 70 ປີ​ຂອງການສ້າງຕັ້ງ​ອົງການ​ສະຫະ​ປະຊາ​ຊາດ ເຊິ່ງມີ​ຄວາມ​ຫມາຍ​ສຳຄັນຍິ່ງ ​ ໂດຍ​ສະ​ເພາະຕໍ່ການ​ສົ່ງ​ເສີມ ​ແລະ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ໃນຂອບເຂດທົ່ວໂລກ ​ແລະ ຊຸກຍູ້ການຮ່ວມມືເພື່ອການພັດທະນາ ທີ່ຍືນຍົງຕໍ່ໄປ. ອົງການ ສປຊ ​ເປັນ​ອົງການ​ຈັກກະວານ​ດຽວ​ໃນ​ໂລກ ​ແລະ ​ເປັນ​ເວທີ​ທີ່​ເປີດ​ກວ້າງ​ໃຫ້​ແກ່​ປະ​ເທດ​ສະມາຊິກ 190 ກວ່າ​ປະ​ເທດ​ ໄດ້​ມີ​ໂອກາດ​ສະ​ແດງ​ທັດສະນະ ​ແລະ​ ຈຸດ​ຢືນ​ຂອງ​ຕົນ​ເພື່ອປຶກສາ​ຫາລື, ​ຊອກ​ຊ່ອງ​ທາງ ​ແລະ ຮູບ​ແບບ​ຂອງ​ການ​ແກ້​ໄຂ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ ທັງ​ເປັນ​ການສ້າງ ​ແລະ ​ຮັບຮອງ​ເອົາ​ມາດ​ຕະການ​ສາກົນ​ ເພື່ອສົ່ງ​ເສີມ​ການ​ຮ່ວມ​ມື​ຂອງ​ສາກົນ ​ທີ່​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ດີ​ຂຶ້ນ.

ສຳລັບສປປ ລາວ, ປີນີ້ ເປັນປີຄົບຮອບ 60 ປີ ຂອງ​ການ​ຮ່ວມ​ມື ລາວ-ສປຊ, ​ໂດຍ​ສະ​ເພາະ​​ເປັນ​ເວລາ​ທີ່​ມີ​ການ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ໄດ້​ມີ​ການ​ ພັດທະນາ ​ໄປ​ໃນ​ທາງ​ທີ່​​ມີ​ປະສິດທິ​ຜົນຍິ່ງຂຶ້ນ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດີ​ຂຶ້ນ​ຢ່າງ​ເປັນ​ລໍາດັບ. ການ​ເຄື່ອນ​ໄຫວ​ໃນ​ເວທີ ສປຊ ຂອງ ສປປລາວ ​ຂອງ​ພວກ​ເຮົາ​ໃນ​ທຸກ​ລະດັບ​ຢ່າງ​ຫ້າວ​ຫັນ​ນັ້ນ ໄດ້​ສະ​ແດງ​ອອກໃຫ້​ເຫັນ​ບົດບາດຂອງ​ຕົນ​ ໃນ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ທີ່​ເກົ່າ​ແກ່​ ຫ້າວຫັນ​ໃນ​ອົງ​ກອນ​ຕ່າງໆ ຂອງ​ອົງການ ສປຊ ລວມທັງ​ການ​ເປັນ​ປະທານ​ກຸ່ມ​ຕ່າງໆ ​ເຊັ່ນ: ປະທານ​ກຸ່ມ​ບັນດາ​ປະ​ເທດ​ກໍາລັງ​ພັດທະນາທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ, ​ເປັນສະມາ​ຊິກ​ສະພາ​ບໍລິຫານ​ງານ ຂອງ​ອົງການ ສປຊ​ ເພື່ອ​ການ​ພັດທະນາ ​ແລະ ກອງ​ທຶນ​ປະຊາກອນ (UNDP/UNFPA) ​ແລະ ສະມາຊິກ​ສະພາ​ບໍລິຫານ​ອົງການ ສປຊ ກອງ​ທຶນ​ເພື່ອ​ແມ່ ​ແລະ ​ເດັກ (UNICEF) ​ແລະ ​ເປັນ​ປະທານ​ກອງ​ປະຊຸມ​ສາກົນ​ຕ່າງໆ ​ໃນ​ຂອບ ສປຊ, ອັນ​ໄດ້​ເຮັດ​ໃຫ້​ບົດບາດ​ຂອງ  ສປປ ລາວ ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ສາກົນ.​ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນມາ​ເປັນ​ລໍາດັບ. ການ​ມາ​ຢ້ຽມຢາມ​ເປັນ​ທາງ​ການ​ຂອງ​ເລຂາທິການ​ໃຫຍ່ ອົງການ ສປຊ ​ໃນ​ປີ 2009 ​ແລະ​ ການ​ນໍາຂັ້ນ​ສູງ​ຂອງ​ບັນດາອົງການ​ເຄື່ອຂ່າຍ ສປຊ ​ໄດ້​ມາ​ຢ້ຽມຢາມ ລາວ ຢ່າງ​ເປັນ​ປະ​ຈໍາ ​ແນ​ໃສ່​ຊຸກຍູ້ ​ແລະ ສົ່ງ​ເສີມ​ການ​ຮ່ວມ​ມື ລະຫວ່າງ ສປປລາວ ​ແລະ ອົງການ ສປຊ ອັນ​ໄດ້​ເຮັດ​ໃຫ້ ສປປ ລາວ​ ສືບ​ຕໍ່ໄດ້ຮັບການຊ່ວຍເຫລືອ ແລະ ສະໜັບສະໜູນດ້ານທຶນຮອນ ແລະ ເຕັກນິກວິຊາ​ການຈາກອົງການ ເຄືອຂ່າຍ ສປຊ ​ຢ່າງສະ​ເໝີຕົ້ນ​ ສະ​ເໝີປາຍຕະຫລອດ​ມາ.

ບົນພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຢ່າງ​ແໜ້ນ​ແຟ້ນດັ່ງກ່າວນີ້ ອົງການ​ເຄືອ​ຂ່າຍສະຫະປະຊາຊາດຢູ່​ ສປປ ລາວ ​ໄດ້ປະກອບສ່ວນອັນສໍາຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດພວກເຮົາ. ອົງການ​ເຄື່ອຂ່າຍທີ່ມີ​ຫ້ອງການ​ຜູ້ຕາງໜ້າ​ປະ​ຈໍາ ລາວ ​ແລະ ອົງການອີກ​ຈຳນວນ​ຫນຶ່ງ​ທີ່ມີ​ສຳນັກງານປະຈໍາຢູ່​ພາກ​ພື້ນ ​ໄດ້ສືບ​ຕໍ່ໃຫ້ການສະໜັບ​ສະ​ໜູນ​ຊ່ວຍ​ເຫລື​ອ​ສປປລາວ ​ໂດຍ​ສະ​ເພາະໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ໃນ​ແຕ່ລະ​ໄລຍະ ​ເປັນ​ຕົ້ນ​ດ້ານ​ສາທາລະນະ​ສຸກ, ການ​ສຶກສາ, ການ​ພັດທະນາ​ຊົນນະບົດກໍຄື ການ​ປະຕິບັດເປົ້າ​ໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະນາ ​ເພື່ອ​ປະກອບສ່ວນ​ໃນ​ການສ້າງ​ເງື່ອນ​ໄຂ​ ໃຫ້​ປະ​ເທດ​ພວກ​ເຮົາຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ປະ​ເທດ​ດ້ອຍ​ພັດທະນາ ​ໃນ​ປີ 2020.

ພໍ່​ແມ່ພີ່ນ້ອງ​​ ທີ່ຮັກ​ແພງ ທັງຫລາຍ

ວົງຄະນາ ​ຍາດ​ສາກົນ ​ໄດ້​ພ້ອມ​ກັນສຸມ​ໃສ່​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະນາ ​ໃຫ້​ມີ​ຜົນສຳ​ເລັດ​​ພາຍ​ ໃນ​ທ້າຍ​ປີ 2015 ​ນີ້ ​ແລະ ຜູ້ນຳໂລກ ຫາ​ກໍໄດ້ຮັບຮອງ​ເອົາ​ວາລະການພັດທະນາ ຫລັງປີ 2015 ​ແລະ ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ເຊິ່ງມີ​ຂອບ​ເວລາ​ການຈັດ​ຕັ້ງ​ປະຕິບັດ​ເຖິງ​ປີ 2030 ໂດຍປະກອບມີ 17 ເປົ້າໝາຍ ແລະ 169 ຄາດໝາຍສູ້ຊົນ ທີ່ກວມເອົາ 3 ດ້ານຄື: ດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ​ເລີ້ມ​ເຂົ້າ​ສູ່​ການ​ປະຕິບັດ ນັບແຕ່ວັນທີ 1 ມັງກອນ 2016 ເປັນຕົ້ນໄປ. ​ເປົ້າ​ໝາຍ​ສູງສຸດຂອງ​ວາລະ​ການ​ພັດທະນາ​ຂອງ​ສາກົນດັ່ງກ່າວ ແມ່ນແນໃສ່ລຶບລ້າງຄວາມທຸກຍາກ, ຫລຸດຜ່ອນຄວາມບໍ່ສະເໝີພາບ, ສ້າງຄວາມຈະເລີນຮຸ່ງເຮືອງ ແລະ ປົກປັກຮັກສາສິ່ງແວດ ລ້ອມ​ໃຫ້​ຍືນ​ຍົງ ​ໂດຍ​ໃຫ້​ແທດ​ເໝາະ​ກັບ​ສະພາບ​​ເງື່ອນ​ໄຂຕົວ​ຈິງດ້ານ​ການ​ພັດທະນາ​ໃນ​ລະດັບ​ປະ​ເທດ ​ແລະ ​ສາມາດນຳ​ໃຊ້​ໄດ້​ກັບ​ທຸກ​ປະ​ເທດ ບໍ່​ວ່າ​ຈະ​ເປັນ​ປະ​ເທດ​ນ້ອຍ,​ໃຫຍ່, ພັດທະນາ​ແລ້ວ ຫລື ​ກໍາລັງ​ພັດທະນາ ​ເຊິ່ງຖືເປັນບາດລ້ຽວ​ໃໝ່​ຂອງ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາຂອງສາກົນ​. ສປປ ລາວ ພວກ​ເຮົາ ​ໂດຍຜ່ານ​​ການ​ຮ່ວມ​ມື​ສະໜັບສະໜູນ​ຈາກ​ວົງ​ຄະນະ​ຍາດ​ສາກົນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ຈາກ​ອົງການ​ເຄື່ອຂ່າຍ ສປຊ ກໍ​ຈະ​​ພ້ອມ​ກັນ​ຈັດ​ຕັ້ງ​ຜັນ​ຂະຫຍາ​ຍ​ເປົ້າ​ຫມາຍ​ການ​ພັດທະນາ​ແບບ​ຍືນ​ ຍົງດັ່ງກ່າວ​ໃຫ້​ສຳ​ເລັດ​ຜົນ ​ເພື່ອ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ​ໃຫ້​ມີ​ຄວາມ​ຈະ​ເລີ​ນກ້າວໜ້າ ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາສູ່​ປະຊາຊົນ​ລາວ​ທຸກ​ຖ້ວນ​ໜ້າຕາມ​ກໍານົດ​ເວລາ​ທີ່​ວາງ​ໄວ້. ​

ໃນປີ​ນີ້, ລັດຖະບານ ຮ່ວມ​ກັບ​ອົງການ ສປຊ ຈະຈັດ​ຕັ້ງກອງປະຊຸ​ມ​ໂຕະມົນ​ລະດັບ​ສູງ ຄັ້ງ​ທີ 12​ ຂຶ້ນໃນ​ວັນ​ທີ 27 ພະຈິກ ​ເພື່ອ​ປຶກສາ​ຫາລື​ແບບມີສ່ວນຮ່ວມ ລະຫວ່າງລັດຖະບານລາວ ກັບຄູ່ຮ່ວມພັດທະນາ ແນໃສ່ເຮັດໃຫ້ຄູ່ຮ່ວມພັດທະນາ ໄດ້ມີ​ໂອກາດສະ​ເໜີຄໍາ​ຄິດ​ເຫັນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 8 ເພື່ອເຮັດໃຫ້ການຊ່ວຍເຫລືອຂອງສາກົນ ສອດຄ່ອງກັບທິດທາງ ແລະ ບູລິມະສິດດ້ານການພັດທະນາຢູ່ໃນ ສປປ ລາວ ກໍຄືຮັບປະກັນປະສິດທິພາບ ຂອງການນຳໃຊ້ການຊ່ວຍເຫລືອ ຈາກສາກົນ. ພິ​ເສດ​​ໃນ​ປີ​ນີ້ ທ່ານນາງ ​ເຮ​ເລັນ ຄລາກ,  ຜູ້ອຳນວຍການ​ ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ ເພື່ອ​ການ​ພັດທະນາ, ທັງ​ເປັນປະທານ​ກຸ່ມ​ພັດທະນາ​ຂອງ​ອົງການ ສປຊ ຈະ​ເດີນທາງ​ມາ​ເຂົ້າ​ຮ່ວມ​ເປີດ​ກອງ​ປະຊຸມ​ດັ່ງກ່າວ ​ແລະ ຢ້ຽມຢາມ​ປະ​ເທດ​ເຮົາ ຢ່າງ​ເປັນ​ທາງ​ການ ​ເປັນ​ຄັ້ງ​ທີ ສອງ, ​ເຊິ່ງ​ເປັນ​ການ​ຢັ້ງຢືນ​ໃຫ້​ເຫັນ​ເຖິງການ​ເປັນຄູ່ຮ່ວມມືທີ່​ເຂັ້ມ​ແຂງ ລະຫວ່າງ ສປປ ລາວ ​ແລະ ອົງການ ສປຊ ​ໃນ​ໄລຍະ​ໃໝ່​ນີ້. ​ໃນ​ໂອກາດ​ການສະ​ເຫລີ​ມສະຫລອງ​ວັນ​ສຳຄັນ​ດັ່ງກ່າວນີ້, ພວກ​ເຮົາຈະໄດ້​ຮ່ວມ​ກັນ​ຈັດ​ຕັ້ງ​ຫລາຍ​ກິດຈະ​ກໍາ​ເພື່ອ​ສະ​ເຫລີ​ມສະຫລອງຮ່ວມ ​ກັບ​ບັນດາ​ປະຊາ​ຊາດ​ໃນ​ໂລກ ລວມທັງ​ ການ​ເຍືອງ​ແສງ​ໄຟ​ສີຟ້າ​ໃສ່​ປະຕູ​​ໄຊ ​​ເພື່ອ​ເປັນ​ສັນຍາ​ລັກ​ຂອງ​ການ​ເປັນ​ຄູ່​ຮ່ວມ​ຂອງ​ພວກ​ເຮົາ ກໍຄື​ການ​ຢືນຢັນ​ຄຳ​ໝາຍ​ໜັ້ນ​ຮ່ວມ​ກັນ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ໃນ ສປປລາວ ກໍ​ຄື ທົ່ວ​ໂລກ.

  ສຸດທ້າຍ​ນີ້, ​ຂ້າພະເຈົ້າ ຂໍ​ສະແດງຄວາມຂອບໃຈຢ່າງ​ຈິງ​ໃຈ ແລະ ຝາກຄໍາອວຍ​ພອນໄຊ ອັນ​ປະ​ເສີດ​ມາຍັງບັນດາທ່ານ​ຜູ້ນຳ​, ພະນັກງານ, ທະຫານ, ຕຳຫລວດ, ນັກທຸລະກິດ, ຜູ້ປະກອບການ ແລະ ປວງຊົນ​ລາວ ທຸກຖ້ວນໜ້າ ທັງຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ ກໍຄື​ຊາວ​ຕ່າງປະ​ເທດ​ທີ່​ກໍາລັງປະຕິບັດ​ໜ້າ​ທີ່ ​ແລະ ດຳລົງ​ຊີວິດ​ຢູ່ ສປປ ລາວ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານຂອງ​ຕົນ ​ແລະ ຮ່ວມ​ກັນສະເຫລີມ ສະຫລອງວັນສ້າງຕັ້ງອົງການ​ສະຫະ​ປະຊາ​ຊາດ ຄົບຮອບ 70 ປີ ແລະ ຄົບຮອບ 60 ປີ ຂອງການ​ຮ່ວມ​ມື​ລາວ-ສປຊ ຢ່າງມີ​ຄວາມໝາຍ ​ແລະ ມີເນື້ອໃນ​ເລິກ​ເຊິ່ງ. ສປປ ລາວ ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື, ​ສະໜັບສະໜູນ ຊ່ວຍ​ເຫລື​ອຢ່າງ​ໃກ້ຊິດຈາກ​ອົງການສະຫະ​ປະຊາ​ຊາດ ​ໃນ​ຊຸມ​ປີ​ຕໍ່ຫນ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)

ສິງກະໂປມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມຢູ່ລາວ

ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກລັດຖະບານສິງກະໂປ ແລະ ອົງການກາແດງ ສິງກະໂປ ມອບໃຫ້ແກ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ສະໜາມບິນສາກົນວັດໄຕ...

ເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ສວນປະຕູໄຊພາກຂະຫຍາຍ

ຄະນະຜູ້ແທນເຈົ້າຄອງນະຄອນຫຼວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ,...