Homeມູມໄອທີລາວແບັດເຕີລີໃນອະນາຄົດອາດຈະບໍ່ມີວັນເສື່ອມສະພາບ

ແບັດເຕີລີໃນອະນາຄົດອາດຈະບໍ່ມີວັນເສື່ອມສະພາບ

Published on

<ignore_js_op>

ku-xlarge1-500×281.jpg (32.85 KB, ດາວໂຫຼດແລ້ວ: 0)

ດາວໂຫຼດ  ບັນທຶກໄວ້ໃນອະລະບ້ຳ

2013-11-18 21:50 ອັບໂຫຼດ

ແບັດເຕີລີໃນອະນາຄົດອາດຈະບໍ່ມີວັນເສື່ອມສະພາບ

ປັນຫາຂອງແບັດເຕີລີ Li-ion ໃນປະຈຸບັນກໍຄົງໜີບໍ່ພົ້ນການທີ່ມີໄລຍະເວລາການໃຊ້ງານ (cycle) ຄ່ອນຂ້າງຈຳກັດ ແລະຍິ່ງໃຊ້ຫຼາຍຮອບເຂົ້າ ກໍຍິ່ງເຮັດໃຫ້ເນກາທີບ ອີເລັກໂທຣດ ເກັບອີເລັກທຣອນໄດ້ນ້ອຍລົງໄປເລື້ອຍໆ (ແປ : ແບັດເຕີລີເຊື່ອມຕາມການໃຊ້ງານ ຍິ່ງດົນຍິ່ງເກັບໄຟໄດ້ໜ້ອຍລົງ) ແລະໃນໂລກອະນາຄົດຂອງໂທລະສັບມືຖືນັ້ນມີແນວໂນ້ມວ່າແບັດເຕີລີຈະໃຊ້ຫຼາຍຂື້ນເລື້ອຍໆ ເຊິ່ງວິທີນີ້ຄົງບໍ່ດີແນ່ນອນ ດັ່ງນັ້ນນັກວິໄຈທີ່ມະຫາວິທະຍາໄລສະແຕນຟອຣດກໍເລີຍໄດ້ເຮັດການວິໄຈພັດທະນາແບັດເຕີລີທີ່ຮັກສາຕົວເອງໄດ້ຂື້ນມາ

ໃນຊ່ວງຫຼາຍປີທີ່ຜ່ານມານີ້ນັກວິໄຈໄດ້ໝຸ່ງເນັ້ນເລື່ອງເພີ່ມຄວາມໜາແໜັ້ນຂອງພະລັງງານໃນ Li-ion ແລະຫຼຸດນ້ຳໜັກໃຫ້ເບົາລົງຍິ່ງຂື້ນ ດ້ວຍຜົນລັບງານວິໄຈເຮັດໃຫ້ໄດ້ງານອັນສຳຄັນຂື້ນມາ ເຊິ່ງເປັນການນຳຊີລີຄອນໄປໃຊ້ໃນແຄໂທດ ເຮັດໃຫ້ສາມາດເກັບປະຈຸອີເລັກຕຣອນໄດ້ຫຼາຍກວ່າແບບປະຈຸບັນທີ່ເປັນອອກໄຊ ແຕ່ຈະມີປັນຫາຢູ່ທີ່ວ່າເມື່ອອັດອີເລັກຕຣອນເຂົ້າໄປແລ້ວຈະຂະຫຍາຍຕົວເຖິງ 300% ແລະຫຼຸດຂະໜາດລົງເມື່ອໃຊ້ປະຈຸໄຟໝົດ ການຂະຫຍາຍຕົວນີ້ເປັນປັນຫາທີ່ເຮັດໃຫ້ວັດສະດຸແລະກອບບັນຈຸແຕກຫຼັງຈາກທີ່ໃຊ້ໄປບໍ່ດົນ

<ignore_js_op>

ເຖິງວ່າແບັດເຕີລີຄນສະພາບຕົວເອງໄດ້ນີ້ຈະບໍ່ໄດ້ແກ້ປັນຫາເລື່ອງຂະຫຍາຍ-ຫົດຕົວຈົນເຮັດໃຫ້ວັດສະດຸແຕກຫັກໂດຍກົງ ແຕ່ວ່າຄືນສະພາບຕົວເອງໄດ້ແທນ ໂດຍທີມນັກວິໄຈເຮັດໃຫ້ພັນທະຫຼັກບາງຕົວຫຼຸດຄວາມແຂງແຮງລົງ ເຮັດໃຫ້ພັນທະທີ່ອ່ອນຫຼາຍໆ ອັນັນ້ນຈັບຕົວກັບແລະເຮັດການພັນທະໃໝ່ ແທນທີ່ຈະແຕກຫັກຕາມປົກກະຕິ

ການນຳເອົາຊີລີຄອນມາໃຊ້ເປັນອີເລັກໂທຣດນັ້ນເຮັດໃຫ້ທົນທານກວ່າເກົ່າສິບເທົ່າ ເມື່ອນຳມາເຄືອບດ້ວຍໂພລີໂມຄືນສະພາບຕົວນີ້ ເຮັດໃຫ້ຮອຍແຕກຫັກທັງຫຼາຍຄືນສະພາບເກົ່າໄດ້ບໍ່ຮອດຊົ່ວໂມງ

ສຳລັບອີເລັກໂທຣດປະຈຸບັນນັ້ນໃຊ້ງານໄດ້ປະມານ 100 cycle ເທົ່ານັ້ນ ທາງທີມນັກວິໄຈຄາດວ່າຈະເຮັດໃຫ້ໄດ້ 500 cycle ໃຫ້ໄດ້ສຳລັບໂທລະສັບ ແລະ 3,000 Cycle ສຳລັບອຸປະກອນແບບລົດ,ຍົນ ຫຼືເຄື່ອງຈັກອື່ນໆ ເມື່ອນຳເລື່ອງຊີລີຄອນມາເປັນອີເລັກໂທຣດ ແລະໃຊ້ໂພລີເມີຕົວນີ້ໃນການຮັກສາສະພາບການໃຊ້ງານ ໄລຍະຍາວແລ້ວເຮົາຄົງຈະໄດ້ໃຊ້ແບັດເຕີລີທີ່ທົນທານ ແລະເກັບບັນຈຸໄຟໄດ້ຫຼາຍຂື້ນນັ້ນເອງ

ທີ່ມາ: Gizmodo

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...