ການປະກາດເມື່ອວັນພະຫັດ ຜ່ານມາ ໂດຍກະຊວງແຮງງານ ທີ່ວ່າ ຈະຂຶ້ນຄ່າຈ້າງຂັ້ນຕ່ຳສຸດ ໃຫ້ເປັນ 140 ໂດລາ ຕໍ່ເດືອນ ສຳລັບ ພະນັກງານ 700,000 ຄົນ ໃນພາກສ່ວນອຸດສາຫະກຳໂຮງງານຕັດຫຍິບ ຈະມີຜົນບັງຄັບໃຊ້ ໃນເດືອນມັງກອນ ປີໜ້ານີ້
ການເພີ່ມຂຶ້ນຄ່າຈ້າງ ຈາກຕົວເລກເມື່ອກ່ອນ ຄື 128 ໂດລານັ້ນມີຂຶ້ນ ຫຼັງຈາກທີ່ໄດ້ມີການເຈລະຈາຢ່າງຫຍຸ້ງຍາກ ເປັນເວລາຫຼາຍອາທິດ ລະຫວ່າງ ລັດຖະບານ ບັນດາຜູ້ຜະລິດກັບສະຫະພັນກຳມະບານ
ສະມາຄົມຜູ້ຜະລິດເສື້ອຜ້າໃນກຳປູເຈຍ ຫຼື GMAC ທີ່ຕາງໜ້າໃຫ້ 600 ໂຮງງານ ທີ່ສົ່ງອອກເສື້ອຜ້າ ແລະ ເກີບ ກ່າວວ່າ ອົງກອນນີ້ ຍອມຮັບເອົາການຂຶ້ນຄ່າຈ້າງ ເຖິງແມ່ນຈະໄດ້ທຳການຕໍ່ລອງກັນມາ ເພື່ອໃຫ້ໄດ້ຕົວເລກ ທີ່ຕ່ຳກວ່ານັ້ນ ກໍຕາມ
ບົດລາຍງານ ສື່ມວນຊົນ ຊີ້ໃຫ້ເຫັນວ່າ ສະຫະພັນກຳມະບານສ່ວນໃຫຍ່ ລວມທັງພວກທີ່ມີແນວທາງດຽວກັນກັບລັດຖະບານ ໄດ້ລົງນາມ ໃນຂໍ້ຕົກລົງໃໝ່ດັ່ງກ່າວ ແຕ່ຢ່າງນ້ອຍສອງສະຫະພັນກຳມະບານ ຍັງບໍ່ໄດ້ ລົງນາມເທື່ອ
ທ່ານ ແອັດ ທ໊ອນ ຫົວໜ້າຂອງສະຫະພັນແຮງງານກຳປູເຈຍ ທີ່ເປັນໜື່ງໃນສອງສະຫະພັນກຳມະບານດັ່ງກ່າວນັ້ນ ອ້າງວ່າ ຕົນມີສະມາຊິກ 70,000 ຄົນ. ທ່ານ ກ່າວວ່າ ກຳມະບານຂອງທ່ານ ຈະສືບຕໍ່ກົດດັນ ໃຫ້ຄົນງານຂອງຕົນໄດ້ຮັບຄ່າຈ້າງ 160 ໂດລາ ແລະ ຈະປຶກສາຫາລື ກັບບັນດາສະມາຊິກ ຂອງຕົນ ໃນສອງສາມອາທິດຈະມາເຖິງນີ້ ເພື່ອຮັບຟັງຄຳເຫັນຕ່າງໆ ກ່ອນທີ່ຈະຕັດສິນໃຈວ່າຈະທຳການນັດຢຸດງານຫຼືບໍ່
ການຕັດສິນຂັ້ນສຸດທ້າຍ ກ່ຽວກັບການຂຶ້ນຄ່າຈ້າງຂັ້ນຕ່ຳສຸດ ແມ່ນນອນຢູ່ກັບລັດຖະບານ, ຫຼັງຈາກໄດ້ຕົກລົງວ່າຈະຮັບເອົາຕົວເລກ 135 ໂດລາ ແລ້ວ ນາຍົກລັດຖະມົນຕີ ກຳປູເຈຍທ່ານ ຮຸນ ເຊັນ ກໍໄດ້ອອກຄຳສັ່ງ ໃຫ້ເພີ່ມຕື່ມອີກ 5 ໂດລາຕໍ່ເດືອນ ໃສ່ຈຳນວນດັ່ງກ່າວນັ້ນເຊິ່ງລວມ ເປັນ 140 ໂດລາ
ຄຳສັ່ງຂອງນາຍົກລັດຖະມົນຕີ ທີ່ເພີ່ມເງິນຄ່າຈ້າງຂຶ້ນນັ້ນ ເປັນໜ້າແປກໃຈໜ້ອຍໜື່ງ ເຊິ່ງທ່ານໄດ້ເຮັດເຊັ່ນດຽວກັນ ເມື່ອປີກາຍນີ້ ອັນເປັນຕົວບົ່ງບອກວ່າ ເລື່ອງຄ່າຈ້າງຂັ້ນຕ່ຳສຸດນີ້ແມ່ນເປັນເລື່ອງທີ່ມີຄວາມລະອຽດອ່ອນ ດ້ານການເມືອງ
ສຳຫລັບ ບົດບາດຂອງພັກທີ່ປົກຄອງຢູ່ ແມ່ນຕົກຢູ່ໃນລະຫວ່າງ ການສ້າງຄວາມພໍໃຈໃຫ້ແກ່ຊາວກຳປູເຈຍ ຜູ້ທີ່ມີສິດອອກສຽງເລືອກຕັ້ງ ຈຳນວນ 10 ລ້ານຄົນ ເຊີ່ງພວກຄົນງານເປັນພາກສ່ວນທີ່ສຳຄັນ ແລະ ເຮັດໃຫ້ບັນດາຜູ້ລົງທຶນທັງຫຼາຍດີອົກດີໃຈ
ພັກຂອງ ທ່ານ ຮຸນ ເຊັນ ເກືອບເສຍໄຊຊະນະ ໃນການເລືອກຕັ້ງທົ່ວໄປ ເມື່ອປີ 2013 ແລະ ການເລືອກຕັ້ງຄັ້ງໃຫຍ່ຕໍ່ໄປ ໄດ້ຖືກກຳນົດໄວ້ ໃນປີ 2018 ເຊິ່ງຕົນຮູ້ວ່າ ຕົນຕ້ອງສົ່ງເສີມພາບພົດຂອງຕົນ ພາຍໃນບັນດາພະນັກງານ ໃນໂຮງງານຕັດຫຍິບ ທີ່ສ່ວນໃຫຍ່ແລ້ວ ແມ່ນພວກຍິງສາວ ເຊີ່ງເງິນຄ່າຈ້າງຂອງພວກເຂົາເຈົ້າ ຈະໄປອູ້ມຊູ ຊີວິດການເປັນຢູ່ ຂອງບັນດາຄອບຄົວໃນເຂດຊົນນະບົດ ແລະຕາມປະເພນີແລ້ວ ພວກເຂົາເຈົ້າກໍແມ່ນຈະໄປສະໜັບສະໜູນ ພັກຝ່າຍຄ້ານ
ອຸດສາຫະກຳ ໂຮງງານຕັດຫຍິບ ແມ່ນເປັນສູນກາງ ເສດຖະກິດ ຂອງກຳປູເຈຍ ແລະບໍ່ພຽງແຕ່ເປັນຜູ້ວ່າຈ້າງທີ່ໃຫຍ່ທີ່ສຸດເທົ່ານັ້ນ ແຕ່ຍັງເປັນລາຍໄດ້ຈາກການແລກປ່ຽນເງິນຕາຕ່າງປະເທດທີ່ສຳຄັນອີກດ້ວຍ ທີ່ມີມູນຄ່າຫຼາຍກວ່າ 5 ຕື້ໂດລາ ໃນການສົ່ງອອກແຕ່ລະປີສ່ວນໃຫຍ່ແມ່ນສົ່ງອອກມາສະຫະລັດ ແລະ ສະຫະພາບເອີຣົບ