spot_img
Homeມູມໄອທີລາວທັນສະໄໝ! ລົດເມ ນ.ວ ສາມາດກວດສອບຕຳແໜ່ງ ແລະ ເສັ້ນທາງໄດ້ ຜ່ານທາງສະມາດໂຟນ!

ທັນສະໄໝ! ລົດເມ ນ.ວ ສາມາດກວດສອບຕຳແໜ່ງ ແລະ ເສັ້ນທາງໄດ້ ຜ່ານທາງສະມາດໂຟນ!

Published on

30ec6eec393a3ea03a216c221d6ff182

ທີມ​ງານ​ຊ່ຽວຊານ​ຂອງ​ໂຄງການ​ໄຈ​ກ້າ ພ້ອມ​ດ້ວຍ​ບໍລິສັດເອກະ​ຊົນ​ຈາກ​ປະເທດ​ຍີ່ປຸ່ນ​ ໄດ້​ນຳເອົາ​ລະບົບ​ເທັກ​ໂນ​ໂລ​ຊີ​ແບບ​ໃໝ່ຂອງ​ປະເທດ​ຍີ່ປຸ່ນ ​ເຂົ້າ​ມາ​ນຳ​ໃຊ້ໃນ​ການ​ປັບປຸງ​ສະພາບ​ການ​ຈະລາ​ຈອນ​ແອ​ອັດ​ຕາມ​ຖະໜົນ ໃນນະຄອນຫຼວງ​ວຽງ​ຈັນ (ນວ) ເຊິ່ງລະບົບ​ດັ່ງກ່າວ ກໍ່​ຄື​ລະບົບ​ຕິດຕາມ​ການ​ໃຫ້​ບໍລິການ​ລົດເມ ແລະ ລະບົບ​ກວດ​ສອບ​ສະພາບຈະລາຈອນ​ຕາມ​ຖະໜົນ ສຳລັບລະບົບ​ດັ່ງກ່າວ​ແມ່ນ​ທາງ​ໂຄງການ​ ໄດ້​ມີ​ການ​ຕິດ​ຕັ້ງ​ສູນ​ຄວບຄຸມ​ບໍລິຫານ​ຈັດການ ​ຢູ່​ທີ່​ຫ້ອງການ​ສະຖານີ​ລົດເມ​ຕະຫຼາດ​ເຊົ້າ.

ວັນ​ທີ 13 ຕຸລາ 2015 ທາງອົງການ​ໄຈ​ກ້າ​ປະຈຳ​ລາວ ສະຖານ​ທູດ​ປະເທດ​ຍີ່ປຸ່ນ​ປະຈຳ​ລາວ ແລະ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ໄດ້​ລົງ​ສຳ​ຫຼວດ ແລະ ຕິດຕາມ​ເບິ່ງ​ການ​ເຮັດ​ວຽກ​ຂອງ​ລະບົບ​ດັ່ງກ່າວ ​ທີ່​ຫ້ອງການ​ສະຖານີລົດເມ​ຕະຫຼາດ​ເຊົ້າ ທາງ​ທີມ​ງານອົງການ​ໄຈ​ກ້າ ​ໄດ້​ດຳເນີນ​ຕິດ​ຕັ້ງລະບົບ​ຕິດຕາມ​ບໍລິການ​ລົດເມ ນອກຈາກ​ຈະ​ເພີ່ມ​ຄວາມ​ສະດວກ​ສະບາຍ ​ໃນ​ການ​ບໍລິຫານ​ຈັດການ​ບໍລິການ​ລົດເມ ​ໃຫ້​ມີ​ປະສິດທິ​ພາບ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ແລ້ວ ຍັງ​ສາມາດ​ຊ່ວຍ​ໃຫ້​ຜູ້ໂດຍສານ ຫຼື ປະຊາຊົນ​ມີ​ຄວາມ​ສະດວກສະບາຍ​ໃນ​ການ​ຕິດຕາມ​ລົດເມ ໃນ​ແຕ່​ລະ​ເສັ້ນທາງ​ທີ່​ລົດເມ​ແລ່ນ ໃນ ນວ ໂດຍ​ບໍ່​ຈຳເປັນ​ຕ້ອງ​ເສຍເວລາ​ຖ້າ​ລົດເມ​ເປັນ​ເວລາ​ດົນ​ອີກຕໍ່​ໄປ ນອກ​ນີ້ ຍັງ​ຈະ​ສາມາດ​ຊ່ວຍການ​ຄວບ​ຄຸມ​ການ​ຈະລາຈອນຕາມ​ຖະໜົນ​ໄດ້ ປັດຈຸບັນ ປະຊາຊົນ​ສາມາດ​ເຂົ້າ​ໃຊ້​ບໍລິການ​ດັ່ງກ່າວ​ໄດ້​ແລ້ວ ທີ່​ເວບ​ໄຊ: http://lao.busnavi.asia ໂດຍຜ່ານ​ໂທລະສັບ​ມື​ຖື​ສະມາດ​ໂຟນ ແລະ ຄອມ​ພີວ​ເຕີ​ທຸກ​ລຸ້ນ​ຂອງທ່ານ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍໃດໆ ພຽງ​ແຕ່​ໂທລະສັບ​ຂອງທ່ານ​ມີ​ສັນຍານ​ອິນ​ເຕີ​ເນັດ​ເທົ່ານັ້ນ.

Capture

ແຕ່​ເຖິງ​ຢ່າງໃດ​ກໍ່​ຕາມ​ການຕິດ​ຕັ້ງ​ລະບົບ​ດັ່ງກ່າວ ຈະ​ມີຄວາມ​ແຕກ​ຕ່າງ​ຈາກ​ການ​ນຳ​ໃຊ້ທົ່ວ​ໄປ ເຊັ່ນ​ວ່າ: ຂໍ້​ມູນ​ຕຳແໜ່ງຂອງ​ລົດເມ ຄວາມ​ໄວ ແລະ ລວມ​ເຖິງ​ຈຳນວນ​ຜູ້​ເຂົ້າ​ນຳ​ໃຊ້ ແມ່ນ​ຈະ​ສາມາດ​ເຂົ້າ​ໄປ​ເບິ່ງ​ໄດ້ ສະເພາະ​ພະນັກງານ​ທີ່​ຮັບ​ຜິດຊອບ​ເທົ່າ​ນັ້ນ ສະນັ້ນ ການ​ສະແດງ​ຂໍ້​ມູນ​ບອກ​ຕຳແໜ່ງ​ຂອງ​ລົດເມ​ ທີ່​ສາມາດ​ກວດ​ສອບ​ໄດ້​ທຸກ​ເວລາ ນອກ​ນີ້ ກໍ່​ຍັງ​ສາມາດ​ກວດສອບ​ສະພາບ​ການ​ຈະລາຈອນຕິດ​ຂັດ​ຕາມ​ຖະໜົນ ເຊິ່ງ​ອຸປະກອນ​ສົ່ງ​ສັນຍານ​ຂອງ​ລະບົບ ແມ່ນ​ໄດ້​ມີ​ການ​ຕິດ​ຕັ້ງ​ຕາມ​ຈຸດ​ສີ່ແຍກ​ສຳຄັນ​ໃນ ນວ ລະບົບ​ນີ້​ຈະຊ່ວຍ​ໃຫ້​ປະຊາຊົນ​ສາມາດ​ກວດສອບ ​ເບິ່ງ​ສະພາບ​ການ​ຈະລາຈອນ​ຕາມ​ຈຸດ​ສຳຄັນ​ໃນ​ຕົວ​ເມືອງ ໄດ້​ຢ່າງ​ສະດວກ​ສະບາຍ.

ດັ່ງນັ້ນ ລັດ​ວິ​ສາ​ຫະ​ກິດ​ລົດເມ ແລະ ຜູ້ນຳ​ໃຊ້​ລົດເມ ກໍ່​ຈະ​ສາມາດ​ບໍລິຫານ​ຈັດການ​ຕິດຕາມ ກວດ​ສອບ​ຈຸດ​ຕຳແໜ່ງ​ລົດເມ​ໄດ້ສະດວກ​ສະບາຍ ແລະ ເຊັ່ນ​ດຽວກັນ​ກັບ​ການ​ຫຼີກ​ລ່ຽງ​ສະພາບການ​ຈະລາຈອນ​ຕິດ​ຂັດ ສຳລັບຄວາມ​ຄາດ​ຫວັງ ກໍ່​ຫວັງ​ວ່າ​ລະບົບ​ທັງ​ສອງ​ນີ້ ຈະ​ຊ່ວຍ​ໃຫ້​ຈຳນວນ​ຜູ້ນຳ​ໃຊ້​ລົດເມ​ເພີ່ມ​ຂຶ້ນ ແລະ ສົ່ງເສີມ​ໃຫ້​ຄົນ​ຫັນ​ມາ​ນຳໃຊ້​ລົດເມ​ສາທາລະນະ​ຫຼາຍ​ຂຶ້ນ ແທນ​ການ​ນຳ​ໃຊ້​ລົດ​ສ່ວນ​ຕົວ ແລະ ນອກຈາກ​ນີ້ ລັດ​ວິ​ສາ​ຫະກິດ​ລົດເມ​ ຍັງ​ໄດ້​ມີ​ການ​ນຳ​ເອົາລະບົບ​ບັດ​ລົດເມ​ສຳລັບ​ນັກຮຽນ-ນັກ​ສຶກ​ສາ​ໃນ ນວ ຕັ້ງແຕ່​ເດືອນພະຈິກ 2014 ເຊິ່ງ​ໄດ້​ຮັບ​ການຊ່ວຍເຫຼືອ​ຈາກ​ອົງການ​ໄຈ​ກ້າ ແລະ ສິ້ນ​ສຸດ​ໂຄງການ​ໄລຍະ​ທຳອິດ​ແມ່ນ​ເດືອນ​ມີນາ 2015 ແຕ່ຈະ​ສືບຕໍ່​ນຳ​ໃຊ້​ບັດ​ລົດເມ​ນັກ​ສຶກສາ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...