Homeຂ່າວທ້ອງຖິ່ນເຮືອນຫລາຍຫລັງຢູ່ບ້ານທ່າໂພນສັນໄດ້ຮັບຜົນເສຍຫາຍຍ້ອນດິນເຈື່ອນເປັນບໍລິເວນກວ້າງ

ເຮືອນຫລາຍຫລັງຢູ່ບ້ານທ່າໂພນສັນໄດ້ຮັບຜົນເສຍຫາຍຍ້ອນດິນເຈື່ອນເປັນບໍລິເວນກວ້າງ

Published on

ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ມີເຮືອນປະຊາຊົນ 5 ຫລັງທີ່ຕັ້ງຢູ່ລຽບແຄມແມ່ນໍ້າຂອງເຂດບ້ານທ່າໂພນສັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຮັບຜົນກະທົບເສຍຫາຍຈາກເຫດການດິນເຈື່ອນ, ແຕ່ໂຊກດີໄພທໍາມະຊາດຄັ້ງບໍ່ມີຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ,ໂດຍເຫດການດັ່ງກ່າວເກີດຂຶ້ນ​ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 11 ຕຸລານີ້,ພາຍຫລັງມີສະພາບ​ຝົນ​ຕົກ​ໜັກຕິດຕໍ່ຫລາຍວັນ, ເຮັດໃຫ້​ປະລິມານນ້ຳໃນບັນດາ ສາຂາແມ່ນໍ້າຂອງໄຫລ​ລົງສູ່ນ້ຳ ຂອງຊ້າລົງ ແລະ ເຮັດໃຫ້ແຄມຝັ່ງນໍ້າຂອງຖືກກັດເຊາະຫລາຍບ່ອນ, ໂດຍສະເພາະຈຸດບ້ານທ່າໂພນສັນ ມີດິນເຈື່ອນລົງສູ່ແມ່ນ້ຳຂອງຍາວປະມານ 70 ແມັດ ແລະ ສົ່ງຜົນເຮັດໃຫ້ເຮືອນປະຊາຊົນໄດ້ຮັບຜົນກະທົບເສຍຫາຍຄືດັ່ງກ່າວ, ປັດຈຸບັນອຳນາດການປົກຄອງທ້ອງຖິ່ນ, ໄດ້ລະດົມກຳລັງຈາກຫລາຍພາກສ່ວນເຂົ້າມາຊ່ວຍ​ເກັບກູ້ຊັບສິນທີ່ຍັງເຫລືອຂອງຄອບຄົວທີ່ຖືກຜົນກະທົບໄປໄວ້ບ່ອນປອດໄພແລ້ວ. ສຳລັບຄອບຄົວທີ່ຖືກເສຍຫາຍ ແລະ ຄອບຄົວທີ່ຢູ່ຕາມແຄມແມ່ນ້ຳຂອງຈໍານວນໜຶ່ງ, ໄດ້ພາກັນຍົກຍ້າຍໄປພັກເຊົາຊົ່ວຄາວຢູ່ໂຮງຮຽນຂອງ

ບ້ານ ແລະ ຍາດພີ່ນ້ອງແລ້ວ ແລະ ​​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ ດຣ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ພ້ອມຄະນະ, ໄດ້ລົງກວດກາໃຫ້ກຳ ລັງໃຈຄອບຄົວຜູ້ໄດ້ຮັບຜົນກະທົບ, ພ້ອມມອບເງິນຊ່ວຍເຫລືອເບົາເທົາທຸກເບືອງຕົ້ນຄອບຄົວລະ 1 ລ້ານກີບ. ຂະນະດຽວກັນ, ໄດ້ເນັ້ນໃຫ້ອຳນາດການປົກຄອງທ້ອງຖິ່ນເອົາ​ໃຈ​ໃສ່​ເຝົ້າ​ລະວັງຕິດຕາມ​ຢ່າງໃກ້ຊິດ​ຕໍ່ກັບ​ສະພາບການ​ທີ່ເກີດຂຶ້ນເພື່ອລາຍງານໃຫ້ແຂວງຮັບຊາບ ແລະ ສາມາດແກ້ໄຂບັນຫາໄດ້ທ່ວງທັນ.

ທີ່ມາ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...