spot_img
Homeວິທະຍາສາດ-ວິທະຍາການສາມາດປູກຖ່າຍອະໄວຍະວະຂອງໝູສູ່ຮ່າງກາຍມະນຸດໄດ້ແລ້ວ

ສາມາດປູກຖ່າຍອະໄວຍະວະຂອງໝູສູ່ຮ່າງກາຍມະນຸດໄດ້ແລ້ວ

Published on

ສາດສະ​ດາ​ຈານ George Church ແລະ​ທີມ​ງານ ໃຊ້​ວິທີ​ການ​ທີ່​ເອີ້ນວ່າ “Crispr” ເພື່ອ​ປັບ​ປ່ຽນ​ໂຄງ​ສ້າງ​ຂອງ​ເຊລ໌​ຮ່າງກາຍ​ໝູ ໃຫ້​ມີ​ຄວາມ​ເໝາະ​ສົມ​ສຳລັບ​ຮ່າງກາຍ​ຂອງ​ມະນຸດ

ໃນ​ໄລຍະທຳອິດ​ຂອງ​ການ​ວິ​ໄຈ​ໃນ​ເທື່ອ​ນີ້ ເພື່ອ​ແກ້​ໄຂ​ບັນຫາ​ກ່ຽວກັບ​ການ​ຕໍ່​ຕ້ານ​ແລະ​ການ​ຕິດ​ເຊື້ອ​ທີ່​ເກີດ​ຈາກ​ໄວ​ຣັດ​ຊຶ່ງ​ຝັງ​ຢູ່ໃນ DNA ຂອງ​ໝູ ຫລາຍ​ປີ​ທີ່​ຜ່ານ​ໄປ​ສຳລັບ​ງານ​ວິ​ໄຈ ເຮັດໃຫ້​ພົບ​ວ່າ​ໝູ​ທີ່​ໄດ້ຮັບ​ການ​ດັດ​ແປງ​ພັນ​ທຸ​ກຳ ມີ​ອະໄວຍະວະ​ທີ່​ເໝາະ​ສົມ​ກັບ​ມະນຸດ​ຫລາຍ​ຂຶ້ນ ຊຶ່ງ​ອາດ​ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ໃຫ້​ກັບ​ການ​ແກ້​ບັນຫາ​ຂາດ​ແຄນ​ຜູ້​ບໍລິຈາກ​ອະໄວຍະວະ​ໄດ້

environmental-impact-disposal-waste-large-scale-pig-production

“Crispr” ເປັນ​ວິທີ​ການ​ທາງ​ວິທະຍາ​ສາດ​ທີ່​ຂ້ອນ​ຂ້າງ​ໃໝ່ ຊຶ່ງ​ຊ່ວຍ​ໃຫ້​ນັກ​ວິທະຍາ​ສາດ​ສາມາດ​ຕັດ​ແຕ່ງ​ແລະ​ຫລິ້ນ​ກັບ DNA ຊຶ່ງ​ເປັນ​ລະ​ຫັດ​ຂອງ​ຊີວິດ​ໄດ້ ໃນ​ຕອນ​ທຳອິດ​ສາດ​ສະດາ​ຈານ Church ຈາກ​ມະຫາ​ວິທະຍາ​ໄລ​ຮາ​ວາ​ດ ໄດ້​ໃຊ້​ມັນ​ເພື່ອ​ຢຸດ​ຣີ​ໂຊ​ໄວ​ຣັດ (Retrovirus) ເຊັ່ນ​ພະຍາດ​ໄຂ້​ຫວັດ​ໝູ ອັນ​ເກີດ​ໄດ້​ຈາກ​ການ​ຖ່າຍ​ທອດ DNA ຂອງ​ໝູ ຜົນ​ການ​ທົດລອງ​ໃນ​ແລັບ ພົບ​ວ່າ​ໄວ​ຣັດ​ຊະນິດ​ນີ້​ສາມາດ​ເກີດ​ຂຶ້ນ​ໃນ​ປະຕິ​ກິ​ລິ​ຍາ​ລະຫວ່າງ​ເຊລ໌​ຂອງ​ໝູ​ກັບ​ເຊລ໌​ຂອງ​ມະນຸດ​ໄດ້

ໃນ​ການ​ທົດສອບໄລຍະທຳອິດ​ທີ່​ໃຊ້​ໝູອ່ອນ ສາດ​ສະດາ​ຈານ Church ສາມາດ​ກຳຈັດ​ຣີ​ໂຊ​ໄວ​ຣັດ 62 ຕົວ​ຢ່າງ​ຂອງ​ໃນ​ເຊລ໌​ໝູ​ໄດ້​ດ້ວຍ​ວິທີ​ການ Crispr ຈາກ​ນັ້ນ​ພວກເຂົາ​ຈຶ່ງ​ກວດ​ສອບ​ເຊລ໌​ຂອງ​ໝູ​ທີ່​ໄດ້ຮັບ​ການ​ຕັດ​ແຕ່ງ​ພັນ​ທຸ​ກຳ​ດ້ວຍ​ວິທີ​ການ​ດັ່ງ​ກ່າວ ວ່າ​ຈະ​ເຮັດໃຫ້​ເກີດ​ພະຍາດ​ໄຂ້​ຫວັດ​ໝູ ຫລື​ປະຕິ​ກິ​ລິ​ຍາ​ຕໍ່​ຕ້ານ​ເພື່ອ​ພົບ​ເຊລ໌​ມະນຸດ​ຫລື​ບໍ່ ແລະ​ພົບ​ວ່າ​ບໍ່​ເກີດ​ປະຕິ​ກິ​ລິ​ຍາ​ຕໍ່​ຕ້ານ​ໃດໆ ລະຫວ່າງ​ເຊລ໌​ໝູ​ແລະ​ເຊລ໌​ມະນຸດ ຢ່າງໃດ​ກໍ​ຕາມ ຍັງ​ພົບ​ໂອ​ກາດ​ການ​ແພ່​ເຊື້ອ​ຢູ່​ນຳ​ເລັກໜ້ອຍ

ສາດ​ສະດາ​ຈານຍ໌ Church ກ່າວ​ວ່າ​ມັນ​ເປັນ​ຈຸດ​ເລີ່ມ​ຕົ້ນ​ອັນ​ດີ​ສຳລັບ​ການ​ຄົ້ນ​ພົບ​ວິທີ​ການ​ນຳ​ອະໄວຍະວະ​ຂອງ​ສັດ​ເຂົ້າ​ມາ​ໃສ່​ໃນ​ມະນຸດ​ໄດ້​ໂດຍ​ບໍ່​ມີ​ປະຕິ​ກິ​ລິ​ຍາ​ຕໍ່​ຕ້ານ ຊຶ່ງ​ທາງ​ການ​ແພດ​ເອີ້ນວ່າ ການ​ປູກ​ຖ່າຍ​ອະໄວຍະວະ (xenotransplantation) ແລະ​ພວກເຂົາ​ຍັງ​ບອກ​ອີກວ່າ

“ຕອນ​ນີ້​ເຮົາ​ມາ​ເຖິງ​ໃນ​ຈຸດ​ທີ່​ໜ້າ​ອັດສະຈັນຫລາຍ​ສອງ​ຈຸດ ຈຸດ​ທຳອິດ​ຄື​ການ​ໄດ້​ບັນ​ທຶ​ກວ່າ​ວິທີ​ການ Crispr ຫລື​ການ​ດັດ​ແປງ​ພັນ​ທຸ​ກຳ​ຂອງ​ສັດ​ອື່ນໆ ນັ້ນ ໄດ້​ແກ້​ບັນຫາ​ທີ່ເກີດຂື້ນ​ໃນ​ການ​ປູກ​ຖ່າຍ​ອະໄວຍະວະ​ຈາກ​ສັດ​ທີ່ເກີດຂື້ນ​ມາ​ຕະຫລອດ​ໄດ້​ແລ້ວ ແລະ​ເຮົາ​ສາມາດ​ຈັດການ​ກັບ​ລະບົບ​ພູ​ມຄຸ້ມ​ກັນ​ຕ່າງໆ ໃນ​ຮ່າງກາຍ​ສິ່ງ​ມີ​ຊີວິດ​ໄດ້ ສອງ​ຈຸດ​ນີ້​ເຮັດໃຫ້​ເຮົາ​ພົບ​ເສັ້ນ​ທາງ​ທີ່​ຊັດເຈນ​ໃນ​ການ​ກຳຈັດ​ເບື້ອງ​ຫລັງ​ຂອງ​ການ​ເກີດ​ໄວ​ຣັດ​ທັງ​ຫລາຍ”

ດຣ. Sarah Chan ຜູ້​ຊ່ຽວຊານ​ຈາກ​ມະຫາ​ວິທະຍາ​ໄລ​ເອ​ດິນ​ເບີ​ກ ກ່າວ​ວ່າ “ແມ່ນ​ວິທີ​ການ​ທີ່​ຖືກ​ຫລັກ​ການ​ແລະ​ປອດ​ໄພ​ຈະ​ຖືກ​ເຜີຍແຜ່​ອອກ​ໄປ​ແລ້ວ ເຮົາ​ກໍ​ຍັງ​ລະ​ວັງ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ໃນ​ທາງ​ວັດທະນະທຳ ແລະ​ຜົນ​ກະທົບ​ທາງ​ດ້ານ​ສັງຄົມ​ຢູ່ ວ່າ​ທົ່ວ​ໂລກ​ຈະ​ຍອມ​ຮັບ​ການ​ປູກ​ຖ່າຍ​ອະໄວຍະວະ​ສັດ​ລົງ​ໄປ​ໃນ​ຮ່າງກາຍ​ຂອງ​ມະນຸດ​ໄດ້​ຫລື​ບໍ່”

“ຢ່າງໃດ​ກໍ​ຕາມ ຜົນ​ການ​ຄົ້ນ​ພົບ​ນີ້​ມີ​ຄຸນຄ່າ​ຢ່າງ​ຍິ່ງ ແລະ​ເປັນ​ອີກ​ໜຶ່ງ​ຫລັກ​ຖານ​ວ່າ​ການ​ວິ​ໄຈ​ທາງ​ວິທະຍາ​ສາດ​ນັ້ນ ໄດ້​ພັດທະນາ​ໄປ​ອີກ​ກ້າວ​ແລ້ວ”

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...