ທ່ານ ສົມສະຫວາດ ຢ້ຽມຢາມກຳປູເຈຍ ຊີ້ແຈງແຜນກໍ່ສ້າງ ເຂື່ອນນ້ຳຂອງຢູ່ດອນສະໂຮງ!

Untitled.09.10.2

ຂປລ. ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ກົມ​ການ​ເມືອງ​ ​ໃຫ້​ຕາງໜ້າສູນ​ກາງ​ພັກ ​ແລະ ລັດຖະບານ ​ແຫ່ງ ສປປ ລາວ, ທ່ານ​ ສົມ​ສະຫວາດ ​ເລັ່ງສະຫວັດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ລາວ ​ເຊິ່ງປະກອບ​ດ້ວຍ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ພ້ອມ​ດ້ວຍ​ພະນັກງານ​ການ​ນຳ​ຂັ້ນກົມ ຈາກ​ຂະ​ແໜງ​ການ​ກ່ຽວຂ້ອງ​ຈຳນວນ​ໜຶ່ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ລາຊະ​ອານາຈັກ​ກຳປູ​ເຈຍ ​ແຕ່​ວັນ​ທີ 4-7 ຕຸລາ 2015.

ຈຸດປະສົງຕົ້ນຕໍ ​ຂອງ​ການ​ໄປ​ຢ້ຽມຢາມ​ເຮັດ​ວຽກ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແຈ້ງ​ໃຫ້ລັດຖະບານລາຊະອານາຈັກ ​ກຳປູ​ເຈຍ ຊາບກ່ຽວ​ກັບ ແຜນການ​ພັດທະນາ​ໂຄງການ​ໄຟຟ້າ​ນ້ຳຕົກ​ດອນ​ສະ​ໂຮງ ທີ່ແຂວງ​ຈຳ​ປະ​ສັກ ​ເຊິ່ງເປັນ​ໂຄງການ​ໜຶ່ງ ທີ່ມີ​ຄວາມ​ສຳຄັນ​ ໃນ​ແຜນ​ພັດທະນາ​ພະລັງງານ​ໄຟຟ້າ ຂອງ ສປປ ລາວ.  ໃນໄລຍະຢູ່ ຢ້ຽມຢາມກຳປູເຈຍ​ ຄັ້ງ​ນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ, ໄດ້ເຂົ້າຢ້ຽມ​ຄຳນັບ ສົມເດັດ Hun Sen, ນາຍົກລັດຖະມົນຕີ,  ໄດ້ພົບປະເຮັດວຽກກັບ ທ່ານ Hor Namhong, ຮອງ​ນາຍົກ ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ ແຫ່ງລາຊາ​ອະນາ​ຈັກ​ກຳປູ​ເຈຍ, ພ້ອມກັນນັ້ນ ກໍໄດ້ຮັບການຮັບຕ້ອນຈາກ ທ່ານ Sok An, ຮອງນາຍົກລັດຖະມົນຕີກຳປູເຈຍ. ໃນ ​ໂອກາດ​ດັ່ງກ່າວ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ​ໄດ້ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່ການ​ນຳ ​ແລະ ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງຂອງກຳປູ​ເຈຍ ທີ່ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ອຳ​ນວຍ​ຄວາມ​ສະດວກ​ທຸກປະການ ແກ່ການ​ມາ​ຢ້ຽມຢາມ​ເຮັດ​ວຽກ​ໃນ​ຄັ້ງ​ນີ້ ໂດຍ​ໄດ້ສະ​ແດງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ ຂອງພັກ-ລັດ ​ແຫ່ງ ສປປ ລາວ ​ໃນ​ການ​ສືບ​ຕໍ່ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບ ​ແລະ ການ ​ຮ່ວມ​ມືທີ່​ດີ ຖານ​ບ້ານ​ໃກ້​ເຮືອນ​ຄຽງ ລະຫວ່າງ ປະຊາຊົນສອງ​ຊາດ ລາວ-ກຳປູ​ເຈຍ ​ໃຫ້ນັບ​ມື້​ນັບ​ຂະຫຍາຍ​ຕົວ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ. ນອກຈາກ​ນັ້ນ, ທ່ານ ຮອງ​ນາຍົກ ​ສົມສະຫວາດ ເລັ່ງສະຫວັດ, ໄດ້​ແຈ້ງ​​ໃຫ້ການ​ນຳຂອງກຳ​ປູ​ເຈຍຊາບ ​ໂດຍ​ສັງ​ເຂ​ບກ່ຽວ​ກັບ ​ສະພາບ​ເສດຖະກິ​ດ-ສັງຄົມ ​ແລະ ການ​ເມືອງຂອງ ລາວ ​ໃນ​ປະຈຸ​ບັນ ກໍ​ຄືການ​ກຽມພ້ອມ ຂອງ ສປປ ລາວ ​ເພື່ອ​ກ້າວ​ເຂົ້າ​ສູ່​ການ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ໃນ​ທ້າຍ ປີ 2015 ແລະ ການ​ເປັນ​ປະທານອາ​ຊຽນ ຂອງ ສປປລາວ ​ໃນ ປີ 2016. ໃນໂອກາດດຽວກັນນີ້, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ກໍໄດ້ຊີ້​ແຈ້ງ​ໃຫ້ຝ່າຍກຳ​ປູ​ເຈຍ ຊາບວ່າ: ​ເພື່ອ​ສ້າງ​ທຶນຮອນໃຫ້​ແກ່ການ​ພັດທະນາ​ປະ​ເທດ ​ແລະ ນຳ​ເອົາປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ ຈາກ​ສະຖານະ​ພາບ​ປະ​ເທດ​ດ້ອຍ​ພັດທະນາ, ທັງ​ມີ​ພື້ນຖານ​ວັດຖຸເຕັກນິກ ກ້າວ​ຂຶ້ນ​ໄປ​ສູ່​ຄວາມ​ຈະ​ເລີ​ນວັດທະນາ​ນັ້ນ; ພັກ ​ແລະ ລັດຖະບານ​ລາວ​ເຮົາ​ໄດ້ ມີນະ​ໂຍບາຍ​ເສີມ​ຂະຍາຍທ່າ​ແຮງ​ດ້ານ​ຊັບພະຍາກອນນ້ຳ ດ້ວຍ​ການ​ສ້າງ​ເຂື່ອນ​ໄຟຟ້າ ທັງ​ຢູ່ໃນ​ສາຂາ​ແມ່​ນ້ຳຂອງ ​ແລະ ​ໃນ​ລຳ​ນ້ຳຂອງ​ເອງ ​ໂດຍ​ການ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ພາຍ​ໃນ ແລະ ຕ່າງປະ​ເທດ​ດ້ວຍ​ຮູບ​ການ​ຕ່າງໆ ພັກ ແລະ ລັດຖະບານ ໄດ້ກຳນົດ​ຢ່າງ​ຈະ​ແຈ້ງວ່າ ນະ​ໂຍບາຍ​ພະລັງງານ​ແຫ່ງ​ຊາດ ຂອງ ສປປ ລາວ ​ແມ່ນຢຶດຖືເອົາ​ການ​ພັດທະນາ​ໄຟຟ້າ​ແບບ​ຍືນ​ຍົງ, ປອດ​ໄພ, ໜັ້ນຄົງ ເປັນຫລັກ, ດ້ວຍການວ່າຈ້າງ ຜູ້ຊ່ຽວຊານລະດັບສາກົນ ດຳເນີນການສຶກສາສຳຫລວດຂໍ້ມູນດ້ານນ້ຳ ແລະ ດ້ານອື່ນໆ ຢ່າງຮອບຄອບ, ຖືກຫລັກວິທະຍາສາດ, ຮັບປະກັນ ບໍ່ໃຫ້​ສົ່ງ​ຜົນ​ກະທົບຕໍ່ສິ່ງ​ແວດ​ລ້ອມ ​ໂດຍ​ສະ​ເພາະ ຕໍ່ບັນດາ​ປະ​ເທດ ທີ່ຢູ່ລຽບ​ແມ່​ນ້ຳຂອງ ​ລຸ່ມຈາກ​ປະ​ເທດ​ລາວ; ດ້ານ​ໜຶ່ງ​ອີກ ກໍເຄົາລົບ​ນັບຖືິສັນຍາ ​ສະບັບ​ ປີ 1995 ວ່າ​ດ້ວຍ​ການ​ພັດທະນາ ແລະ ຄຸ້ມຄອງອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ.

ບົນ​ຈິດ​ໃຈ​ດັ່ງກ່າວ, ພັກ ​ແລະ​ ລັດຖະບານ​ລາວ​ ​ໄດ້ສົ່ງ​ເສີມ​ນັກທຸລະກິດ ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ ລົງທຶນ ເຂົ້າ​ໃສ່ການ​ພັດທະນາ​ເຂື່ອນ​ໄຟຟ້າ​ຂະໜາດ​ກາງ ​ແລະ ​ຂະໜາດ​ໃຫຍ່ ເຊິ່ງມາ​ຮອດ​ປະຈຸ​ບັນ ມີ 11 ເຂື່ອນ ໄດ້ດຳ​ເນີນ​ການ​ຜະລິດ​ແລ້ວ ​ເປັນ​ຕົ້ນໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ 2, ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ​ຫີນ​ບູນ ເຊິ່ງ​ແມ່ນໂຄງການ​ພັດ ທະນາ ​ຂອງ​ພາກ​ເອກະ​ຊົນ​ຕ່າງປະ​ເທດ​ຮ່ວມ​ກັບ ລັດຖະບານ​ລາວ ທີ່ ປະສົບ​ຜົນ​ສຳ​ເລັດ​ສູງ ​ໂດຍ​ບໍ່​ພຽງ​ແຕ່ສາມາດ​ຜະລິດ​ໄຟຟ້າ​ອອກ​ຂາຍ, ​ແຕ່ຍັງ​ເປັນ​ຕົວ​ແບບ​ທີ່​ດີ​ຫລາຍດ້ານ ​ເຊິ່ງວົງ​ຄະນາ​ຍາດ​ສາກົນ ແລະ ສະ​ຖາ​ບັນ​ການ​ເງິນ​ສາກົນ ໄດ້ໃຫ້ການຍ້ອງຍໍ ວ່າ​ເປັນ​ຕົວ​ແບບລະດັບ​ໂລກ​​ໃນ​ການ​ສ້າງ​ເຂື່ອນ​ໄຟ້ຟ້າ​ນ້ຳຕົກ ທີ່​ເປັນ​ມິດ​ຕໍ່ສິ່ງ​ແວດ​ລ້ອມຢ່າງ​ແທ້​ຈິງ.  ນອກ​ນັ້ນ, ຍັງ​ມີອີກ 12 ເຂື່ອນ ກຳລັງ​ດຳ​ເນີນ​ການ​ກໍ່ສ້າງ ​ແລະ ມີ 29 ໂຄງການ ທີ່​ມີແຜນ​ຈະ​ກໍ່ສ້າງ​ໃນ​ອະນາຄົດ. ໃນ​ບັນດາ​ເຂື່ອນ​ເຫລົ່ານັ້ນ ແມ່ນມີບໍລິ​ມາດ​ອ່າງ​ເກັບ​ນ້ຳ ທີ່ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ໄຟຟ້າ ( Active Storage ) ລວມກັນ ທັງ ​ໝົດປະມານ 43.959 ລ້ານ ແມັດ​ກ້ອນ ເຊິ​ິ່ງບໍລິ​ມາດ​ດັ່ງກ່າວ ຈະ​ຊ່ວຍ​ບໍລິຫານ​ຈັດການ​ນ້ຳ ໃນ​ລະດູ​ແລ້ງ ​ແລະ ລະດູຝົນ ໃຫ້ເກີດ​ປະ​ໂຫຍ​ດສູງ​ສຸດ ຕໍ່ການ​ຜະລິດ​ໄຟຟ້າ ແລະ  ຕໍ່ການ​ນຳ​ໃຊ້​ເຂົ້າ​ໃນ​ການ​ກະສິກຳ (ຊົນລະປະທານ, ການ​ລ້ຽງ​ສັດ​ນ້ຳ), ການບໍລິໂພກ, ການ​ເດີນ​ເຮືອ ​ແລະ ອຸດສາຫະກຳ​ຕ່າງໆ.

​ ເນື່ອງ​ຈາກ​ວ່າການ​ສ້າງ​ເຂື່ອນ​ໄຟຟ້າ ຢູ່​ສາຂາ​ແມ່ນໍ້າຂອງກໍ​ຈະ​ໝົດ​ແລ້ວ, ລັດຖະບານ​ລາວ​ຈຶ່ງ​ໄດ້​ມີ​ນະ​ໂຍບາຍ​ສ້າງ​ເຂື່ອນ​ໄຟຟ້າ ຢູ່​ຕາມ​ລຳ​ແມ່ນ້ຳຂອງ ທີ່ຢູ່​ໃນ​ເຂດ​ແດນ​ອະທິປະ​ໄຕ ຂອງ ສປປ ລາວ ​ໂດຍ​ໄດ້​ເລີ່​ມສ້າງ​ເຂື່ອນ​ໄຟຟ້າ​ແຫ່ງ​ທຳ​ອິດ ຢູ່​ຕາມ​ລຳ​ແມ່ນ້ຳຂອງ​ຈຸດ​ໄຊ​ຍະ​ບູລີ ​ເຊິ່ງການ​ສ້າງ​ເຂື່ອນ​ດັ່ງກ່າວ​ນີ້ ​ແມ່ນ​ໄດ້​ດຳ​ເນີນ​ຕາມ​ຂັ້ນຕອນ ​ແລະ ຂໍ້​ແນະນຳ​ຈາກ​ຄະນະ​ກຳມາທິການ​ແມ່ນ້ຳຂອງ​ສາກົນ (MRC) ​ແລະ ວ່າ​ຈ້າງ​ບໍລິສັດ​ທີ່​ປຶກສາ​ຕ່າງປະ​ເທດ ທີ່​ມີ​ຊື່​ສຽງ​ລະດັບ​ໂລກ ​ເຊັ່ນ: POYRY, CNR. ຜ່ານ​ການ​ຖອດ​ຖອນ​ບົດຮຽນຈາກ​ເຂື່ອນ​ໄຟຟ້າ​ນ້ຳຂອງ ຈຸດ​ໄຊ​ຍະ​ບູລີ, ລັດຖະບານ​ພວກ​ເຮົາ​ຈຶ່ງ​ໄດ້​ຕົກລົງ ​ໃຫ້​ດຳ​ເນີນ​ການ​ກໍ່ສ້າງ​ໂຄງການ​ເຂື່ອນ​ໄຟຟ້ານ້ຳຕົກ​ດອນ​ສະ​ໂຮງ ​ເຊິ່ງມີ​ທີ່​ຕັ້ງຢູ່​ພາກ​ໃຕ້​ສຸດ​ຂອງ​ປະ​ເທດ ທີ່​ແຂວງ​ຈຳປາ​ສັກ. ​ໂຄງການ​ດັ່ງກ່າວ​ແມ່ນ​ມີ​ອັນ​ຄືກັນ ​ແລະ ​ແຕກ​ຕ່າງ​ກັນ ຈາກ​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູລີ. ອັນ​ທີ່​ຄື​ກັນ ​ ແມ່ນ​ທັງ​ສອງ​ເຄື່ອນ​ນີ້ ​ເປັນ​ເຂື່ອນ​ແບບ​ຝາຍ​ນ້ຳລົ້ນ (RUN OF RIVER) ທີ່​ບໍ່​ມີ​ອ່າງ​ເກັບ​ນ້ຳ, ສ່ວນ​ອັນ​ທີ່​ຕ່າງ​ກັນ​ແມ່ນ​ເຂື່ອນ​ໄຟຟ້າ​ຢູ່​ຈຸດ​ໄຊ​ຍະ​ບູລີ ​ແມ່ນ​ກວມ​ເອົາ​ລຳ​ນ້ຳຂອງ​ທັງ​ສອງ​ຝັ່ງ, ສຳລັບ​ເຂື່ອນ​ໄຟຟ້າ​ດອນ​ສະ​ໂຮງ ​ແມ່ນ​ຕັ້ງຢູ່​ຮູ​ສະ​ໂຮງ ​ເຊິ່ງ​ເປັນ​ຮູ​ໜຶ່ງ ​ ໃນ​ຈຳນວນ​ຫລາຍ​ຮູ​ນ້ຳທີ່​ມີ​ຄວາມ​ກວ້າງ​ສະ​ເລຍ​ພຽງ​ 35 ​ແມັດ​ໃນ​ແມ່ນ້ຳຂອງ​ເຂດ​ສີ​ພັນ​ດອນ​ທີ່​ມີ​ຄວາມ​ກວ້າງ​ຫລາຍ​ກິ​ໂລ​ແມັດ. ​ໃນ​ນັ້ນ​ແມ່ນ​ໄດ້​ວ່າ​ຈ້າງ​ບໍລິສັດ​ທີ່​ປຶກສາ​ສາກົນ ທີ່​ມີ​ຊື່​ສຽງ​ລະດັບ​​ໂລກ​ມາ​ຊ່ວຍ​ໃຫ້​ຄຳ​ປຶກສາ ​ແລະ ​ແກ້​ໄຂ​ບັນຫາ​ຕ່າງໆ ທີ່​ຍັງ​ຄົງ​ຄ້າງໃຫ້​ຫລຸດ​ໜ້ອຍ​ຖອຍ​ລົງ​ທີ່​ສຸດ, ສິ່ງ​ສຳຄັນ​ແມ່ນ​ພວກ​ເຮົາ​ໄດ້​ດຳ​ເນີນ​ຕາມ​ຂັ້ນຕອນຂອງ​ສົນທິ ສັນຍາ​ວ່າ​ດ້ວຍ​ການ​ນຳ​ໃຊ້​ແມ່ນ້ຳຂອງ ປີ 1995 ຢ່າງ​ຈິງ​ຈັງ ​ເໝືອນ​ກັບ​ເວລາ​ກະກຽມ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູລີ.

8A7408FE-C966-446D-959F-CE56AA59E7F3_w900_r1_s

​ໃນ​ຕອນ​ທ້າຍ ທ່ານ​ຮອງ​ນາຍົກ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ຢືນຢັນ​ຢ່າງ​ໜຽວ​ແໜ້ນ​ວ່າ ລັດຖະບານ​ລາວ ຈະ​ບໍ່​ກະທຳ​ສິ່ງ​ໃດ​ທີ່​ເປັນ​ການ​ເອົາ​ປຽບ ຫລື ນຳ ​ເອົາ​ຜົນ​ເສຍ​ຫາຍ​ມາສູ່​ປະ​ເທດ​ເພື່ອນ​ບ້ານ​ຢ່າງ​ເດັດຂາດ, ພ້ອມ​ກັນນັ້ນກໍ​ຈະ​ສ້າງ​ເຂື່ອນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ຮັບປະກັນ​ຄວາມ​ເປີດ​ເຜີຍ, ​ໂປ່​ງ​​​ໃສ, ຍິນ​ດີ​ໃຫ້​ຂໍ້​ມູນ​ຂ່າວສານ ​ແກ່​ບັນດາ​ປະ​ເທດ ​ແລະ ອົງການ ກໍ​ຄື​ທຸກ​ຄົນ​ທີ່​ສົນ​ໃຈ.

ຜ່ານ ​ການຮັບຟັງການແຈ້ງຂ່າວ ຈາກທ່ານ ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ແລ້ວການນຳຂັ້ນສູງຂອງກຳປູເຈຍ ກໍໄດ້ມີ ຄຳເຫັນວ່າ: ລັດຖະບານລາຊາອະນາຈັກກໍາປູເຈຍ ບໍ່ມີຈຸດປະສົງທີ່ຈະໄປກົດໜ່ວງການພັດທະນາຂອງລາວ ແລະ ຖືວ່າການສ້າງເຂື່ອນໄຟຟ້າດ່ັງກ່າວ ແມ່ນຂຶ້ນກັບອະທິປະໄຕຂອງປະເທດລາວ, ພຽງແຕ່ສະເໜີລັດຖະບານລາວເອົາໃຈໃສ່ການພັດທະນາດັ່ງກ່າວ ໃຫ້ມີຄວາມຍືນຍົງ ແລະ ມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໃຫ້ໜ້ອຍທີ່ສຸດ, ພ້ອມກັນນັ້ນ ກໍໃຫ້ແລກປ່ຽນຂໍ້ມູນຂ່່າວສານເປັນປົກກະຕິ ລະຫວ່າງ 2 ຝ່າຍ ເພື່ອຊີ້ແຈງອະທິບາຍ ໃຫ້ສາທາລະນະຊົນ ມີຄວາມຮັບຮູ້ເປັນເອກະພາບກັນ.

ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ, ໄດ້ນຳພາຄະນະຜູ້ແທນ ເດີນທາງກັບຄືນເຖິງນະຄອນຫລວງວຽງຈັນ ໃນຕອນຄ່ຳຂອງວັນທີ 7 ຕຸລາ 2015.

 

ແຫລ່ງຂ່າວ:

ຂປລ