spot_img
Homeຂ່າວການສຶກສານໍເວ ສົນໃຈຊ່ວຍຍົກລະດັບ ຫຼັກສູດການສຶກສາລາວ ໃຫ້ທຽບເທົ່າສາກົນ

ນໍເວ ສົນໃຈຊ່ວຍຍົກລະດັບ ຫຼັກສູດການສຶກສາລາວ ໃຫ້ທຽບເທົ່າສາກົນ

Published on

ປະ­ຈຸ​ບັນການ​ສຶກ​ສາໃນລາວ ແມ່ນ​ເປັນ​ການ​ສຶກ​ສາ​ທີ່​ມີລະ­ບົບ​ພາຍ​ໃຕ້​ການ​ຊີ້​ນຳ ແລະ ​ຮັບຜິດ​ຊອບ​ຂອງ​ກະ­ຊວງ​ສຶກ​ສາ​ທິການ ແລະ​ ກິ­ລາ, ເພ​ື່ີອ​ໃຫ້­ການ​ສຶກສາ​ລາວ​ກ້າວ​ກະໂດດ​ຂັ້ນ ແລະ ​ທັນສະ­ໄໝ​ຂຶ້ນ ທາງ​ລັດ­ຖະ­ບານ​ນໍ​ເວ ຈື່ງສົນໃຈທີ່ຈະໃຫ້ຄວາມຊ່ວຍເຫຼືອໃນການຍົກລະດັບການສຶກສາຂອງເພື່ອ​ໃຫ້​ທຽບ​ເທົ່າ​ສາ­ກົນ.

ໃນ​ວັນ​ທີ 6 ກັນ­ຍາ ທີ່​ຜ່ານ​ມາ ທ່ານ ສຈ ຢັນ​ສ​ຕິນ ຜູ່​ຊ່ຽວ­ຊານ ນັກ​ຂ່າວ​ຈາກ​ປະ­ເທດ​ນໍ​ເວ ໄດ້​ຈັດກອງ​ປະ­ຊຸມ​ພົບ​ປະ​ແລກ­ປ່ຽນ​ຄວາມຄິດ​ເຫັນ​ຂຶ້ນ​ທີ່​ສະ­ມາ­ຄົມ​ນັກ​ຂ່າວແຫ່ງ​ປະ­ເທດ​ລາວ​ກ່ຽວ​ກັບ​ການ ນຳ​ເອົາ​ຂ່າວ​ໂທລະ­ພາບ, ຂ່າວ​ວາລະ​ສານ, ຂ່າວ​ໜັງ­ສື­ພິມ ແລະ​ ຂ່າວຕ່າງໆ ເພີ່ມ​ເຂົ້າ​ໃນ​ການ​ສຶກ​ສາ ຜ່ານ​ທາງ​ລະ­ບົບ​ໂຊ​ຊ້ຽວ​ມີ​ເດຍ (social media) ແລະ​ ລະ­ບົບການ​ສຶກ​ສາ​ຂອງ​ລາວ ໂດຍ​ມີ​ຄະນະ​ບັນ­ນາ­ທິ­ການ ແລະ ​ນັກ​ຂ່າວຈາກ​ສື່​ຕ່າງໆ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມໃນຄັ້ງ​ນີ້ ແມ່ນ​ເພື່ອ​ຄົ້ນ­ຄວ້າ​ແລກ­ປ່ຽນຄວາມ​ຄິດ​ເຫັນ​ວິ­ທີ​ການ​ທີ່​ຈະ​ນຳເອົາ​ຫຼັກ­ສູດ​ດັ່ງ­ກ່າວ​ເຂົ້າ​ໃນ​ການ​ສຶກສາ ເພື່ອ​ເປັນ​ການ​ດຶງ​ດູດ​ຄວາມ​ສົນໃຈ​ຂອງ​ນັກ­ຮຽນ-ນັກ​ສຶກ​ສາ​ໂດຍ​ອີງ­ໃສ່​ທ່າ­ແຮງ​ຈາກ​ການ​ຊົມ­ໃຊ້​ລະບົບ​ໂຊ​ຊ້ຽວ​ມີ​ເດຍ ຫຼື ອິນ​ເຕີ​ເນັດ (social media or internet) ເຊີ່ງ​ເປັນ​ການ​ເຂົ້າ​ຫາ​ລະ­ບົບ​ດັ່ງ­ກ່າວ ໄດ້​ຢ່າງ​ວ່ອງ­ໄວ ແລະ ​ທັນ​ການ ເພື່ອເຮັດ​ໃຫ້​ພັດ­ທະ­ນາ​ການ​ສຶກ​ສາ​ຂອງລາວ​ກ້າວໄປ​ສູ່​ຄວາມ​ທັນ​ສະ­ໄໝ ແລະ ​ທຽບ​ເທົ່າກັບ​ສາ­ກົນ.

77535e3d475caea554658904633bd51e_XL

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...