Homeຂ່າວພາຍ​ໃນນັດສຸດທ້າຍເກັບໄດ້ 3 ຄະແນນແຕ່ບໍ່ໄດ້ເຂົ້າຮອບໃນບານເຕະ U-19

ນັດສຸດທ້າຍເກັບໄດ້ 3 ຄະແນນແຕ່ບໍ່ໄດ້ເຂົ້າຮອບໃນບານເຕະ U-19

Published on

ປິດສາກລົງເປັນທີ່ຮຽບຮ້ອຍແລ້ວສຳລັບການແຂ່ງຂັນບານເຕະ AFC U-19 Championship qualification ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບໃນຮອບແບ່ງກຸ່ມ ເລີ່ມແຕ່ວັນທີ 2-6 ຕຸລາ 2015 ນີ້ ເຊີ່ງທີມຊາດລາວເຮົາຢູ່ໃນກຸ່ມ J ມີ ທີມຊາດ ຢີ່ປຸ່ນ, ທີມຊາດ ອົດສະຕາລີ, ທີມຊາດ ຟິລິບປິນ ; ໃນນັ້ນການລົງແຂ່ງຂັນ 3 ນັດ ທີມຊາດລາວເຮົາ ຊະນະ 1 ນັດ ແລະ ເສຍ 2 ນັດ ນັດທີ 1 ເສຍໃຫ້ທີມຊາດຢີ່ປຸ່ນ 0-2 ປະຕູ, ນັດທີ​ 2 ເສຍໃຫ້ທີມຊາດອົດສະຕາລີ 0-2, ນັດທີ 3 ເອົາຊະນະທີມຊາດຟິລິບປິນ 2-1 ປະຕູ ລາວເຮົາຍາດມາໄດ້ພຽງອັນດັບທີ 3 ຂອງກຸ່ມ (ຕົກຮອບ) ສ່ວນວ່າອັບດັບ​ທີ 1 ແມ່ນທີມຊາດ ຢີ່ປຸ່ນ(ເຂົ້າຮອບ), ອັນດັບທີ 2 ແມ່ນທີມຊາດ ອົດສະຕາລີ (ເຂົ້າຮອບ), ອັນດັບທີ 3 ແມ່ນທີມຊາດລາວ (ຕົກຮອບ) ແລະ ອັນດັບທີ 4​ ທີມຊາດຟິລິບປິນ (ຕົກຮອບ)
ເຖິງຢ່າງໃດກໍ່ຕາມການແຂ່ງຂັນໃນຄັ້ງນີ້ແມ່ນສ້າງບົດຮຽນແລະປະສົບການໃຫ້ກັບທີມຊາດລາວຢ່າງຫຼວງຫຼາຍເພາະເຮົາສາມາດສັງເກດຈາກລູກເສຍປະຕູໃຫ້ກັບທີມອັນດັບຕົ້ນໆຂອງທະວີບອາຊີບໍ່ຫຼາຍຈົນເກີນໄປ ແລະ ຍັງຕ້ອງມີຂໍ້ປັບປຸງແກ້ໄຂຫຼາຍໆຈຸດທີ່ຄູເຝິກຕ້ອງໄດ້ເບີ່ງຄືນຕື່ມເພື່ອແກ້ໄຂໃນການແຂ່ງຂັນຄັ້ງຕໍ່ໄປ

12119141_1024543850899885_5119695674221958724_n

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...