Homeຂ່າວພາຍ​ໃນອາເຊນອລ ຍິງຖະຫຼົ່ມ ແມນຢູ ມຸ່ນອຸ້ຍປຸ້ຍ 3-0 ປະຕູ

ອາເຊນອລ ຍິງຖະຫຼົ່ມ ແມນຢູ ມຸ່ນອຸ້ຍປຸ້ຍ 3-0 ປະຕູ

Published on

ການ​ແຂ່ງ­ຂັນ​ບານເຕະ ພຣີ​ເມຍ​ລີກ ອັງ­ກິດ ນັດ​ທີ 8 ຂອງ​ລະ­ດູ​ການ 2015-2016 ເມື່ອ​ວັນ​ທີ 4 ຕຸ­ລາ 2015 ທີ່ຜ່ານ​ມາ​ ເກມ​ທີ່​ໝ້າ​ສົນ­ໃຈ ຢູ​ທີ່​ບິ໊ກ​ແມ໊ດ ລະ­ຫວ່າງ​ສະໂມ­ສອນ ອາ​ເຊນ​ອລ ທີມ​ອັນ​ດັບ 4 ເປີດ​ສະ​ໝາມ ເອ​ມິ​ເຣ​ສ ສະເຕດຽມ ຕ້ອນ­ຮັບ​ການ​ມາ​ຢາມ​ຂອງ​ສະ­ໂມ­ສອນ ແມນ​ເຊ​ັສ​ເຕີ ຢູ​ໄນ​ເຕັດ ທີມ​ນຳ​ຂອງ​ຕາ­ຕະ­ລາງ.

ຜ່ານ​ການ​ແຂ່ງ­ຂັນ​ປະ­ກົດ​ວ່າ ອາ​ເຊນ​ອລ ເປັນ​ຝ່າຍ​ເອົາ​ຊະ­ນະ ແມນ​ຢູ ໄປ​ແບບ​ຂາດ​ລອຍ 3-0 ປະ­ຕູ ໂດຍ​ເຈົ້າ​ຖິ່ນ​ໄດ້ 2 ປະ­ຕູ​ຈາກ ອະ​ເລັກ​ຊິ​ສ ຊານ​ເຊ ນັກ​ເຕະ​ຕົວ​ສຳ­ຄັນ​ທີມ​ຊາດ ຊີ​ລີ ໃນ​ນາ­ທີ 6, 19 ແລະ ເມ​ຊຸສ ໂອ​ຊິ​ລ ໃນນາ­ທີ 7 ຊະ­ນະ​ນັດ​ນີ້ ສົ່ງ​ຜົນ​ໃຫ້ ອາ​ເຊນ​ອລ ເກັບ​ເພີ່ມ 16 ຄະ­ແນນ​ເທົ່າ​ກັບ ແມນ​ຢູ ແຕ່​ປະ­ຕູ​ໄດ້​ເສຍ​ດີ​ກວ່າ ຫຍັບ​ຂື້ນ​ອັນ​ດັບ 2 ສ່ວນ ແມນ​ຢູ ຫຍັບ​ລົງ​ມາ​ຢູ່​ອັນ​ດັບ 3 ຂອງ​ຕາ­ຕະ­ລາງ.

ab62275605c41a191b9e46f582304ada_XL

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...