Homeວິທະຍາສາດ-ວິທະຍາການພູເຂົາໄຟທີ່ຖືກລືມໃນອິນໂດນີເຊຍ ໄພຂອງໂລກທີ່ອາດເກີດຂຶ້ນໄດ້ທຸກຍາມ

ພູເຂົາໄຟທີ່ຖືກລືມໃນອິນໂດນີເຊຍ ໄພຂອງໂລກທີ່ອາດເກີດຂຶ້ນໄດ້ທຸກຍາມ

Published on

volcanoe

ໜຶ່ງ​ໃນ​ບັນດາ​ໄພ​​ທີ່​ຖືກ​ເຝົ້າ​ສັງເກດ​ເປັນ​ພິເສດ​ຂອງ​ໂລກ ຄື​ການ​ລະ​ເບີດ​ຂອງ​ພູເຂົາ​ໄຟ ແລະ ​ພູເຂົາ​ໄຟ​ທີ່​ຖືກສັງເກດຫລາຍ​ທີ່ສຸດ​ນັ້ນ​ຄື “ມະຫາ​ພູເຂົາ​ໄຟ​ເຍນ​ໂລ່​ສະ​ໂຕນ” (YellowstoneSupervolcano ) ໃນ​ປະເທດ​ສະ​ຫາລັດ​ອາເມ​ຣິກາ ແຕ່​ຢ່າງໃດ​ກໍ​ຕາມ ນັ້ນ​ເປັນພຽງ​ແຕ່ໜຶ່ງ​ໃນ​ບັນດາ​ພູເຂົາ​ໄຟ​ຈຳນວນ​ຫລາຍ​ເທິງ​ໂລກ​ນີ້​ເທົ່າ​ນັ້ນ

ມະຫາ​ພູເຂົາ​ໄຟ​ໂຕ​ບາ (Lake Toba Supervolcano) ໃນ​ເກາະ​ສຸ​ມາດຕາ ປະເທດ​ອິນ​ໂດ​ນີ​ເຊຍ ແມ່ນ​ບໍ່​ຖືກ​ກ່າວເຖິງ​ເທົ່າ​ພູເຂົາໄຟ​ເຍນ​ໂລ່​ສະ​ໂຕນ ແຕ່​ຄາດ​​ກັນ​ວ່າ​ການ​ລະ​ເບີດ​ຂອງ​ມັນ​ເມື່ອ 25,000,000 ປີ ແລະ 74,000 ປີ​ກ່ອນ ຄວາມ​ເສຍ​ຫາຍ​ຈາກ​​ພູເຂົາ​ໄຟ​ ແລະ​ ລາ​ວາ​ຂອງ​ມັນ​ປົກ​ຄຸມ​ພື້ນ​ດິນ​ ແລະ​ ຊັ້ນ​ບັນ​ຍາ​ກາດ​ປະ​ມານ 2,800 ​ກິ​ໂລ​ແມັດ ຫລາຍກວ່າ​ການ​ລະ​ເບີດ​ເທື່ອ​ສຸດ​ທ້າຍ​ຂອງ​​ພູເຂົາ​ໄຟ​ເຍນ​ໂລ່​ສະ​ໂຕນ​ເຖິງ​12 ເທົ່າ ​ມັນ​ຍັງມີ​ແນວ​ໂນ້ມ​ຈະ​ລະ​ເບີດ​ອີກ​ເທື່ອ​ຢູ່​ຕະຫລອດ​ເວລາ

ຄາດ​ວ່າ​ຫາກ​ມັນ​ລະ​ເບີດ​ອີກ​ເທື່ອ ​ພູເຂົາ​ໄຟ​ ແລະ​ ແກັສຊັນ​ເຟີໄດອອກໄຊ​ສ າມາດ​ທຳລາຍ​ສະພາບ​ອາ​ກາດ​ຂອງ​ໂລກ​ໄດ້ ທີ່​ຕັ້ງ​ຂອງ​ມັນ​ໃນ​ປະຈຸບັນ​ມີ​ປະຊາກອນ​ອາໄສ​ຢູ່​ບໍ່​ໜ້ອຍ ຫາກ​ມັນ​ລະ​ເບີດ​ຂຶ້ນ​ມາ ອາດ​ເຮັດໃຫ້​ມີ​ຜູ້​ເສຍຊີວິດ​ໄດ້​ເຖິງ​ຫ້າ​ສິບ​ລ້ານ​ຄົນ ແລະ​ ຈະ​ເຮັດໃຫ້​ເກີດ​ຄື້ນ​ສຶ​ນາ​ມິ​ຂຶ້ນ​ໃນ​ມະຫາ​ທະເລ​ອິນ​ເດຍ​ທີ່​ຫ່າງ​ໄກ​ອອກ​ໄປ​ 40 ກິ​ໂລ​ແມັດ

image-20151001-29607-1ismpoi

ແມ່ນ​ທີ່​ຜ່ານມາ​ໂອ​ກາ​ດລະ​ເບີດ​ຂອງ​ມັນ​ຍັງ​ໜ້ອຍ​ກວ່າ​​ພູເຂົາ​ໄຟ​ເຍນ​ໂລ່​ສະ​ໂຕນ​ຢູ່​ຫລາຍ ແຕ່​ວ່າ​ໃນ​ໄລຍະ​ບໍ່ດົນ​ມາ​ນີ້ ມີ​ລາຍ​ງານ​ວ່າ​ຄວາມ​ຮ້ອນ ແລະ ​ແກັສ​ທີ່​ພື້ນ​ຜິ​ວຂອງ​​ພູເຂົາ​ໄຟ​ນີ້​ເລີ່ມ​ເພີ່ມ​ຫລາຍ​ຂຶ້ນ​ຜິດ​ປົກກະຕິ ບາງ​ທີ​ອາດຈະ​ຕື່ນ​ຂຶ້ນ​ມາ​ອີກ​ເທື່ອ​ໃນ​ບໍ່ດົນ​ນີ້​ກໍ​ເປັນ​ໄດ້

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...