spot_img
Homeວິທະຍາສາດ-ວິທະຍາການອຸປະກອນຝັງຕົວໃນສະໝອງຊ່ວຍເຮັດໃຫ້ຄວາມຈຳດີຂຶ້ນ

ອຸປະກອນຝັງຕົວໃນສະໝອງຊ່ວຍເຮັດໃຫ້ຄວາມຈຳດີຂຶ້ນ

Published on

a2743310915ad273832a4c573bebfccd

ພວກ​ເຮົາ​ທັງ​ຫຼາຍ​ທີ່​ມີ​ນິ​ໄສ​​ຂີ້​ລືມ​ນັ້ນ​ອາດຈະ​ໄດ້​ສຳ​ຜັດ​ກັບ​ອຸປະກອນ​ຝັງ​ຕົວ​ໃນ​ສະໝອງ​ທີ່​ສາມາດ​ຊ່ວຍ​ກະຕຸ້ນ​ຄວາມ​ຈື່​ຈຳ​ຂອງ​ເຮົາ​ໄດ້​ຫາກ​ເທກ​ໂນ​ໂລ​ຍີ​ໃໝ່​ຂອງ​ກອງທັບ​ສະ​ຫາລັດ ​ນັ້ນ​ຖືກ​ນຳ​ໄປ​ໃຊ້​ແພ່​​ຫຼາຍ​ຂຶ້ນ ໂດຍ​ອຸປະກອນ​ຝັງ​ຕົວ​ໃນ​ສະໝອງ​ດັ່ງ​ກ່າວ​ນັ້ນ​ໄດ້ຮັບ​ລາຍ​ງານ​ວ່າ “ສະແດງ​ເຖິງ​ຄວາມ​ເປັນ​ໄປ​ໄດ້” ໃນ​ການ​ຊ່ວຍເຫຼືອ​ຜູ້​ຄົົນທີ່​ກຳ​ລັງ​ພະຍາຍາມ​ຂູດ​ຄົ້ນ​ຄວາມ​ຈື່​ຈຳ​ຈາກ​ສ່ວນ​ເລິກ​ທີ່ສຸດ​ໃນ​ຈິດ​ໃຈ​ອອກ​ມາ

The Defence Advanced Research Projects Agency ຫຼື DARPA ນັ້ນ​ມີ​ຄວາມ​ກັງ​ວົນ​ເປັນ​ຫຼັກ​ໃນ​ເລື່ອງ​ການ​ຊ່ວຍເຫຼືອ​ຜູ້​ຄົົນທີ່​ຕ້ອງ​ທໍລະມານ​ກັບ​ການ​ບາດ​ເຈັບ​ທາງ​ສະໝອງ​ຊຳເຮື້ອ​ຫຼາຍກວ່າ​ການ​ທີ່​ຈະ​ຊ່ວຍ​ຄົົນທີ່​ມັກ​ຈະ​ອອກຈາກ​ເຮືອນ​ໂດຍ​ລືມ​ຈັບ​ກະ​ແຈ​ເຮືອນ​ອອກ​ມາ​ນຳ ແຕ່​ເຖິງ​ຢ່າງໃດ​ຂະ​ບວນ​ການ​ດັ່ງ​ກ່າວ​ນັ້ນ​ກໍ​ສາມາດ​ທີ່​ຈະ​ນຳ​ໄປ​ໃຊ້​ໄດ້​ກັບ​ຄົນ​ທັງ​ສອງ​ກຸ່ມ​ຢູ່​ດີ “ທຸກ​ຄົນ​ຕ່າງ​ເຄີຍ​ມີ​ປະສົບການ​ຂອງ​ການ​ມີ​ບັນຫາ​ໃນ​ການ​ຈື່​ຈຳ​ລາຍ​ຊື່​ສິ່ງ​ຂອງ​ຍາວໆ ຫຼື ​ທິດ​ທາງ​ໄປ​ສູ່​ສະຖານ​ທີ່​ບາງ​ແຫ່ງ​ທີ່​ຊັບ​ຊ້ອນ​ກັນ​ມາ​ແລ້ວ” Justin Sanchez ຜູ້​ຈັດການ​ໂຄງ​ການ​ວິ​ໄຈ​ເທື່ອ​ນີ້​ກ່າວ “ມື້​ນີ້​ເຮົາ​ກຳ​ລັງ​ຄົ້ນ​ພົບ​ວ່າ  ເທກ​ໂນ​ໂລ​ຍີ​ທາງ​ດ້ານ​ສະໝອງ​ທີ່​ສາມາດ​ເປັນ​ອຸປະກອນ​ຊະນິດ​ຝັງ​ຕົວ​ໄດ້​ນັ້ນ​ສາມາດ​ຊ່ວຍ​ອຳ​ນວຍ​ຄວາມສະດວກ​ໃຫ້​ສະໝອງ​ສາມາດ​ເຮັດວຽກ​ເຫຼົ່າ​ນີ້​ໄດ້​ມີ​ປະ​ສິດ​ທິ​ພາບ​ຍິ່ງ​ຂຶ້ນ”

ສິ່ງ​ທີ່​ເຮັດໃຫ້​ຂະ​ບວນ​ການ​ໃໝ່​ນີ້​ມີ​ຄວາມ​ແປກ​ໃໝ່​ເປັນ​ຢ່າງ​ຫຼາຍ​ນັ້ນ​ກໍ​ຄື​ວິທີ​ທີ່​ມັນ ‘ອ່ານ’ ຂະ​ບວນ​ການ​ທາງ​ປະສາດ​ຕ່າງໆ ຂອງ​ສະໝອງ ມັນ​ສາມາດ​ເຫັນ​ວ່າ ສະໝອງ​ຂອງ​ເຮົາ​ສ້າງ​ ແລະ​ ເອີ້ນ​ໃຊ້​ຄວາມຈື່ຈຳ​ຕ່າງໆໄດ້ຢ່າງໃດ ໂດຍ Sanchez ບອກວ່າ ທີມ​ຂອງ​ພວກເຂົາ​ນັ້ນ​ກຳ​ລັງ​ເບິ່ງ​ວ່າ​ຕອນໃດ​ຄື​ໄລຍະ​ເວລາ​ທີ່​ດີ​ທີ່ສຸດ​ຂອງ​ສິ່ງ​ກະຕຸ້ນ​ທາງ​ໄຟ​ຟ້າ​ກັນ​ແທ້  ລະຫວ່າງ​​ເວລາ​ທີ່​ຄວາມ​ຈື່​ຈຳ​ກຳ​ລັງ​ຖືກ​ສ້າງ​ຂຶ້ນ  ​ເວລາ​ທີ່​ຄວາມ​ຈື່ຈຳ​ກຳ​ລັງ​ຖືກ​ຂຸດຄົ້ນ  ຫຼື ໄລຍະ​ໃດ​​ໜຶ່ງ​ລະຫວ່າງ​ນັ້ນ

ທາງ​ທີມ​ວິ​ໄຈ​ໄດ້​ວາງ​ແຖບ​ອິ​ເລັກໂທຣ​ນ້ອຍ​ໆ ເທິງ​ພື້ນ​ທີ່​ຕ່າງໆ ຂອງ​ສະໝອງ​ທີ່​ເປັນ​ທີ່​ຮູ້​ກັນ​ວ່າ  ມີ​ສ່ວນ​ຊ່ວຍ​ຕໍ່​ການ​ກໍ່​ຕົວ​ຂອງ​ຄວາມ​ຈຳ​ເຊີງ​ປະ​ກາດ ເຊີ່ງ​ກໍ​ຄື ຄວາມ​ຈຳ​ໄລ​ຍະ​ສັ້ນ​ ແລະ ​ຄວາມ​ຈຳ​ນ້ອຍ​ໆ ຢ່າງ​ເຊັ່ນ ລາຍ​ຊື່ ຄວາມ​​ຈຳ​ກ່ຽວກັບ​ພື້ນ​ທີ່​ ແລະ​ ການ​ຄົ້ນ​ຫາ​ເສັ້ນ​ທາງ ເປັນ​ຕົ້ນ ສຳລັບ​ອາ​ສາ​ສະໝັກ​ທີ່​ເຂົ້າ​ຮ່ວມ​ການ​ວິ​ໄຈ​ໃນ​ເທື່ອ​ນີ້​ນັ້ນ​ພວກເຂົາ​ບໍ່​ໄດ້​ມີ​ບັນຫາ​ທາງ​ດ້ານ​ຄວາມ​ຈຳ​ໂດຍ​ສະເພາະ​ເຈາະ​ຈົ່ງ​ແຕ່​ຢ່າງ​ໃດ ແຕ່​ວ່າ​ພວກ​ເຂົາຈະ​ຕ້ອງ​ເຂົ້າ​ຮັບ​ການ​ຜ່າ​ຕັດ​ສະໝອງ​ອັນ​ເນື່ອງ​ຈາກ​ສາ​ເຫດ​ທາງ​ດ້ານ​ລະບົບ​ປະສາດ​ອື່ນໆ ເຊີ່ງ​ພາຍ​ຫຼັງ​ການ​ທົດສອບ​ກໍ​ພົບ​ວ່າ ຄວາມ​ສາມາດ​ໃນ​ການ​ຂຸດຄົ້ນ​ຄວາມ​ຈື່​ຈຳ​ຂອງ​​ພວກເຂົາ​ນັ້ນ​ດີ​ຍິ່ງ​ຂຶ້ນ​ກວ່າ​ເກົ່າ

ລາຍ​ລະອຽດ​ທັງ​ໝົດ​ຂອງ​ງານ​ວິ​ໄຈ​ເທື່ອ​ນີ້​ໄດ້​ຖືກ​ລະ​ງັບ​ໄວ້​ເນື່ອງ​ຈາກ​ຢູ່ໃນ​ລະຫວ່າງ​ການ​ກວດ​ກາ ​ແລະ​ ການ​ຕີ​ພິມ​ລົງ​ໃນ​ວາລະ​ສານ​ວິທະຍາ​ສາດ ແຕ່​ຜົນ​ລັບ​ບາງຢ່າງ​ກໍ​ໄດ້​ຖືກ​ເປີດ​ເຜີຍ​ອອກ​ມາແດ່​ແລ້ວ “ເຮົາ​ຍັງມີ​ເລື່ອງ​ທີ່​ຕ້ອງ​ຮຽນ​ຮູ້​ອີກ​ຫຼາຍ​ກ່ຽວກັບ​ວິທີ​ການ​ທີ່​ສະໝອງ​ຂອງ​ມະນຸດ​ນັ້ນ​ເຂົ້າ​ລະ​ຫັດ​ຄວາມ​ຈຳ​ເຊີງ​ປະ​ກາດ (Declarative memory) ແຕ່​ການ​ທົດລອງ​ຂັ້ນ​ຕົ້ນ​ນີ້​ກໍ​ໄດ້​ເຮັດໃຫ້​ບາງຢ່າງ​ມີ​ຄວາມ​ຊັດເຈນ​ຫຼາຍ​ຂຶ້ນ​ ແລະ ​ກໍ​ຍັງ​ຊີ້​ໃຫ້​ເຫັນ​ວ່າ​ມີ​ຄວາມ​ເປັນໄປ​ໄດ້​ຢ່າງ​ຫຼາຍ​ທີ່​ເຮົາ​ຈະ​ສາມາດ​ຊ່ວຍເຫຼືອ​ຄົົນທີ່​ມີ​ຄວາມ​ຜິດພາດ​ບາງຢ່າງ​ດ້ານ​ຄວາມ​ຈື່​ຈຳ​ໄດ້” Sanchez ກ່າວ

ນັກ​ວິທະຍາ​ສາດ​ຂອງ DARPA ນັ້ນ​ກໍ​ກຳ​ລັງ​ຊອກ​ຫາ​ວິທີ​ທີ່​ສະໝອງ​ນັ້ນ​ສາມາດ​ຖືກ​ກະຕຸ້ນ​ເພື່ອ​ຊ່ວຍເຫຼືອ​ການ​ຮຽນ​ຮູ້​ນອກ​ຈາກ​ການ​ກະຕຸ້ນ​ການ​ຂຸດຄົ້ນຄວາມ​ຈື່​ຈຳ​ດ້ວຍ​ເຊັ່ນ​ກັນ ເຊີ່ງ​ເຮົາ​ຮູ້​ແລ້ວ​ວ່າ​ການ ‘ຫຼີ້ນ​ຊ້ຳ’ ຄວາມ​ສາມາດ​ບາງຢ່າງ​ໃນ​ສະໝອງ​ຂອງ​ເຮົາ​ນັ້ນ​ສາມາດ​ຊ່ວຍ​ໃຫ້​ເຮົາ​ຮຽນ​ຮູ້​ມັນ​ໄດ້ ແລະ​ ຕໍ່ໄປ​ໃນ​ປີ​ນີ້​ທາ​ງອົງ​ກອນ​ເອງ​ກໍ​ຈະ​ເລີ່ມ​ພະຍາຍາມ​ຮ່າງ​ແຜນ​ຂະ​ບວນ​ການ​ການ​ຫຼີ້ນ​ຊ້ຳ​ເຫຼົ່າ​ນີ້​ເວລາ​ທີ່​ມັນ​ເກີດ​ຂຶ້ນ​ໃນ​ສະໝອງ​ຂອງ​ເຮົາ​ດ້ວຍເຊັ່ນກັນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...