Homeຂ່າວພາຍ​ໃນໂຣນັນໂດ ຍິງທຸບສະຖິຕິຮອດ 500 ລູກແລ້ວ

ໂຣນັນໂດ ຍິງທຸບສະຖິຕິຮອດ 500 ລູກແລ້ວ

Published on

ຄຣິສເຕຍໂນ ໂຣນັນໂດ ປີກຈອມຍິງ ຂອງ ເຣອັລ ມາດຣິດ ຍິງເຂົ້າປະຕູເກີນ 500 ປະຕູ ຕະຫຼອດອາຊີບ, ໃນການແຂ່ງຂັນ ຢູຟາ ແຊ້ມປຽນລີກ 2015-2016 ກັບ ມັລໂມ ເອຟເອຟ ທີ່ສະໜາມ ສະເວດແບງຄ໌ ສະເຕດຽມ ເມື່ອວັນພຸດວັນທີ 30 ກັນຍາ 2015 ທີ່ຜ່ານມາ

ອະດີດນັກເຕະຄ່າຕົວແພງທີ່ສຸດຂອງໂລກ 80 ລ້ານປອນດ໌ ( 1000 ຕື້ກີບ ) ຍິງລູກທີ 500 ແລະ 501 ພາ “ຣາຊັນຊຸດຂາວ” ເກັບໄຊຊະນະ ຈາກແຊ້ມລີກ ສະວີເດນໄປໄດ້ 2-0 ປະຕູ ໃນການແຂ່ງຂັນນັດທຳອິດ ກຸ່ມ A ພ້ອມກັບຫຍັບສະຖິຕິຍິງ 82 ປະຕູ ສູງສຸດໃນທົວນາເມັນ

ນອກຈາກນີ້ ໂຣນັນໂດ ຍັງທຸບສະຖິຕິຂອງ ຣາອູລ ກອນຊາເລຊ ຕຳນານແຫ່ງ ຊານດິເອໂກ ເບີນາບິວ ຍິງໄປໄດ້ 323 ປະຕູ ( ລວມທຸກລາຍການ ) ແລະກາຍເປັນດາວຍິງສູງສຸດຂອງສະໂມສອນ 67 ປະຕູ ( ນັບສະເພາະໃນແຊ້ມປຽນລີກ )

ນັກເຕະອາຍຸ 30 ຄົນນີ້ ລົງສະນາມທັງໝົດ 753 ນັດ ຍິງໃຫ້ແມນເຊສເຕີ ຢູໄນເຕັດ 118 ປະຕູ ແລະ ອີກ 5 ປະຕູ ຕອນຢູ່ກັບ ສະປອດຕີ້ງ ລິສບອນ ແລະ ທີມຊາດ ປ໊ອກຕຸຍການອີກ 55 ປະຕູ

558000011413701

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...