spot_img
Homeປ່ອງຢ້ຽມດວງດາວນາຊ່າຖະແຫລງການຄົ້ນພົບຮ່ອງຮອຍນ້ຳເກືອເທິງດາວອັງຄານ

ນາຊ່າຖະແຫລງການຄົ້ນພົບຮ່ອງຮອຍນ້ຳເກືອເທິງດາວອັງຄານ

Published on

ນາ​ຊ່າ ເຜີຍ ຍານ​ສຳ​ຫລວດ​ພົບ​ຮ່ອງ​ຮອຍ​ຂອງ​ນ້ຳ​ເທິງ​ດາວ​ອັງ​ຄານ ຊີ້​ໃຫ້ເຫັນວ່າ ເກີດ​ຈາກ​ນ້ຳ​ເຄັມ​ທີ່​ໄຫລ​ລົງ​ມາ​ຈາກ​ພູເຂົາ​ເທິງ​ພື້ນ​ຜິວ​ຂອງ​ດວງ​ດາວ

5FC6ABFF7C7142DBBD7267888D503D96

ເມື່ອ​ວັນທີ່ 28 ກັນຍາ ອົງການ​ບໍລິຫານ​ການ​ບິນ​ ແລະ ​ອາວະ​ກາດ​ແຫ່ງ​ຊາດ​ສະ​ຫາລັດ ຫຼື ນາ​ຊ່າ ໄດ້​ຢືນຢັນ​ຢ່າງ​ເປັນ​ທາງ​ການ​ວ່າ ຢາ​ນອາວະ​ກາດ​ສຳຫ​ລວດ​ດາວ​ອັງ​ຄານ (Mars Reconnaissance Orbiter : MRO) ສຳ​ຫລວດ​ພົບ​ຮ່ອງ​ຮອຍ​ການ​ໄຫລ​ຂອງ​ນ້ຳ​ເທິງ​ດາວ​ໃນ​ຊ່ວງ​ໄລຍະທີ່​ອຸນຫະພູມ​ຂອງ​ດາວ​ອຸ່ນ​ຂຶ້ນ ໂດຍ​ຈາກ​ການ​ວິ​ເຄາະ​ສາມາດ​ຢືນຢັນ​ໄດ້​ວ່າ​ຮ່ອງ​ຮອຍ​ດັ່ງ​ກ່າວ​ເກີດ​ຈາກ​ນ້ຳ​ເຄັມ​ທີ່​ໄຫລ​ລົງ​ມາ​ຈາກ​ພູເຂົາ​ເທິງ​ພື້ນ​ຜິວ​ຂອງ​ດວງ​ດາວ

ນາ​ຊ່າ​ລະ​ບຸ​ຜ່ານ​ການ​ຖ່າຍ​ທອດ​ສົດ​ທາງ​ນາ​ຊ່າ​ທີ​ວີ​ວ່າ ຮ່ອງ​ຮອຍ​ດັ່ງ​ກ່າວ​ຖືກ​ຄົ້ນ​ພົບ​ເທື່ອທຳອິດ​ເມື່ອ​ປີ 2010 ໂດຍ​ມີ​ລັກສະນະ​ເປັນ​ເສັ້ນ​ສີ​ດຳ ​ແລະ ​ຈະ​ມີ​ຄວາມ​ໜາ​ຂຶ້ນ​ ແລະ​ ຍາວ​ຂຶ້ນ​ໃນ​ໄລຍະ​ທີ່​ອຸນຫະພູມ​ອົບ​ອຸ່ນ​ ແລະ​ ຈະ​ຄ່ອຍໆ ຈາງ​ລົງ​ກ່ອນ​ຈະ​ຫາຍ​ໄປ​ເມື່ອ​ດາວ​ອັງ​ຄານ​ເຂົ້າ​ສູ່​ລະດູ​ໜາວ ແຕ່​ນ້ຳ​ເຄັມ​ເຫລົ່າ​ນີ້​ມີ​ຈຸດ​​ແຂງ​ຕ່ຳ​ກວ່າ​ນ້ຳ​ທຳມະດາ​ຈຶ່ງ​ບໍ່​ກາຍ​ເປັນ​ນ້ຳກ້ອນ​ແມ່ນວ່າ​ອຸນຫະພູມ​ເທິງ​ດາວ​ອັງ​ຄານ​ຈະ​ຕິດ​ລົບ​ເຖິງ 62 ອົງ​ສາ

ລູ​ເຈນ​ຊາ ໂອ​ຈາ ນັກ​ສຶກ​ສາ​ຈາ​ກສະ​ຖາ​ບັນ​ເທກ​ໂນ​ໂລ​ຍີ​ຈໍ​ເຈຍ​ຂອງສະ​ຫາລັດ ອາເມຣິກາ ຊຶ່ງເຂົ້າ​ຮ່ວມ​ຖະແຫລງ​ການ​ຄົ້ນ​ພົບ​ຮ່ວມ​ກັບ​ນາ​ຊ່າ ຄາດ​ວ່າ ນ້ຳ​ເຄັມ​ທີ່ເກີດຂື້ນ​ມາ​ຈາກ “ເປີລ໌​ຄໍ​ເຣດ” ຊຶ່ງ​ເປັນ​ເກືອ​ຊະນິດ​ໜຶ່ງ​ທີ່​ດຶງ​ນ້ຳ​ມາ​ຈາກ​ຊັ້ນບັນ​ຍາ​ກາດ​ຂອງ​ດາວ​ອັງ​ຄານ​ໃນ​ໄລຍະທີ່​ອາ​ກາດ​ຊຸ່ມ ຫຼື ​ອາດ​ມາ​ຈາກ​ນ້ຳ​ແຂງ​ກ້ອງ​ພື້ນ​ຜິວ​ຂອງ​ດາວ​ທີ່​ປ່ຽນ​ເປັນ​ນ້ຳ​ເມື່ອ​ສຳ​ຜັດ​ກັບ​​ເກືອ

E9D75C17FB8849829FCCA977A86EDAD7 4130C21D4A4043729CAD2A4C64B85E95 07AA9F7896C14468B1D1E4AD3EB74AC6

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...