Homeວິທະຍາສາດ-ວິທະຍາການການດື່ມກາເຟໃນເວລາກາງຄືນສາມາດປັບປ່ຽນໂມງໃນຮ່າງກາຍໄດ້

ການດື່ມກາເຟໃນເວລາກາງຄືນສາມາດປັບປ່ຽນໂມງໃນຮ່າງກາຍໄດ້

Published on

52e47d11aa5870aa4eb4b1d939ede8af

ງານ​ວິ​ໄຈ​ໃໝ່​ຊີ້ໃຫ້ເຫັນ​ວ່າ ການ​ດື່ມ​ກາ​ກຟ​ເອັກ​ສ໌ເພຣດ​ໂຊ່​ສອງ​ຊອງ​ໃນ​ຕອນ​ກາງ​ຄືນ​ອາດຈະ​ບໍ່​ພຽງ​ຊ່ວຍ​ໃຫ້​ເຈົ້າ​ຮູ້ສຶກ​ຕື່ນ​ໄດ້​ດົນ​ຂຶ້ນ ແຕ່​ຍັງ​ເຮັດໃຫ້​ເຈົ້າ​ປັບ​ໂຊນ​ເວລາ​ໃໝ່​ໄດ້​ອີກ​ດ້ວຍ

ການ​ກິນ​ຄາ​ເຟ​ອີນ​ໃນ​​ເວລາ​ກາງ​ຄືນ​ຈະ​ເຮັດໃຫ້​ໂມງ​ໃນ​ຮ່າງກາຍ​ຂອງ​ເຮົາ​ຊ້າ​ຂຶ້ນ​ໄປ​ໂດຍ​ປະ​ມານ 40 ນາ​ທີ ໂດຍ​ທີ່​ການສຶກສາ​ໃນ​ເທື່ອ​ນີ້​ຕີ​ພິມ​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ Science Translational Medicine

“ທຸກ​ຄົນ​ຮູ້​ວ່າ​ຄາ​ເຟ​ອີນ​ນັ້ນ​ຊ່ວຍ​ກະຕຸ້ນ​ໃຫ້​ເກີດ​ການ​ຕື່ນ​ ແລະ ​ຂັດ​ຂວາງ​ການ​ນອນ​ຫລັບ” ຜູ້​ຂຽນ​ງານ​ຫລັກ​ກ່າວ​ໄວ້ ຊຶ່ງ​ກໍ​ຄື ສາດ​ສະດາ​ຈານ Kenneth P Wright Jr ຈາກ Sleep and Chronobiology Laboratory at University of Colorado Boulder

“ແຕ່​ມີ​ອີກ​ຢ່າງ​ໜຶ່ງ​ທີ່​ຄາ​ເຟ​ອີນ​ເຂົ້າໄປ​ມີ​ຜົນ​ກະທົບ​ຕໍ່​ກົນ​ໄກ​ທາງ​ຊີວະ​ພາບ​ຂອງ​ເຮົາ​ຊຶ່ງ​ພວກ​ເຮົາ​ບໍ່​ເຄີຍ​ພິຈາລະນາ​ມາ​ກ່ອນ”

ມັນ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ ຄາ​ເຟ​ອີນ​ຊ່ວຍ​ກະຕຸ້ນ​ສານ​ເຄ​ມີ​ໃນ​ສະໝອງ​ທີ່​ເຮັດໃຫ້​ເຮົາ​ຕື່ນ​ຕົວ ​ແລະ ​ເຂົ້າ​ຂັດ​ຂວາງ​ການ​ກະຕຸ້ນ​ການ​ນອນ​ຫລັບ  ແຕ່​ງານ​ວິ​ໄຈ​ກ່ອນ​ໜ້າ​ໃນ​ສັດ​ໄດ້​ຊີ້ໃຫ້ເຫັນ​ວ່າ ຄາ​ເຟ​ອີນ​ອາດຈະ​ເຮັດ​ປະຕິ​ກິ​ລິ​ຍາ​ກັບ​ໂມງ​ໃນ​ຮ່າງກາຍ ຊຶ່ງ​ບໍ່​ໄດ້​ມີ​ຜົນ​ກະທົບ​ແຕ່​ພຽງ​ສະໝອງ​ຂອງ​ພວກ​ເຮົາ ແຕ່​ມີ​ຜົນ​ກະທົບ​ກັບ​ທັງ​ຮ່າງກາຍ ຊຶ່ງ​ລວມ​ໄປ​ເຖິງ​ຕັບ ເຊລ​ໄຂ​ມັນ ​ແລະ​ ເຊລ​ກ້າມ​ເນື້ອ

ເມື່ອ​ພວກ​ເຮົາ​ຮູ້ສຶກ​ບໍ່​ສຳພັນ​ກັບ​ໂມງ​ພາຍ​ໃນ​ຮ່າງກາຍ ພວກ​ເຮົາ​ຈະ​ຮູ້ສຶກ​ຫາວນອນ ​ແລະ ​ຮ່າງກາຍ​ຂອງ​ພວກ​ເຮົາ​ຈະ​ບໍ່​ຮູ້ສຶກ​ຕື່ນ​ຕົວ ອາການ​ທີ່ເກີດຂື້ນ​ນີ້​ເປັນ​ອາການ​ທີ່​ເອີ້ນວ່າ jetlag

ສາດ​ສະດາ​ຈານ Wright ກ່າວ​ວ່າ “ໃນ​ອາການ jetlag ບໍ່ແມ່ນ​ແຕ່​ພຽງ​ສະໝອງ​ຂອງ​ເຈົ້າ​ທີ່​ຢູ່ໃນ​ໄລຍະ​ເວລາ​ທີ່​ແຕກ​ຕ່າງ​ກັນ ແຕ່​ຕັບ​ຂອງ​ເຈົ້າ​ກໍ​ຢູ່ໃນ​ໄລຍະເວລາ​ທີ່​ແຕກ​ຕ່າງ​ດ້ວຍ​ເຊັ່ນ​ກັນ”

ສາດ​ສະດາ​ຈານ Wright ແລະ​ ທີມ​ວິ​ໄຈ​ໄດ້​ເຮັດ​ການສຶກສາ​ວ່າ ເກີດ​​ຂຶ້ນ​ກັບ​ໂມງ​ໃນ​ຮ່າງກາຍ​ຂອງ​ເຮົາ​ເມື່ອ​ໄດ້ຮັບ​ຄາ​ເຟ​ອີນ​ຊຶ່ງ​ມີ​ປະລິມານ​ເທົ່າ​ກັບ​ກາ​ເຟ​ເອັກສ໌​ເພຣດ​ໂຊ່​ສອງ​ຊອງ​ໃນ​ຕອນ​ກາງ​ຄືນ ເມື່ອ​ສາມ​ຊົ່ວ​ໂມງ​ກ່ອນ​ໜ້າ​ເວລາ​ນອນ​ປົກກະຕິ

​ພວກເຂົາ​ທຳການ​ປຽບທຽບ​ສິ່ງ​ນີ້​ກັບ ການ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ​ເມື່ອ​ຄົນ​ເຮົາ​ສຳ​ຜັດ​ກັບ​ແສງ​ສະຫວ່າງ​ໃນ​​ເວລາ​ກາງ​ຄືນ ຊຶ່ງ​ຮູ້​ກັນ​ຢູ່​ແລ້ວ​ວ່າ​ເປັນ​ການ​ຍືດ​ເວລາ​ຂອງ​ຮ່າງກາຍ​ອອກ​ໄປ

ໃນ​ການ​ວັດ​ໂມງ​ໃນ​ຮ່າງກາຍ​ຂອງ​ຄົນ ນັກ​ວິ​ໄຈ​ຈະ​ທຳການ​ທົດສອບ​ລະ​ດັບ​ຂອງ​ເມ​ລາ​ໂຕ​ຣນິນ​ໃນ​ນ້ຳ​ລາຍ ຮໍ​ໂມນ​ສຳຄັນ​ທີ່​ກ່ຽວ​ຂ້ອງ​ກັບ​ໂມງ​ໃນ​ຮ່າງກາຍ ລະ​ດັບ​ຂອງ​ເມ​ລາ​ໂຕຣ​ນິນ​ທີ່​ສູງ​ຈະ​ເຮັດໃຫ້​ເຮົາ​ເກີດ​ອາການ​ຫາວ​ນອນ

“ພວກ​ເຮົາ​ພົບ​ວ່າ​ຄາ​ເຟ​ອີນ​ເຮັດໃຫ້​ໂມງ​ໃນ​ຮ່າງກາຍ​ນັ້ນ​ເລື່ອນ​ອອກ​ໄປ​ໄດ້​ເຖິງ 40 ນາ​ທີ​ເມື່ອ​ທຳການ​ປຽບທຽບ​ກັບ​ການ​ທົດລອງ​ແບບບໍ່ຈິງ” Wright ກ່າວ

“ມັນ​ບໍ່​ໄດ້​ພຽງແຕ່​ກະຕຸ້ນ​ໃຫ້​ເກີດ​ການ​ຕື່ນ​ຕົວ ແຕ່​ມັນ​ຍັງ​ປ່ຽນ​ເວລາ​ທັງ​ໝົດ​ໃນ​ຮ່າງກາຍ​ຂອງ​ເຮົາ​ອີກ​ດ້ວຍ”

“ໃນ​ກໍລະນີ​ນີ້​ຄື ຄາ​ເຟ​ອີນ​ເປັນ​ຕົວ​ຊຸກຍູ້​ໃຫ້​ເຮົາ​ເຂົ້າ​ສູ່​ເວລາ​ອີກເວລາ​ໜຶ່ງ​ໄດ້”

ນັກ​ວິ​ໄຈ​ພົບ​ວ່າ ຜົນ​ກະທົບ​ຂອງ​ຄາ​ເຟ​ອີນ​ທີ່​ມີ​ຕໍ່​ໂມງ​ໃນ​ຮ່າງກາຍ​ນັ້ນ​ບໍ່​ໄດ້​ຮຸນແຮງ​ເທົ່າ​ກັບ ຜົນ​ກະທົບ​ຂອງ​ແສງ​ສະຫວ່າງ​ໃນ​​ເວລາ​ກາງ​ຄືນ ແຕ່​ມັນ​ກໍ​ຍັງ​ເຫັນ​ຜົນ​ກະທົບ​ໄດ້​ຊັດເຈນ​ຢູ່

“ມັນ​ມີ​ຜົນ​ກະທົບ​ປະ​ມານ​ຄຶ່ງ​ໜຶ່ງ​ເມື່ອ​ທຽບ​ກັບ​ກຸ່ມ​ທີ່​ເຫັນ​ແສງ​ສະຫວ່າງ​ໃນ​​ເວລາ​ກາງ​ຄືນ” ສາດ​ສະດາ​ຈານ Wright ອະທິບາຍ

ພວກເຂົາ​ກ່າວ​ວ່າ “ການ​ຄົ້ນ​ພົບ​ນີ້​ຊີ້ໃຫ້ເຫັນ​ວ່າ ການ​ໃຊ້​ຄາ​ເຟ​ອີນ​ເປັນ​ເວລາ​ດົນ​ໃນ​​ກາງ​ຄືນ​ຈະ​ເຮັດໃຫ້​ໂມງ​ໃນ​ຮ່າງກາຍ​ຂອງ​ເຮົາ​ເຄື່ອນ​ຕົວ​ອອກ​ໄປ​ ແລະ​ ຈະ​ເຮັດໃຫ້​ຄົນໆນັ້ນ​ຍາກ​ທີ່​ຈະ​ຕື່ນ​ຂຶ້ນ​ມາ​ໃນ​ເວລາ​ປົກກະຕິ ຊຶ່ງ​ບໍ່​ໄດ້​ເປັນ​ຜົນ​ກະທົບ​ທີ່​ເກີດ​ມາ​ຈາກ​ອາການ jetlag”

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...