spot_img
Homeຂ່າວການພັດທະນາລັດຖະມົນຕີໂຍທາຢັ້ງຢືນ ການກໍ່ສ້າງທາງລົດໄຟລາວ - ຈີນ ເລີ່ມຂຶ້ນທ້າຍປີນີ້ແນ່ນອນ!

ລັດຖະມົນຕີໂຍທາຢັ້ງຢືນ ການກໍ່ສ້າງທາງລົດໄຟລາວ – ຈີນ ເລີ່ມຂຶ້ນທ້າຍປີນີ້ແນ່ນອນ!

Published on

888_7684.28.09.15.1

ຂປລ.ໂຄງການ​ກໍ່ສ້າງເສັ້ນທາງ​ລົດ​ໄຟ ​ລາວ-ຈີນ ໃກ້ ​ຈະ​ເປັນ​ຈິງ ​ເນື່ອງຈາກກອງ​ປະຊຸມ​ລັດຖະບານ​ເປີດ​ກວ້າງ ປະຈຳ​ສົກ​ປີ 2014-2015 ​ໄດ້ຮັບຮອງ​ແຜນ​ດຳ​ເນີນການຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່ຽວກັບ​ຮູບ​ແບບ, ​ໂຄງ​ສ້າງ​ຂອງ​ການ​ລົງທຶນ, ລວມ​ທັງດ້ານ​ນະ​ໂຍບາຍ​ສະໜັບສະໜູນ​ໂຄງການ, ຕະຫລອດ​ເຖິງຜົນສຳ​ຫລວດ​ແລວ​ທາງ ​ແລະ ຂອບ​ເຂດ​ສະຖານີ​ຕ່າງໆ.

ທ່ານ ດຣ.ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ ​ກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງຊີ້​ແຈງ​ຕໍ່ສື່​ມວນ​ຊົນ​ໃນ​ວັນ​ທີ 25 ກັນຍາ 2015 ນີ້​ວ່າ: ​​ໂຄງການກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ ຄາດ​ວ່າ​ຈະ​ເລີ່​ມຂຶ້ນ​ໃນ​ທ້າຍ​ປີ​ນີ້ ຢ່າງ​ແນ່ນອນ ​ໂດຍ​ມີ​ຄວາມ​ຍາວ 417 ກິ​ໂລ​ແມັດ ​ເຊິ່ງນຳ​ໃຊ້​ມາດຕະຖານ​ເຕັກນິກ​ສາກົນໃນ​ການ​ອອກ​ແບບ ມີ​ຄວາມ​ກວ້າງ 1.435 ​ແມັດ, ​ເປັນ​ເສັ້ນທາງ​ລົດ​ໄຟ​ລາງ​ດ່ຽວນຳ​ໃຊ້​ຄວບ​ຄູ່​ກັນ ​ລະຫວ່າງ ລົດ​ໄຟ​ຂົນ​ສົ່ງ​ໂດຍສານ ​ທີ່​ມີ​ຄວາມ​ໄວ 160 ກິ​ໂລ​ແມັດ/ຊົ່ວ​ໂມງ ​ແລະ ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ, ຄວາມ​ໄວ 120 ກິ​ໂລ​ແມັດ/ຊົ່ວ​ໂມງ. ຕະຫລອດ​ໄລຍະ​ເສັ້ນທາງ​ມີ​ສະຖານີ​ທັງໝົດ 31 ​ແຫ່ງ, ​ໃນ​ນັ້ນມີ ສະຖານີ​ໃຫຍ່​ຈຳນວນ 5 ​ແຫ່ງ ​ຄື: ສະຖານີ​ບ້ານ​ນາ​ເຕີຍ, ສະຖານີ​ເມືອງ​ໄຊ, ສະຖານີ​ຫລວງ​ພະ​ບາງ, ສະຖານີວັງ​ວຽງ ​ແລະ ສະຖານີ ​ນະຄອນຫລວງ​ວຽງຈັນ. ສະພາບ​ໂຄງ​ສ້າງ​ໂຄງການ​ປະກອບ​ ມີ​ອຸ​ມຸງ​ທັງໝົດ 76 ​ແຫ່ງ, ຂົວ 154 ​ແຫ່ງ. ສຳລັບ​ມູນ​ຄ່າ​ການກໍ່ສ້າງ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ ​ປະມານ 6,8 ຕື້​ໂດ​ລາ​ສະຫະລັດ ​ແລະ ມີ​ກຳນົດ​ການກໍ່ສ້າງ​ປະມານ 5 ປີ.

ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ຕື່ມ​ວ່າ:ໂຄງການ​ທາງ​ລົດ​ໄຟ​ສາຍ​ນີ້ ຈະ​ເລີ່​ມຈາກ ສປ ຈີນ ຫາ​ນະຄອນຫລວງ​ວຽງຈັນ ​ເຊື່ອມ​ຕໍ່ປະ​ເທດ​ໄທ, ມາ​ເລ​ເຊຍ ​ແລະ ສິງກະ​ໂປ, ​​ເປັນ​ໂຄງການ​ທີ່​ສຳຄັນ ​ເພາະ​ມີ​ການ​ລົງທຶນ​ຕ່ຳແຕ່ມີ​ປະສິດ​ຜົນສູງ​ທາງ​ດ້ານ​ເສດຖະກິດ-ສັງຄົມ ລະຫວ່າງ ​ລາວ-ຈີນ, ສະ​ນັ້ນ​ ລັດຖະບານ​ສອງ​ປະ​ເທດ ຈຶ່ງ​ເຫັນ​ດີ​​ໃນ​ຮູບ​ແບບໃຫ້​ມີ​ການ​ລົງທຶນ ຮ່ວມ​ສອງ​ຝ່າຍເພື່ອ​ກໍ່ສ້າງ ​ແລະ ບໍລິການ(ສ້າງ ​ຕັ້ງ​ບໍລິສັດ​ຮ່ວມ​ທຶນລາວ-ຈີນ ​ເປັນ​ຜູ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ). ​ໂດຍ​ທັງ​ສອງ​ຝ່າຍຈະ​ຕ້ອງ​ໄດ້​ປະກອບ​ທຶນ​ 40% ຂອງ​ມູນ​ຄ່າ​ທັງໝົດ, ສ່ວນ​ທີ່​ເຫລືອ​ 60% ນັ້ນບໍ ລິ ສັດ​ຮ່ວມ​ທຶນ ຈະ​ຕ້ອງ​ໄດ້​ກູ້​ຢືມ​ຈາກ​ທະນາຄານ ​ຫລື ສະ​ຖາ​ບັນ​ການ​ເງິນ​ຕ່າງໆ. ​ໃນ​ນັ້ນ ລັດຖະບານ​ລາວ ຕ້ອງ​ໄດ້​ປະກອບ​ທຶນ​ທັງໝົດປະມານ 840 ລ້ານ​ໂດ​ລາ​ສະຫະລັດ.ໂຄງການ​ດັ່ງກ່າວ ຈະ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຮັດ​ໃຫ້ ສປປ ລາວ ທີ່​ບໍ່ມີ​ທາງ​ອອກ​ສູ່ທາງ​ທະ​ເລ ສາມາດ ​ເຊື່ອມ​ຈອດ​ກັບປະ​ເທດ​ເພື່ອນ​ມິດ​ໃນ​ພາກພື້ນ​ໄດ້, ການ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ​ສິນຄ້າ, ການ​ໄປມາຫາສູ່, ການ​ສົ່ງ​ອອກ​ສິນຄ້າທີ່​ມີ​ຕົ້ນ​ທຶນ​ຕ່ຳ, ການ​ລົງທຶນ, ການ​ລິ​ການ ​ແລະ ການ​ພົວພັນ​ອື່ນໆ ​ເຊິ່ງຈະ​ສ້າງ​ລາຍ​ຮັບ​ໃຫ້​ປະ​ເທດ​ຊາດ ກໍ​ຄື​ປະຊາຊົນ​ບັນດາ​ເຜົ່າ​ໃຫ້​ສູງ​ຂຶ້ນ​ກວ່າ​.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...