Homeຂ່າວຕ່າງປະເທດຄວາມ​ຈິງ​ຂອງ​ໂລກ​ຍຸກ​ໃໝ່ ຄົນ​ຕາຍ​ຍ້ອນຖ່າຍ​ເຊລ​ຟີ່​ຫລາຍ​!!

ຄວາມ​ຈິງ​ຂອງ​ໂລກ​ຍຸກ​ໃໝ່ ຄົນ​ຕາຍ​ຍ້ອນຖ່າຍ​ເຊລ​ຟີ່​ຫລາຍ​!!

Published on

2509m57
ເຊລ​ຟີ່ ຖືກ​ບັນ​ທຶ​ກລົງພົດຈະນາ​ນຸ​ກົມ​ພາສາ​ອັງ​ກິດຢ່າງ​ເປັນ​ທາງການ​ເປັນ​ເວລາ​ 1 ປີ ກັບ​ກາຍ​ເປັນ​ວ່າ​ສັບ​ໃໝ່​ຍອດ​ຮິດ​ໃນ​ຍຸກ​ໂຊ​ຊ່ຽວ​ນີ້ ພາກ​ຊີວິດ​ຄົນ​ໄປ​ເປັນ​ຈຳນວນ​ຫລາຍ ຫລາຍ​ຍິ່ງ​ກວ່າ​ຈຳນວນ​ຄົົນທີ່​ຖືກສະ​ຫລາມ​ກັດເສຍຊີວິດ​ອີກ
ຈາກ​ການ​ລວມ​ຂໍ້​ມູນ​ຂອງ​ເວັບ​ໄຊຕ໌ Shark Attack Survivor  ພົບ​ວ່າ ຜູ້​ເສຍຊີວິດ​ຈາກ​ເຫດ​ຖືກ​ສະ​ຫລາມ​ກັດ ຕັ້ງ​ແຕ່​ເດືອ​ນມັງກອນ​ເຖິງ​ເດືອນ​ສິງ​ຫາ​​ຂອງ​ປີ 2015 ມີ​ຈຳນວນ​ທັງ​ໝົດ 8 ລາຍ​ເທົ່າ​ນັ້ນ ໃນ​ຂະນະ​ທີ່​ເວັບ​ໄຊຕ໌ Wikipedia ໄດ້​ມີ​ການ​ລວມ​ຂໍ້​ມູນ​ເຫດການ​ຂອງ​ຜູ້​ເສຍຊີວິດ​ຈາກ​ການຖ່າຍ​ເຊລ​ຟີ່​ໃນ​ສະຖານ​ທີ່​ຕ່າງໆ ທົ່ວ​ໂລກ ພົບ​ວ່າ​ຈຳນວນ​ຜູ້​ເສຍຊີວິດ​ຈາກ​ການຖ່າຍ​ເຊລ​ຟີ່​ໃນ​ປີ 2015 ມີ​ຫລາຍ​ເຖິງ 14 ລາຍ​
ໂດຍ​ສາ​ເຫດ​ການ​ຕາຍ​ຂອງ​ຜູ້​ຄົນ​ເຫລົ່າ​ນີ້ ມາ​ຈາກ​ການ​ສ່ຽງ​ຊີວິດ​ເພື່ອ​ຖ່າຍ​ເຊລ​ຟີ່​ໃນ​ມຸມ​ສຸດແປກ ​ຫລື​ ໃນ​ນາ​ທີ​ສ່ຽງຕາຍ ເຊັ່ນ ໜຸ່​ມສະ​ເປນ​ ໄວ 21 ປີ​ທີ່​ປີນ​ຂຶ້ນ​ເທິງ​ຫລັງ​ຄາ​ລົດ​ໄຟ​ເພື່ອ​ຖ່າຍ​ເຊລ​ຟີ່​ແລ້ວ​ຖືກ​ໄຟ​ຊັອດ ຊາຍ​ໜຸ່ມ​ທີ່​ຖືກ​ງົວ​ກະ​ທິງ​ຊົນ​ ແລະ​ ຊົນ​ຈົນ​ຕາຍ ຫລັງ​ຈາກ​ພະຍາຍາມ​ຖ່າຍ​ເຊລ​ຟີ່​ຄູ່​ກັບ​ພວກ​ມັນ​ໃນ​ງານ​ເທດ​ສະການແລ່ນ​ງົວ​ກະ​ທິງ ແລະ​ ຫລ້າ​ສຸດ ນັກ​ທ່ອງ​ທ່ຽວ​ຊາວ​ຍີ່​ປຸ່ນ ເສຍຊີວິດ​ຈາກ​ການ​ຕົກ​ຂັ້ນ​ໄດ ຂະນະ​ກຳ​ລັງ​ຖ່າຍ​ເຊລ​ຟີ່​ຕົນເອງ​ທີ່​ທັດ​ສ໌ມາ​ຮານ ປະເທດ​ອິນ​ເດຍ

2509m56

ດ້ວຍ​ເຫດ​ນີ້ ຣັດ​ເຊຍ​ຕ້ອງ​ເຮັດ​ຮູບ​ຕິດ​ປະ​ກາດ​ຕາມ​ສະຖານ​ທີ່​ທ່ອງ​ທ່ຽວ​ເພື່ອ​ເຕືອນ​ບັນດາ​ນັກ​ທ່ອງ​ທ່ຽວ​ ແລະ ​ປະຊາຊົນ “ຫ້າມ” ຖ່າຍເຊລ​ຟີ່​ກັບ​ເຫດການ​ ຫລື ​ໃນ​ສະຖານ​ທີ່​ອັນຕະລາຍ​ທັງປວງ ລວມ​ເຖິງ​ຂະນະ​ນີ້ ຍັງມີ​ການ​ແບນ​ໄມ້​ເຊລ​ຟີ່​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ເທິງ​ໂລກ​ແລ້ວ ​ເນື່ອງ​ມາ​ຈາກ​ການ​ຄິດເຫັນໂທດ​ຂອງ​ມັນ​ຫລາຍກວ່າ​ປະໂຫຍດ​ນັ້ນ​ເອງ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...