spot_img
Homeວິທະຍາສາດ-ວິທະຍາການຢາຂ້າແມງໄມ້ສາມາດປ່ຽນພຶດຕິກຳຂອງແມງມຸມໄດ້

ຢາຂ້າແມງໄມ້ສາມາດປ່ຽນພຶດຕິກຳຂອງແມງມຸມໄດ້

Published on

a7b857d596fdcf474fe51997f1b91663

ແມງ​ມຸມ​ນັ້ນ​ມີ​ພຶດຕິກຳ​ສະເພາະ​ຕົວ​ເຊັ່ນ​ດຽວ​ກັບ​ຜູ້​ຄົນ ບາງ​ຊະນິດ​ອາດຈະ​ມີ​ອັນຕະລາຍ​ຫລາຍ​ກໍ​ໄດ້ ແລະ​ ຄຸນສົມບັດ​ສະເພາະ​ຕົວ​ຂອງ​ພວກ​ມັນ​ສາມາດ​ເກີດ​ການ​ກະທົບໄດ້​ເມື່ອ​ທຳການ​ສຳ​ຜັດ​ກັບ​ມົນລະ​ພິດ ການສຶກສາ​ໃໝ່​ພົບ​ວ່າ ສານ​ເຄ​ມີ​ທົ່ວ​ໆ ໄປ​ທີ່​ໃຊ້​ໃນ​ການ​ຂ້າ​ແມງໄມ້​ໃນ​ສວນ​ຫມາກໄມ້​ສາມາດ​ເຮັດໃຫ້​ເກີດ​ການ​ປ່ຽນ​ແປງ​ຂອງ​ລັກສະນະ​ສະເພາະ​ຂອງ​ພວກ​ມັນ​ໄດ້  ມັນ​ສາມາດ​ປ່ຽນ​ພຶດຕິກຳ​ການ​​ໂດດ​ຂອງ​ແມງ​ມຸມ​ໄດ້​ສຳລັບ​ກຸ່ມ​ທີ່​ກິນ​ແມງໄມ້​ທີ່​ໄດ້ຮັບ​ສານ​ເຄ​ມີ

ການ​ຄົ້ນ​ພົບ​ເທື່ອ​ນີ້​ໄດ້​ຕີ​ພິມ​ໄວ້​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ Functional Ecology ການສຶກສາ​ກ່ອນ​ໜ້າ​ນີ້​ໄດ້​ສະແດງ​ໃຫ້​ເຫັນ​ວ່າ ແມງ​ມຸມ​​ໂດດ​ທີ່​ມີ​ລັກສະນະ​ມັກ​ເດີນທາງ​ນັ້ນ​ມີ​ຄວາມ​ສ່ຽງ​ຫລາຍກວ່າ ພວກ​ມັນ​ຈະ​ຄົ້ນ​ຫາ​ໄປ​ທົ່ວ​ອານາເຂດ​ຂອງ​ພວກ​ມັນ ຊຶ່ງ​ຊ່ວຍ​ໃຫ້​ມັນ​ຫາ​ອາຫານໄດ້ ພວກ​ມັນ​ຍັງມີ​ຄວາມ​ຕ້ອງ​ການ​ທີ່​ຈະ​​ເຂົ້າ​ຫາ​ອາຫານ​ດ້ວຍ ຊຶ່ງ​ເຮັດໃຫ້​ມັນ​ໄດ້​ອາຫານ​ມາ ສຳລັບ​ກຸ່ມ​ແມງ​ມຸມ​ທີ່​ບໍ່​ມັກ​ເດີນທາງ​ຫລື​ອອກ​ໄປ​​ຈະ​ຢູ່​ໃກ້​ໆ ກັບ​ເຮືອນ​ຂອງ​ພວກ​ມັນ ແລະ​ ບໍ່​ອອກ​ໄປ​ຫາ​ອາຫານ​ຫລາຍເທື່ອ​ ຊຶ່ງ​ເຮັດໃຫ້​ມັນ​ໄດ້​ອາຫານ​ໜ້ອຍ​ກວ່າ

ເປັນຫຍັງ​ແມງ​ມຸມ​ເຫລົ່າ​ນີ້​ເຖິງ​ມີ​ພຶດຕິກຳ​ທີ່​ແຕກ​ຕ່າງ​ກັນ “ມັນ​ເປັນ​ເພາະ​ວ່າ ສະຫມອງ​ຂອງ​ແມງ​ມຸມ​ແຕ່​ລະ​ຊະນິດ​ມີ​ຄວາມ​ແຕກ​ຕ່າງ​ກັນ ຊຶ່ງ​ຄືກັນ​ກັບ​ຂອງ​ມະນຸດ” Raphaël Royauté ກ່າວ “ນັ້ນ​ເປັນ​ເຫດຜົນ​ວ່າ ເປັນຫຍັງ​ຢາ​ເຖິງ​ສົ່ງ​ຜົນ​ກະທົບ​ຕໍ່​ຄົນ​ບາງ​ຄົນ​ໄດ້​ດີກວ່າ​ອີກ​ຄົນ​ໜຶ່ງ ຫລື​ເປັນຫຍັງ​ບາງ​ຄົນ​ເຖິງ​ຮູ້ສຶກ​ໄວ​ກັບ​ເຫລົ້າໄດ້​ໄວ​ກວ່າ​ອີກ​ຄົນ​ໜຶ່ງ”

ເຮົາ​ຈະ​ເຮັດ​ຢ່າງໃດ​ໃນ​ການ​ຈຳ​ກັດ​ຄວາມ​ຕ້ອງ​ການ​ໃນ​ການ​ໃຊ້​ຢາ​ຂ້າ​ແມງໄມ້

Royauté ເຮັດວຽກ​ໃຫ້​ກັບ North Dakota State University ໃນ Fargo ບ່ອນນັ້ນ​ພວກເຂົາ​ໄດ້​ເຮັດ​ການສຶກສາ​ພຶດຕິກຳ​ຂອງ​ສັດ​ຕາມ​ທຳມະຊາດ ສຳລັບ​ການສຶກສາ​ໃໝ່​ຂອງ​ພວກເຂົາ​ໃນ​ເທື່ອ​ນີ້ ພວກເຂົາ​ໄດ້​ເຮັດ​ການສຶກສາ​ຜົນ​ກະທົບ​ຂອງ​ຢາ​ຂ້າ​ແມງ​ໄມ້ທີ່​ເອີ້ນວ່າ phosmet ກັບ​ລັກສະນະ​ສະເພາະ​ຕົວ​ຂອງ​ແມງ​ມຸມ​​ໂດດ​ສີບ​ເທົາ

ຊາວ​ນາ​ສ່ວນ​ຫລາຍ​ໃຊ້ phosmet ໃນ​ສວນ​ຫມາກໄມ້​ເພື່ອ​ທຳການ​ຂ້າ​ພວກ​ແມງ​ໄມ້ທີ່​ເຮັດ​ອັນຕະລາຍ​ຕໍ່​ພືດ​​ຂອງ​ພວກ​ເຂົາ ເນື່ອງ​ຈາກ​ແມງ​ມຸມ​ໂດດ​ສີບ​ເທົາ​ຈະ​ທຳການ​ກິນ​ອາຫານ​ຊຶ່ງ​ກໍ​ຄື ພວກ​ແມງ​ໄມ້ທີ່​ຖ້າແຕ່ຈະ​ທຳລາຍ​ຫມາກໄມ້​ເຫລົ່າ​ນັ້ນ ເພາະ​ສະ​ນັ້ນ Royaute ຈຶ່ງ​ສົງ​ໄສ​ວ່າ ຢາ​ຂ້າ​ແມງໄມ້​ເຫລົ່າ​ນີ້​ອາດຈະ​ມີ​ຜົນ​ກະທົບ​ບາງຢ່າງ​ຕໍ່​ພວກ​ມັນ

ໃນ​ການ​ທີ່​ຈະ​ຄົ້ນ​ຫາ​ຄຳ​ຕອບ Royaute ແລະ​ທີມ​ວິ​ໄຈ​ຂອງ​ພວກເຂົາ​ທຳການ​ລວມ​ແມງ​ມຸມ​​ໂດດ​ສີບ​ເທົາ​ກວ່າ 200 ຕົວ ພວກ​ເຂົາ​ທຳການ​ປ່ອຍ​ແມງ​ມຸມ​ລົງ​ໃນ​ສາມ​ພື້ນ​ທີ່​ທີ່​ບໍ່​ມີ​ການ​ໃຊ້​ງານ​ຂອງ​ສານ phosmet ເມື່ອ​ກັບ​ໄປ​ທີ່​ຫ້ອງ​ທົດລອງ ນັກ​ວິທະຍາ​ສາດ​ໄດ້​ທຳການ​ທົດສອບ​ລັກສະນະ​ການ​ລ່າ​ອາຫານ​ຂອງ​ແມງ​ມຸມ​ພວກ​ນີ້

ໃນ​ການ​ທົດສອບ​ທຳອິດ ພວກ​ເຂົາ​ທຳການ​ວາງ​ແມງ​ມຸມ​ແຕ່​ລະ​ຕົວ​ໃນ​ກ່ອງ​ຂະໜາດ 30 ເຊນ​ຕິ​ແມັດ ທຳການ​ແບ່ງ​ເສັ້ນ​ເທິງ​ພື້ນ​ຂອງ​ກ່ອງ​ອອກ​ເປັນ 36 ຊ່ອງ​ສີ່​ຫລ່ຽມ ຫລັງ​ຈາກ​ນັ້ນ​ພວກເຂົາ​ທຳການ​ບັນ​ທຶ​ກວ່າ ແມງ​ມຸມ​ນັ້ນ​ຍ່າງ​ອອກ​ໄປ​ເປັນ​ຈຳນວນ​ຈັກ​ຊ່ອງ​ພາຍ​ໃນ​ຫ້າ​ນາ​ທີ ສຳລັບ​ແມງ​ມຸມ​ທີ່​ມີ​ຈຳນວນ​ຊ່ອງ​ໃນ​ການເດີນທາງ​ຫລາຍ​ທີ່ສຸດ​ຈະ​ຖືກ​ຈັດ​ກຸ່ມ​ໃຫ້ເປັນ​ພວກ​ທີ່​ມັກ​ການ​ເດີນທາງ

ໃນ​ການ​ທົດສອບ​ທີ່​ສອງ ແມງ​ມຸມ​ແຕ່​ລະ​ຕົວ​ຈະ​ຖືກ​ວາງ​ລົງ​ໃນ​ຈານ​ເພາະ​ເຊື້ອ​ທີ່​ມີ​ແມງ​ໄມ້​ຢູ່​ນຳ ຫລັງ​ຈາກ​ນັ້ນ​ນັກ​ວິ​ໄຈ​ຈະ​ທຳການ​ຈັບ​ເວລາ​ເພື່ອ​ເບິ່ງ​ວ່າ​ແມງ​ມຸມ​ນັ້ນ​ທຳການ​ຕິດ​ຕາມ​ແລະ​ໂດດ​ເຂົ້າ​ຫາ​ອາຫານໄວ​ຊ່ຳໃດ ກ່ອນທີ່ຈະ​ທຳການ​ກິນ​ມັນ​ເປັນ​ອາຫານ ຜູ້​ລ່າ​ທີ່​ໄວ​ທີ່ສຸດ​ກໍ​ຈະ​ຖືກ​ຈັດ​ວ່າ​ເປັນ​ກຸ່ມ​ທີ່​ມັກ​ການ​ເດີນທາງ

ທີມ​ວິ​ໄຈ​ເຮັດ​ຊ້ຳ​ແຕ່​ລະ​ການ​ທົດລອງ​ເພື່ອ​ນຳ​ຜົນ​ມາ​ເປັນ​ຄ່າ​ສະເລ່ຍ

ຫລັງ​ຈາກ​ນັ້ນ ​ພວກເຂົາ​ທຳການ​ປ່ອຍ​ຄຶ່ງ​ໜຶ່ງ​ຂອງ​ແມງ​ມຸມ​ໃຫ້​ສຳ​ຜັດ​ກັບ phosmet ຫລັງ​ຈາກ​ໜຶ່ງ​ມື້​ຜ່ານ​ໄປ ພວກເຂົາ​ເຮັດ​ຊ້ຳ​ກ່ຽວກັບ​ການ​ທົດລອງ​ທັງ​ສອງ​ຂ້າງ​ຕົ້ນ ກຸ່ມ​ແມງ​ມຸມ​ທີ່​ໄດ້ຮັບ​ສານ phosmet ຈະ​ປະພຶດ​ຕົວ​ບໍ່​ຄືເກົ່າ

ຖ້າ​ພວກ​ມັນ​ທຳການ​ເຄື່ອນ​ຕົວ​ໂດຍ​ສະເລ່ຍປະ​ມານ​ເຈັດ​ຊ່ອງ​ກ່ອນທີ່ຈະ​ໄດ້ຮັບ​ສານ phosmet ໃນ​ຕອນ​ນີ້​ບາງ​ຕົວ​ຈະ​ເຄື່ອນ​ທີ່​ໄດ້​ຫລາຍ​ຂຶ້ນ ຫລື​ນ້ອຍ​ລົງ​ຫລາຍ ແລະ​ຖ້າ​ພວກ​ມັນ​ທຳການ​ຈັບ​ອາຫານ​ໄດ້​ຢ່າງ​ວ່ອງໄວ​ກ່ອນ​ໜ້າ​ນີ້ ບາງ​ຕົວ​ຈະ​ທຳການ​ຈັບ​ອາຫານ​ໄດ້​ຊ້າ ໃນ​ຂະນະ​ທີ່​ຕົວ​ອື່ນໆ​ຈະ​ທຳການ​ຈັບ​ອາຫານໄດ້​ໄວ​ຫລາຍ​ຍິ່ງ​ຂຶ້ນ

“ພວກ​ມັນ​ຫລຸດ​ອອກຈາກ​ພຶດຕິກຳ​ປົກກະຕິ​ທີ່​ຄວນ​ຈະ​ເປັນ” Royauté ກ່າວ ແລະ​ສິ່ງ​ນີ້​ເປັນ​ຜົນ​ກະທົບ​ທີ່ເກີດຂື້ນ​ຈາກ​ສານ​ເຄ​ມີ​ທີ່​ໃຊ້​ໃນ​ການ​ຂ້າ​ແມງໄມ້

Pierre-Olivier Montiglio ເຫັນ​ດ້ວຍ​ກັບ​ການສຶກສາ​ໃນ​ເທື່ອ​ນີ້ ພວກເຂົາ​ເຮັດວຽກ​ໃຫ້​ກັບ University of California ຊຶ່ງ​ພວກເຂົາ​ເປັນ​ນັກ​ນິ​ເວດ​ວິທະຍາ​ທາງ​ດ້ານ​ວິວັດທະນາການ

“ຜົນ​ການ​ທົດລອງ​ຂອງ Raphael ສະແດງ​ໃຫ້​ເຫັນ​ວ່າ ເຖິງແມ່ນວ່າ​ຢາ​ຂ້າ​ແມງໄມ້​ຈະ​ບໍ່​ໄດ້​ທຳຮ້າຍ​ແມງ​ມຸມ ແຕ່​ມັນ​ກໍ​ຍັງ​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ແມງ​ມຸມ​ເຫລົ່າ​ນັ້ນ​ຢູ່​ດີ” ພວກເຂົາ​ກ່າວ “ຢາ​ຂ້າ​ແມງ​ໄມ້ເຂົ້າ​ຂັດ​ຂວາງ​ການ​ຕັດ​ສິນ​ໃຈ​ທີ່​ສະຫລາດ​ຂອງ​ແມງ​ມຸມ​ກ່ຽວກັບ​ອາຫານ​ວ່າ​ພວກ​ມັນ​ຄວນ​ທີ່​ຈະ​ກິນ​ຫລື​ພວກ​ມັນ​ຄວນ​ທີ່​ຈະ​ມີ​ຊີວິດ​ຢູ່”

ບົດຄວາມຫຼ້າສຸດ

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...