Homeຂ່າວການສຶກສານັກຮຽນຈົບຊັ້ນປະຖົມຍັງບໍ່ໄດ້ຕາມເປົ້າໝາຍ

ນັກຮຽນຈົບຊັ້ນປະຖົມຍັງບໍ່ໄດ້ຕາມເປົ້າໝາຍ

Published on

ທ່ານພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ ໃຫ້ການຢືນຢັນວ່າ ໃນສົກຮຽນປະຈຳປີ 2014-2015 ທີ່ຜ່ານມາ ມີນັກຮຽນທີ່ຮຽນຈົບຊັ້ນປະຖົມສຶກສາຄິດເປັນອັດຕາສະເລ່ຍ 83 ເປີເຊັນ ຂອງຈຳນວນນັກຮຽນທັງໝົດ ທີ່ຮຽນຊັ້ນປະຖົມປີ ທີ 5 ໃນທົ່ວປະເທດໂດຍເພີ່ມຂຶ້ນ 5 ເປີເຊັນ ທຽບກັບສົກຮຽນປະຈຳປີ 2013-2014 ທີ່ການຮຽນຈົບຊັ້ນປະຖົມສຶກສາ ຢູ່ທີ່ອັດຕາສະເລ່ຍ 78 ເປີເຊັນ ທັງຍັງເຮັດໃຫ້ເຊື່ອໝັ້ນວ່າ ການຮຽນຈົບຊັ້ນປະຖົມຈະເພີ່ມຂຶ້ນເປັນ 95 ເປີເຊັນ ໃນປີການສຶກສາ 2015-2016 ນີ້ ອີກດ້ວຍ.
ທ່ານພັນຄຳ ໄດ້ໃຫ້ການຢືນຢັນດ້ວຍວ່າ ການພັດທະນາດ້ານການສຶກສາ ຂອງລາວຍັງໄດ້ໃຫ້ຄວາມສຳຄັນຢ່າງຍິ່ງ ກັບການພັດທະນາ ໃນດ້ານຄຸນນະພາບ ເພື່ອເຮັດໃຫ້ຊັບພະຍາກອນມະນຸດຂອງລາວ ມີຄວາມສາມາດ ທີ່ຈະແຂ່ງຂັນໃນຕະຫຼາດແຮງງານ ໃນປະຊາຄົມອາຊຽນໃຫ້ໄດ້ຢ່າງແທ້ຈິງອີກດ້ວຍ
ແຕ່ຢ່າງໃດກໍ່ຕາມ ກະຊວງສຶກສາທິການ ແລະ ກິລາ ຍອມຮັບວ່າ ດ້ວຍສະພາບຊີວິດການເປັນຢູ່ ທີ່ຍາກຈົນຢ່າງຍິ່ງຂອງປະຊາຊົນລາວ ໂດຍມີສາເຫດມາຈາກລະດັບຄ່າຄອງຊີບ ທີ່ປັບຕົວສູງຂຶ້ນນັບມື້ ແລະ ລັດຖະບານລາວ ບໍ່ສາມາດຈະໃຫ້ການຊ່ວຍເຫຼືອໄດ້ເລີຍນັ້ນ ນັບເປັນສາເຫດສຳຄັນທີ່ເຮັດໃຫ້ການປະລະການຮຽນ ໃນລະດັບຊັ້ນປະຖົມສຶກສາ ມີອັດຕາສະເລ່ຍສູງກວ່າ 20 ເປີເຊັນ ຂອງຈຳນວນເດັກນ້ອຍ ໃນໄວຮຽນທັງໝົດໃນທົ່ວປະເທດ ໃນປັດຈຸບັນ ແລະ ເຖິງແມ່ນວ່າອັດຕາການເຂົ້າຮຽນຊັ້ນປະຖົມໃນສົກຮຽນ 2014-2015 ຈະສູງເຖິງ 95 ເປີເຊັນ ກໍຕາມ ແຕ່ໃນຄວາມເປັນຈິງກັບປາກົດວ່າ ມີເດັກນ້ອຍລາວ ມາໂຮງຮຽນຕາມປົກກະຕິພຽງ 75ເປີເຊັນເທົ່ານັ້ນ.
ຍິ່ງໄປກວ່ານັ້ນ ບັນຫາດັ່ງກ່າວຍັງຖືເປັນສະພາບການທີ່ກົງກັນຂ້າມກັບນະໂຍບາຍຂອງລັດຖະບານລາວ ພາຍໃຕ້ການນຳຂອງທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ທີ່ໄດ້ປະກາດເປົ້າໝາຍຈະຂະຫຍາຍໂອກາດ ດ້ານການສຶກສາ ສຳຫລັບເດັກນ້ອຍ ໃນເຂດຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ພາຍໃນປີ 2015 ນີ້ ຫາກແຕ່ວ່າ ດ້ວຍບັນຫາຄວາມຍາກຈົນຂອງປະຊາຊົນ ທີ່ຍັງບໍ່ໄດ້ຮັບການແກ້ໄຂນັ້ນ ຈຶ່ງເຮັດໃຫ້ບໍ່ສາມາດບັນລຸເປົ້າໝາຍ ດັ່ງກ່າວໄດ້ຢ່າງແນ່ນອນ.
ບັນຫາທີ່ເປັນອຸປະສັກ ຕໍ່ການຂະຫຍາຍໂອກາດທາງດ້ານ ການສຶກສາຂັ້ນພື້ນຖານໃຫ້ໄດ້ ຢ່າງທົ່ວເຖິງໃນທົ່ວປະເທດລາວ ອີກປະການໜຶ່ງກໍແມ່ນບັນຫາຂາດແຄນ ດ້ານງົບປະມານຂອງລັດຖະບານລາວ ໂດຍບັນຫາທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດ ໃນເວລານີ້ ກໍຄືການຈັດພິມ ແລະ ການແຈກຈ່າຍປຶ້ມຕຳລາຮຽນ ສຳຫລັບນັກຮຽນຊັ້ນປະຖົມທຸກຄົນໃນທົ່ວປະເທດ ຊຶ່ງເປັນເປົ້າໝາຍບຸລິມະສິດ ທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຢ່າງແທ້ຈິງ ໃນສົກຮຽນປີ 2015-2016 ນີ້ ຫາກແຕ່ວ່າ ໃນການປະຕິບັດຕົວຈິງ ກໍ່ຍັງຄົງເປັນໄປບໍ່ໄດ້ເລີຍ ໂດຍສະເພາະແມ່ນບັນດາໂຮງຮຽນ ຢູ່ໃນເຂດຊົນນະບົດນັ້ນ.
ຍິ່ງໄປກວ່ານັ້ນ ກໍ່ຍັງປາກົດດ້ວຍວ່າ ໄດ້ມີການແຈກຈ່າຍປຶ້ມຕຳລາຮຽນບໍ່ເຖິງ 50 ເປີເຊັນຂອງຈຳນວນນັກຮຽນທັງໝົດ ຢູ່ໃນເຂດແຂວງພາກເໜືອ ຈຶ່ງເຮັດໃຫ້ບັນດາຜູ້ບໍລິຫານ ໂຮງຮຽນຕ້ອງແກ້ໄຂ ບັນຫາດ້ວຍການໃຫ້ບັນດາຜູ້ປົກຄອງ ຂອງນັກຮຽນທີ່ພໍມີຖານະຕ້ອງຊື້ຕຳລາຮຽນໃຫ້ລູກຂອງພວກເຂົາເຈົ້າດ້ວຍຕົນເອງ.
ໃນສູນກາງຊາວໜຸ່ມປະຕິວັດລາວ ກໍ່ຍອມຮັບວ່າການພັດທະນາເຍົາວະຊົນລາວ ໃນປັດຈຸບັນຍັງຕ້ອງປະເຊີນກັບ ບັນຫາຫຍຸ້ງຍາກຢ່າງທີ່ສຸດ ເນື່ອງຈາກບໍ່ສາມາດຈັດຕັ້ງປະຕິບັດ ໄດ້ຕາມແຜນການທີ່ວາງໄວ້ ຈຶ່ງເຮັດໃຫ້ ເຍົາວະຊົນລາວ ຍັງມີລະດັບຄຸນນະພາບຕ່ຳທີ່ສຸດ ໃນອາຊຽນດ້ວຍກັນ.

53B9DF68-29FB-4274-8665-8B875E55162E_w640_r1_s

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...