Homeນານາສາລະເຄັດລັບຈັດ“ຕູ້ເຢັນ”ໃຫ້ຖືກວິທີຂອງກິນດີໆຈະຢູ່ກັບເຮົາດົນໆຂຶ້ນ

ເຄັດລັບຈັດ“ຕູ້ເຢັນ”ໃຫ້ຖືກວິທີຂອງກິນດີໆຈະຢູ່ກັບເຮົາດົນໆຂຶ້ນ

Published on

1h

ໂດຍປົກກະຕິເມື່ອເຮົາຊື້ຕູ້ເຢັນເຂົ້າເຮືອນເຮົາພໍຈະຮູ້ຢູ່ແລ້ວວ່າຈະຕ້ອງວາງຂອງແຫ້ງ ຂອງສົດ,ນ້ຳດື່ມ,ໄວ້ບ່ອນໃດຂອງຕູ້ເຢັນແຕ່ບາງເທື່ອເຮົາອາດຫລົງລືມລາຍລະອຽດ ນ້ອຍໆກ່ຽວກັບການຈັດຕູ້ເຢັນລອງມາເຊັກເບິ່ງວ່າທຸກມື້ນີ້ຈັດຕູ້ເຢັນຖືກວິທີແລ້ວຫລືບໍ່
ໄຂ່ເໝາະກັບອຸນຫະພູມທີ່ມີຄວາມສະຫມ່ຳສະເໝີ,ບໍ່ເຢັນຈົນເກີນໄປດັ່ງນັ້ນຊັ້ນກາງຂອງຕູ້ເຢັນຄວນເປັນບໍລິເວນທີ່ເກັບໄຂ່ຫລາຍທີ່ສຸດແລະທີ່ສຳຄັນບໍ່ຄວນແຍກໄຂ່ອອກມາຈາກຮັງເກັບໄຂ່ຂອງມັນ
ນົມ ຄວນວາງໄວ້ບໍລິເວນຊັ້ນເທິງສຸດຂອງຕູ້ເຢັນແຕ່ກໍຄວນຢູ່ທາງໃນແລະຫລັງສຸດເພາະເປັນທີ່ມີອຸນຫະພູມຕ່ຳສຸດຫລືເຢັນທີ່ສຸດນັ້ນເອງ
ໂຢເກີດ,ຊອດຄຣີມ ເກັບສິ່ງເຫລົ້ານີ້ໄວ້ທີ່ຊັ້ນລຸ່ມແລະວາງໃນບ່ອນທີ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນເພື່ອເຮົາຈະໄດ້ຮູ້ວ່າມັນໝົດອາຍຸເມື່ອໃດ
ຊີ້ນສົດ ທີ່ຊື້ມາເປັນແພັກຄວນແຊ່ໄວ້ໃນຊ່ອງແຊ່ແຂງທີ່ມີອຸນຫະພູມຕ່ຳສຸດແລະຢູ່ທາງລຸ່ມເພາະຖ້ານ້ຳບາງສ່ວນຢອດລົງຈະໄດ້ບໍ່ປົນເປື້ອນກັບສິ່ງອື່ນໆໃນຕູ້ເຢັນ
ຜັກສົດ ຢູ່ໄດ້ດົນຂຶ້ນໃນທີ່ໆມີຄວາມຊຸ່ມເລັກນ້ອຍໃນລິ້ນເກືອບເກັບຜັກເປັນບ່ອນໆເໝາະສົມສຳລັບເກັບຜັກໂດຍອາດໃຫ້ຜັກນັ້ນຍັງຢູ່ໃນຖົງເກົ່າຫລືໃສ່ຖົງໃໝ່ແລ້ວມັດແບບລວມໆ
ໝາກໄມ້ ຄວນຢູ່ໃນຕຳແໜ່ງທີ່ມີຄວາມຊຸ່ມຕ່ຳໂດຍສາມາດເກັບຫມາກໄມ້ໃສ່ໄວ້ທັງຖົງທີ່ຊື້ມາແລະເມື່ອຈະກິນຫລືໃຊ້ວຽກໃຫ້ນຳໄປລ້າງບໍ່ຄວນລ້າງກ່ອນແລ້ວນຳໄປແຊ່ຕູ້ເຢັນເພາະຈະເຮັດໃຫ້ຫມາກໄມ້ເກີດເຊື້ອຣາແລະແບກທີເຣຍໄດ້ງ່າຍຂຶ້ນ
ຊີ້ນສົດ ເກັບໃນຊ່ອງໃສ່ຊີ້ນສັດທາງລຸ່ມທີ່ບໍ່ເລິກຫລາຍ
ເນີຍ,ຊີສ ຂອງປະເພດນີ້ບໍ່ຕ້ອງການອຸນຫະພູມທີ່ເຢັນໆດັ່ງນັ້ນສາມາດເກັບໄວ້ບໍລິເວນປະຕູຕູ້ເຢັນໄດ້ເລີຍຫລັງເປີດໃຊ້ງານໃຫ້ເກັບສິ່ງເຫລົ້ານີ້ໄວ້ໃນພາຊະນະສູນຍາກາດແລ້ວປິດໃຫ້ແໜ້ນ
ເຄື່ອງປຸງລົດ ເຊັ່ນນ້ຳສົ້ມສາຍຊູມັກຈະມີສານກັນບູດແບບທຳມະຊາດຢູ່ແລ້ວແຕ່ພວກຊອດໝາກເລັ່ນມາຍອງເນດ,ນ້ຳສະຫລັດ,ສາມາດເກັບໄວ້ບໍລິເວນປະຕູຕູ້ເຢັນໄດ້ສ່ວນນ້ຳມັນໝາກກອກ,ຜັກດອງ,ນ້ຳມັນພືດມັນສາມາດຢູ່ໃນຕູ້ກັບເຂົ້າແຕ່ຖ້າເປັນນ້ຳມັນງາຂອງເຫລົ່ານີ້ຄວນຕັ້ງໄວ້ທີ່ປະຕູຕູ້ເຢັນ
ນ້ຳໝາກກ້ຽງ ຖ້າເປັນນ້ຳໝາກກ້ຽງສົດໃຫ້ເກັບໄວ້ຊັ້ນເກັບເບື້ອງລຸ່ມສ່ວນນ້ຳໝາກກ້ຽງສົດຜ່ານການຜະລິດໃຫ້ເກັບໄວ້ບໍລິເວນປະຕູຕູ້ເຢັນໄດ້

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...