Homeຂ່າວຕ່າງປະເທດດ່ວນ! ຄື້ນຍັກສຶນາມິ ຊັດເຂົ້າຊາຍຝັ່ງປະເທດຊິລີແລ້ວ ເຕືອນອີກຫລາຍປະເທດໃຫ້ລະວັງ!

ດ່ວນ! ຄື້ນຍັກສຶນາມິ ຊັດເຂົ້າຊາຍຝັ່ງປະເທດຊິລີແລ້ວ ເຕືອນອີກຫລາຍປະເທດໃຫ້ລະວັງ!

Published on

EyWwB5WU57MYnKOuXq8FQWTp3TtfjLBRRcWUzqhsDhWypOjeMjJkZ6

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກັນຍານີ້ວ່າ ພາຍຫລັງເກີດເຫດແຜ່ນດິນໄຫວຂະໜາດ 8.3 ແມັກນິຈູດ ຢູ່ບໍລິເວນຊາຍຝັ່ງປະເທດຊິລີ ເມື່ອເວລາ 19:54 ໂມງ ຂອງວັນທີ 16 ກັນຍາ ຕາມເວລາໃນທ້ອງຖິ່ນ ຊຶ່ງກົງກັບເວລາ 05:54 ໂມງ ຕອນເຊົ້າຂອງມື້ນີ້ (17 ກັນຍາ) ຕາມເວລາໃນປະເທດລາວ ໂດຍທາງການໄດ້ມີການເຕືອນໄພຄື້ນຍັກສຶນາມິ ແລະ ອົບພະຍົບປະຊາຊົນບໍລິເວນຊາຍຝັ່ງ, ຫລ້າສຸດແມ່ນມີລາຍງານວ່າ ມີຄື້ນຍັກສຶນາມິສູງ 5 ແມັດ ຊັດເຂົ້າຊາຍຝັ່ງ ບໍລິເວນໃກ້ຄຽງສູນກາງແຜ່ນດິນໄຫວໃນປະເທດຊິລີແລ້ວ ເຮັດໃຫ້ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ອາຄານບ້ານເຮືອນເສຍຫາຍຈຳນວນຫລາຍ.

ນອກຈາກນີ້ ຍັງມີເຕືອນໄພໃຫ້ປະຊາຊົນທີ່ອາໃສຢູ່ຕາມຊາຍຝັ່ງມະຫາສະໝຸດປາຊີຟິກຫລາຍປະເທດເຊັ່ນ ເປຣູ, ເອກວາດໍ, ລັດຮາວາຍ ສະຫະລັດອາເມຣິກາ ແລະ ໄກເຖິງປະເທດນິວຊີແລນ ໃຫ້ລະວັງອັນຕະລາຍຈາກຄື້ນຍັກສຶນາມິ.

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...