spot_img
Homeມູມໄອທີລາວໂຊນີ້ເປີດຕົວ PlayStation VR ແວ່ນສົມຈິງສຳລັບ PS4

ໂຊນີ້ເປີດຕົວ PlayStation VR ແວ່ນສົມຈິງສຳລັບ PS4

Published on

PlayStation_VR_1

ໂຊ​ນີ້​ເປີດ​ຕົວ PlayStation VR ແວ່ນ​ສົມຈິງ​ສຳລັບ PlayStation 4 ທີ່​ຈະ​ພາ​ເຈົ້າ​ເຂົ້າໄປ​ສຳ​ຜັດ​ໂລກ​ແຫ່ງ​ເກມ
ເມື່ອ​ວັນທີ່ 15 ກັນຍາ ພາຍ​ໃນ​ງານ TGS 2015 ໂຊ​ນີ້​ໄດ້​ເປີດ​ຕົວ  PlayStation VR ແວ່ນ VR ທີ່​ກ່ອນ​ໜ້າ​ນີ້​ຮູ້​ຈັກ​ກັນ​ໃນ​ຊື່ Project Morpheus ເປັນ​ອຸປະກອນ​ສຳລັບ​ໃຊ້​ຮ່ວມ​ກັບ PlayStation 4 ຊຶ່ງ​ຈະ​ເຮັດໃຫ້​ຜູ້​ຫລິ້ນ​ໄດ້​ສຳ​ຜັດ​ປະສົບການ​ໃໝ່​ໆ ໃນ​ການ​ຫລິ້ນ​ເກມ ໃຫ້​ຄວາມ​ຮູ້ສຶກ​ຄື​ກັບ​ໄດ້​ເຂົ້າໄປ​ຢູ່ໃນ​ໂລກ​ຂອງ​ເກມ​ນັ້ນ​ແທ້ໆ

PlayStation_VR_3 PlayStation_VR_2

ນອກ​ຈາກ​ນີ້​ທາງ​ໂຊ​ນີ້​ຍັງ​ໄດ້​ລະ​ບຸ​ອີກວ່າ ໃນ​ຂະນະ​ນີ້  PlayStation VR ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ພັດທະນາ ຊຶ່ງ​ຈະ​ມີ​ການ​ປັບ​ແຕ່ງ​ສ່ວນ​ຕ່າງໆ ອີກ​ຈົນ​ກວ່າ​ຈະ​ພັດທະນາ​ສຳເລັດ​ສົມບູນ ພ້ອມ​ທັງ​ຮ່ວມ​ມື​ກັບ​ນັກ​ພັດທະນາ​ເກມ​ຕ່າງໆ ເພື່ອ​ສ້າງສັນ​ຄອນ​ເທນ​ທີ່​ຈະໃຫ້​ປະສົບການ​ໃໝ່​ໆ ກັບ​ຜູ້​ຫລິ້ນ​ຊຶ່ງ​ຈະ​ສາມາດ​ສຳ​ຜັດ​ໄດ້​ດ້ວຍ PlayStation VR ນີ້​ເທົ່າ​ນັ້ນ
          ສຳລັບ​ກຳນົດ​ການ​ວາງ​ຈຳ​ໜ່າຍ  PlayStation VR ນັ້ນ​ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ໃນ​ຂະນະ​ນີ້ ແຕ່​ຄາດ​ວ່າ​ໜ້າ​ຈະ​ຢູ່ໃນ​ໄລຍະ​ປີ 2016

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...