Homeລົດຍົນ-ຍານພາຫະນະລົດອືດ ກິນນ້ຳມັນ ໄສ້ກັ່ນຕອງອາກາດຕັນ ຄວນແກ້ໄຂ!

ລົດອືດ ກິນນ້ຳມັນ ໄສ້ກັ່ນຕອງອາກາດຕັນ ຄວນແກ້ໄຂ!

Published on

ໄສ້ກັ່ນຕອງ​ອາ​ກາດ (Air Filter) ມີ​ຫນ້າທີ່​ສຳຄັນ​ໃນ​ການ​ດັກ​ຝຸ່ນ​ລະ​ອອງ​ຈາກ​ອາ​ກາດ​ບໍ່​ໃຫ້​ເຂົ້າໄປ​ໃນ​ຫ້ອງ​ເຄື່ອງ ອາ​ກາດ​ທີ່​ສະ​ອາດ​ຈະ​ເຮັດໃຫ້​ເຄື່ອງ​ຈັກ​ເຮັດວຽກໄດ້​ຢ່າງ​ສົມບູນ ຫາກ​ມີ​ຝຸ່ນ​ລະ​ອອງ​ເຂົ້າໄປ​ໃນ​ຫ້ອງ​ເຄື່ອງ ຈະ​ເຮັດໃຫ້​ລົດ​ເຈົ້າ​ແລ່ນ​ຊ້າ​ລົງ​ເນື່ອງ​ຈາກ​ການ​ເຜົາ​ໄໝ້​ບໍ່​ສົມບູນ ແລະ ​ອາ​ຍຸ​ການ​ໃຊ້​ງານ​ເຄື່ອງ​ຈັກຈະ​ສັ້ນ​ລົງ

cleankrong

ເຮົາ​ຄວນ​ປ່ຽນ​ໄສ້ກັ່ນຕອງ​ອາ​ກາດ​ທຸກ 10,000 ກິ​ໂລ​ແມັດ ຫລື​ຄວນ​ຖອດ​ອອກ​ມາ​ເຮັດ​ຄວາມ​ສະ​ອາດ ທຸກ​ໆ 2,000-5,000 ກິ​ໂລ​ແມັດ ໂດຍ​ຂຶ້ນ​ຢູ່​ກັບ​ການ​ໃຊ້​ງານ ເຊັ່ນ ຖ້າ​ຂັບ​ລົດ​​ຢູ່ໃນ​ເມືອງ​ເປັນ​ປະຈຳ ຫລື​ໃຊ້​ງານ​ໃນ​ເສັ້ນ​ທາງ​ທີ່​ມີ​ຝຸ່ນ​ຫລາຍ ກໍ​ຄວນ​ເຮັດ​ຄວາມ​ສະ​ອາດ​ຫລາຍເທື່ອ​ ເຮົາ​ມີ​ວິທີ​ເຮັດ​ຄວາມ​ສະ​ອາດ ແລະ​ປ່ຽນ​ແບບ​ງ່າຍໆ​ທີ່​ເຈົ້າ​ເອງ​ກໍ​ເຮັດ​ໄດ້

     ວິທີ​ເຮັດ​ຄວາມ​ສະ​ອາດ​ໄສ້ກັ່ນຕອງ​ອາ​ກາດ

  1. ເປີດ​ຝາ​ກະ​ໂປງ​ລົດ
  2. ແກະ​ຄິບ​ທີ່​ຝາ​ຄອບຕອງ​ອາ​ກາດ
  3. ແກະ​ຝາ​ຄອບ​ຕອງ​ອາ​ກາດ​ອອກ (ຝາ​ກັ່ນຕອງ​ອາ​ກາດ​ຈະ​ຢູ່​ດ້ານ​ເທິງ​ຂອງ​ເຄື່ອງ​ຈັກ ຊ້າຍ ​ ຂວາ ແລ້ວ​ແຕ່​ລຸ້ນ​ລົດ)
  4. ຄ່ອຍໆ​ໃຊ້​ມື​ຈັບ​ໄສ້ກັ່ນຕອງດຶງ​ອອກ​ມາ
  5. ເປົ່າ​ຝຸ່ນ​ໄສ້​ກັ່ນຕອງ​ອາ​ກາດ​ຈາກ​ດ້ານ​ໃນ​ອອກ​ໄປ​ດ້ານ​ນອກ ຈົນ​ກວ່າ​ບໍ່​ເຫັນ​ລະ​ອອງ​ຝຸ່ນ
  6. ໃສ່​ໄສ້​ກັ່ນຕອງອາ​ກາດ​ກັບ​ເຂົ້າ​ບ່ອນເກົ່າ

    ຂັ້ນ​ຕອນ​ປ່ຽນ​ໄສ້​ກັ່ນຕອງອາ​ກາດ

  1. ກຽມ​ໄສ້​ກັ່ນຕອງອາ​ກາດ​ໃໝ່ (ຕາມ​ລຸ້ນ​ລົດ​ທີ່​ໃຊ້)
  2. ເປີດ​ຝາ​ກະ​ໂປງ​ລົດ​ອອກ
  3. ແກະ​ຄິບ​ທີ່​ຝາ​ຄອບໄສ້ກັ່ນຕອງ​ອາ​ກາດ
  4. ແກະ​ຝາ​ຄອບ​ໄສ້ກັ່ນຕອງ​ອາ​ກາດ
  5. ດຶງ​ໄສ້​ກັ່ນຕອງ​ອາ​ກາດ​ເກົ່າ​ອອກ​ມາ (ສັງເກດ​ແຜ່ນຕອງອາ​ກາດ ມີ​ຄາບຝຸ່ນ​ຫນາແຫນ້ນ)
  6. ນຳ​ໄສ້​ກັ່ນຕອງ​ອາ​ກາດ​ໃໝ່​ມາ​ໃສ່​ແທນ
  7. ປິດ​ຝາ​ຄອບ (ເປັນທີ່ຮຽບຮ້ອຍ)

     ພຽງ​ເຈົ້າ​ເຮັດ​ຕາມ​ຂັ້ນ​ຕອນ​ທີ່​ແນະ​ນຳ ລົດ​ທີ່​ພົບ​ບັນຫາ​​ອືດ ​ແລະ​ ກິນ​ນ້ຳ​ມັນ​ຈະ​ຫາຍ​ໄປ ຢ່າ​ລືມ​ວ່າ​ອຸປະກອນ​ແລະ​ຊິ້ນ​ສ່ວນ​ລົດ​​ມີ​ອາ​ຍຸ​ການ​ໃຊ້​ງານ​ຕ້ອງ​ບຳ​ລຸງ​ປິ່ນປົວ ຫາກ​ປ່ອຍ​ປະ​ລະ​ເລີຍ​ເຈົ້າ​ອາດ​ຕ້ອງ​ເສຍ ຄ່າ​ສ້ອມ ຄ່າ​ອະ​ໄຫລ່ ແພງ​ກວ່າ​ເກົ່າ​ຄິດ​ແລ້ວ​ໄດ້​ບໍ່​ຄຸ້ມ​ເສຍ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...